LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: *ເວນ
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 7
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (7)
ກຸເວນ
ນ. ນາມພະຍາແຫ່ງພວກຜີຮ້າຍ ຮຽກພຣະຍາກຸເວນໆ ເປັນເຈົ້າແຫ່ງສົມບັດເຂົ້າຂອງ ແລະເປັນທ້າວໂລກຍານອົງນຶ່ງ ປະຈຳຢູ່ທິດເຫນືອ (ປ. ກຸເວຣ)
ເວນ
1). ກ. ເຄນ, ມອບໃຫ້, ໃຫ້; 2). ນ. ຄວາມພຍາບາດກັນ, ຄວາມປອງຮ້າຍຕໍ່ກັນ, ບາບ, ຄາວ, ຮອບ (ປ. ເວຣ)
ຜູກ
1 ກ. ມັດ, ຮັດດ້ອຍເຊືອກ, ທຳໃຫ້ຈ່ອງກັນ ດັ່ງ ຜູກເວນ ຜູກມິດ ເປັນຕົ້ນ. 2 ນ. ຈຳນວນຫນັງສຶໃບລານທີ່ຮ້ອຍໃສ່ກັນເປັນມັດໆ ເອີ້ນວ່າ ຜູກ, ຫນັງສືນິທານ ເລື່ອງນື່ງໆ ກໍເອີ້ນວ່າ ຫນັງສືຜູກ.
ເວຣະ - ເວຣາ - ເວລາ:
ນ. ເວນ, ຄວາມພະຍາບາດກັນ, ຄວາມປອງຮ້າຍຕໍ່ກັນ, ບາບ, ຄາວ, ຮອບ (ປ.)
ໂຜ້ງ
ນ. ບ່ອນເປັນຫມ້ອງກວ້າງ, ໂກນເປັນຫມ້ອງ, ບໍລິເວນ, ເຂດແດນ
ໃຫ້
ກ. ມອບ, ເວນ, ສລະ, ອະນຸຍາດ, ເປັນຄຳຊ່ອຍກິຣິຍາ ບອກຄວາມບັງຄັບ ດັ່ງ ໃຫ້ເຮັດ, ໃຫ້ກິນ, ໃຫ້ຢູ່ ເປັນຕົ້ນ, ໃຫ້ການ ກ. ບອກເຣື່ອງທີ່ເປັນມາ ໃຫ້ຫາ ກ. ຮຽກຫາ, ບອກໃຫ້ໄປຫາ ”ພຣະໃຫ້ຫາຫົກໄທ້ ກຸມມານມາຮີບ” (ສິນໄຊ)…
ໄກລາດ
ນ. ຊື່ພູຍອດນຶ່ງ ຢູ່ແຖວພູຫິມາລັຍ ວ່າມີສີຂາວ ຄື ເງິນຍວງ ເປັນຍອດສູງສຸດ ຢູ່ທາງເຫນືອທະເລສາບມານັສ. ຕາມນິຍາມວ່າ ເປັນບ່ອນຢູ່ຂອງທ້າວກຸເວນ ຜູ່ເປັນເຈົ້າແຫ່ງຍັກ (ສ. ເກລາສ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑