ຄຳທີ່ໃຊ້ຊອກຫາ: ສ ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 102 ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (102) ໜ້າທີ: 1 2 3 4 .. 6 Next >> - ກະສັຍ - ກະໄສ - ກະສັຍການ - ກະໄສຍະການ
- ນ. ການຫມົດສ້ຽງ, ການສູນໄປ, ຊື່ພະຍາດຝີໃນທ້ອງ ຫລື ປອດແຫ້ງ (ສ. ກສຍ) ນ. ເວລາສ້ຽງໂລກ, ເວລາສຸດ ແຫ່ງສິ່ງທັງປວງ (ສ. ກສັຍກາລ)
- ກະເສຕສາດ - ກະເສດຕະສາດ
- ນ. ວິຊາກ່ຽວດ້ວຍກະເສດຕະກຳ. (ສ. ກເສຕຣສາຕຣ)
- ສວັດສຕິກະ - ສະຫວັດສະຕິກະ
- ນ. ລາຍຍກາກະບາດເງາະລົງທາງຂວາ ໃຊ້ເປັນເຄື່ອງໝາຍມາແຕ່ບູຮານ ສັນນິຖານວ່າ ແມ່ນຮູບຕາເວັນເດີນວຽນຂວາ (ສ. ສວັສຕິກາ)
- ກະຖາສຣິຕສາຄອນ - ກະຖາສະລິດຕະສາຄອນ
- ນ. ທະເລນິທານ (ສ. ກຖາສຣິຕສາຄຣ)
- ສັລຍະສາດ - ສັນລະຍະສາດ
- ນ. ຕຳລາແພດ ທາງປາດ (ສ. ສັລຍສາຕຣ)
- ສິລປະການ - ສິລປະກອນ-ສິລປະກອນ - ສິລປະກັມ
- ນ. ນາຍຊ່າງສີມື, ການຊ່າງ (ສ. ສິລປກາຣ)
- ສິລປະສາດ - ສິນລະປະສາດ
- ນ. ຕຳລາກ່າວດ້ວຍວິຊາ 18 ປະການ ຕາມຄະຕິບູຮານ ມີວິຊາເລກເປັນຕົ້ນ (ສ. ສິລປສາຕຣ)
- ສວັສດີ - ສະຫວັດສະດີ
- ນ. ຄວາມດີ, ຄວາມງາມ, ຄວາມຮູ່ງເຮືອງ, ຄຳທັກຖາມ ໃນເວລາພໍ້ກັນ (ສ.)
- ສໂລກ - ສະໂຫລກ
- ນ. ໂສກ, ລັກສະນະ, ສ່ວນດີຊົ່ວ, ຄຳກອນບົດນຶ່ງ, ຄຳພາສິດປະຈຳໂລກ (ປ. ສີໂລກ; ສ. ໂສລກ)
- ສວັນ - ສະຫວັນ
- 1 ນ. ເມືອງຟ້າ, ໂລກຂອງເທວະດາ (ສ. ວສຣຸຄ) 2 ນ. ສີອິດ, ສີມຸ່ຍ ເອີ້ນວ່າ ສວັນ (ສະຫວັນ).
- ສເມນ - ສະເໝນ
- ນ. ຊື່ພູໃຫຍ່ໃນຄັມພີໂລກສັນຖານ ຖືວ່າເປັນບ່ອນຕັ້ງເມືອງສວັນຊັ້ນດາວະດິງສາ (ປ. ສິເນຣຸ ສ. ສຸເມຣຸ)
- ກະສັດ - ກະສັດຕາ
- ນ. ພຣະເຈົ້າແຜ່ນດິນ (ປ.ຂັດຕິຍະ, ສ. ກສັຕຣິຍະ ຫມາຍຄວາມວ່າ ຜູ່ປົກຄອງເຂດ) ນ. ເຈົ້າແຜ່ນດິນ, ກະສັດຕາທິຣາດ ນ. ພຣະເຈົ້າແຜ່ນດິນຜູ່ຍິ່ງໃຫຍ່, ກະສັດຕາໄທ້ ນ. ພຣະເຈົ້າແຜ່ນດິນຜູ່ປະເສີດ.
- ສັມຣິດ - ສຳລິດ
- ນ. ທາດປະສົມຢ່າງນຶ່ງ ໃຊ້ປະສົມດ້ວຍໂລຫະຕ່າງໆ ມີທອງເຫຼືອງ, ທອງແດງ, ດີບຸກ ເປັນຕົ້ນ ຮຽກວ່າ ທອງສັມຣິດ (ສ. ສັມຣິທທິ)
- ສເລດ - ສະເຫລດ
- ນ. ຂີ້ເທີ່ “ລາຍເຫີຍຫັງ ສເລດຟອງຟູມຍ້ອຍ” (ສ. ເສລສມ) (ສິນໄຊ)
- ສແລ່ງ - ສະແຫລ່ງ
- ສ. ແຕ່ງແປງ, ສ້າງແປງ, ແຕ່ງຕັ້ງ: “ເຮົາຈັກເອົາພຣະອວນສີ ສແລ່ງປຸນເປັນໄທ້” (ສິນໄຊ)
- ສວັຣຄົດ - ສະຫວັນຣະຄົດ
- ກ. ຕາຍໄປ, ໄປສະຫວັນ (ໃຊ້ສຳລັບພຣະເຈົ້າແຜ່ນດິນ, ສ. ສວຣຄຕ)
- ສິລປະ - ສິນລະປະ
- ນ. ສີມື, ສີມືທາງຊ່າງ, ການສະແດງ [ຂໍ້ຄວາມຫາຍໄປ] ຜາກົດຢ່າງງົດງາມ ເປັນທີ່ພໍໃຈຂອງຜູ່ຟັງ ແລະ ຜູ່ເບິ່ງ (ສ.)
- ສິລປະກັມ - ສິນລະປະກຳ
- ນ. ສິ່ງທີ່ເປັນສິລປະ, ການຊ່າງ (ສ. ສິລປກັມມ)
- ກະເສຕກັມ - ກະເສດຕະກຳ
- ນ. ການປູກຫວ່ານ ແລະການລ້ຽງສັດ; ນ. ການທຳໃຫ້ເກີດຜົນຈາກດິນ. (ສ. ກເສຕຣກັມມ)
- ວິສວະກັມ - ວິສະວະກຳ
- ນ. ຊື່ເທວະບຸດພວກນຶ່ງເປັນຜູ່ເກັ່ງໃນການຊ່າງທຸກຢ່າງ, ວິຊາທາງວິທະຍາສາດ (ສ.ປ. ວິສຸກັມມ)
|