ຈັດສັນແບ່ງວຽກການພິມວັຈນານຸກົມອອນໄລສະບັບຂັບຂັນຯ

ກ່ຽວກັບວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌

ຄຳແນະນຳທົ່ວໄປ

ການຖອດຄວາມຈາກປື້ມ ຫາກໜ້າໃດບໍ່ແຈ້ງ ອ່ານບໍ່ອອກດີລະໃຫ້ເວັ້ນໄວ້ ໝາຍປະໄວ້ວ່າຂ້າມໜ້ານັ້ນ ຊິໄປຖ່າຍມາໃຫ້ໃໝ່ ສຳຫລັບການສະກົດໃນປື້ມວັຈນານຸກົມ ເພິ່ນສະກົດແບບສະໄໝກ່ອນປີ 75 ພວກຄຳສັບບາງຢ່າງເຊັ່ນວ່າ “ສລາດ” ກໍໃຫ້ພິມວ່າ “ສະຫລາດ, ສະຫຼາດ” ຫຼືຄຳວ່າ “ປວັດ” ກໍໃຫ້ພິມວ່າ “ປະຫວັດ” ແທນ ເພື່ອວ່າເວລາຄົນຊອກ ຈຶ່ງຊອກພົບງ່ານຂຶ້ນ. ແຕ່ວ່າ ບາງຄຳ ເຊັ່ນຄຳວ່າ “ນຶ່ງ” ກໍໃຫ້ຂຽນເປັນແບບເກົ່າ ບໍ່ຕ້ອງປ່ຽນເປັນ “ໜຶ່ງ” ຫຼືແບບ “ພຣະພຸທເຈົ້າ” ກໍໃຫ້ຮັກສາຄຳເດີມໄວ້ ບໍ່ຕ້ອງແກ້ເປັນ “ພະພຸດທະເຈົ້າ”.

ຫາກວ່າມີຂໍ້ສົງໄສກ່ຽວກັບຄຳສັບໃດ ບໍ່ຮູ້ຈະສະກົດແນວໃດ ໃຫ້ເວັ້ນໄວ້ ແລ້ວປຶກສາກັນກ່ອນຄ່ອຍພິມຕາມຫຼັງ ຈຶ່ງຈະບໍ່ຜິດພາດຫຼາຍ.

ຄຳແນະນຳໃນການພິມຄຳສັບ

ຫຼັງຈາກເຂົ້າສູ່ລະບົບແລ້ວ ໃຫ້ໄປທີ່ຫົວຂໍ້ Terms -> Add ຈາກນັ້ນເລືອກວັຈນານຸກົມທີ່ຕ້ອງການແປ. ຂັ້ນຕອນຕໍ່ໄປ ໃຫ້ພິມຊື່ຄຳສັບໃສ່ໃນຊ່ອງ Term ຕາມດ້ວຍຄວາມໝາຍໃນຊ່ອງ Definition ແລ້ວໆ Save ອັນອື່ນບໍ່ຕ້ອງເລືອກ.

11:35 AM 9/16/2009
ນິນ.

ປັບປຸງຫຼ້າສຸດ 10:25 AM 1/12/2010