LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜວ ຜອ ຜະ ຜັ ຜາ ຜິ ຜີ ຜຶ ຜື ຜຸ ຜູ ຜົ ຜຽ ຜ່ ຜ້
ຜົນການຊອກຫາ: 14 ໜ້າທີ 1 ຈາກທັງໝົດ 1 ໜ້າ
ຜັກຄຸນະມາດ
ນ. ເດືອນທີ່ພຣະຈັນສະເຫວີຍຣືກຜະລະຄຸນີຄື ເດືອນ 4 (ປ. ຜັຄຄຸນມາສ)
ຜັກຕູ
ນ. ປ່ອງບ່ອນເຂົ້າອອກຂອງສະຖານທີ່ທັງປວງທີເຮືອນ ເປັນຕົ້ນ. ທາງເຂົ້າ, ປ່ອງບ່ອນ ເຕະລູກຟຸດບານເຂົ້າໄປ, ທາງທີ່ເຈົ້າມືການພະນັນໄຂໃຫ້ລູກມືລົງຕາມໃຈ ດັ່ງຖົ່ວໂປເປັນຕົ້ນ (ປະຕູກໍວ່າ)
ຜັກຕູປ່າ
ນ. ປາກທາງທີ່ເຂົ້າໄປໃນປ່າ, ຜັກຕູທີ່ເຮັດໄວ້ຫົນທາງປະດັບດ້ວຍໃບ, ງ່າ ແລະດອກໄມ້ສົດສຳຫລັບຕ້ອນຮັບຜູ່ມີຍົດສູງ
ຜັກຕູໂຂງ
ນ. ຜັກຕູໃຫຍ່ທີ່ເຮັດໄວ້ຕາມກຳແພງເມືອງ ຫລື ກຳແພງວັດເປັນຕົ້ນ ທາງເທິງມີຫລັງຄາໂຄ້ງຕາມຜັກຕູ
ຜັງ
ນ. ໄມ້ສຳລັບຄຶງແຜ່ນທີ່ກຳລັງຕ່ຳຢູ່ໃຫ້ເຄັ່ງ ສອງສົ້ນມີເຂັມ, ໄມ້ແບບຫລືເສັ້ນເປັນແບບ ສຳລັບຂຶງພື້ນທີ່ປຸກເຮືອນແບບແທກພື້ນທີ່ຮາບ, ແບບແຜນ, ແຜນຜັງ, ແຜນທີ່.
ຜັງເມືອງ
ນ. ແຜນຜັງຂອງເມືອງ, ແຜນທີ່ຂອງເມືອງ.
ຜັດ
1 ກ. ນັດ, ຫມາຍ, ກຳນົດເວລາ. 2 ກ. ຖ່າຍ, ຜ່ຽນ, ແທນ (ຜັດຜ້າ)
ຜັດວ່າ
ກ. ຫມາຍວ່າ, ຄອງວ່າ.
ຜັດສະ
ນ. ການຊູນ, ການຖືກຕ້ອງ (ປ. ຜັສສ)
ຜັດສາຫານ
ນ. ອາຫານຄືຜັດສະ ຫມານເອົາ ການຖືກກັນ ຫລືປະສົບກັນ ແຫ່ງອາຍະຕະນະພາຍໃນພາຍນອກ ແລະວິນຍານ ເປັນປັດໄຈແຫ່ງເຈຕະສິກອັນຈະເກີດຕາມວິຖີ ມີເວດທະນາເປັນຕົ້ນ (ປ. ຜັສສາຫາຣ)
ຜັນ
ກ. ຫັນ, ປິ່ນ, ປ່ຽນ, ເຮັດໃຫ້ສຽງປ່ຽນໄປ.
ຜັນຜະຍອງ-ຜັນຜະຫຍອງ
ກ. ເຫາະໄປໂດຍໄວ.
ຜັນຜ່ອນ
ກ. ຢ່ອນຍານລົງ, ບໍ່ໃຫ້ຄັດເຄັ່ງຫລາຍ.
ຜັນຜ້າຍ-ຜັນຜາດ
ກ. ເດີນໄປໂດຍໄວ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑