LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ສງ ສຍ ສນ ສມ ສຣ ສລ ສວ ສອ ສະ ສັ ສາ ສິ ສີ ສຶ ສຸ ສົ ສຽ ສເ ສແ ສໂ ສໄ ສ່ ສ້
ຜົນການຊອກຫາ: 19 ໜ້າທີ 1 ຈາກທັງໝົດ 1 ໜ້າ
ສວມ
ກ. ສຸບ, ໃສ່ເຂົ້າ (ທ)
ສວອຍ - ສະຫວອຍ
ກ. ສລົບ, ຕາຍໄປແລ້ວກັບຄືນມາ.
ສວະ - ສະຫວະ
ອຸ. ສຽງດັງຢ່າງນຶ່ງ.
ສວັດສຕິກະ - ສະຫວັດສະຕິກະ
ນ. ລາຍຍກາກະບາດເງາະລົງທາງຂວາ ໃຊ້ເປັນເຄື່ອງໝາຍມາແຕ່ບູຮານ ສັນນິຖານວ່າ ແມ່ນຮູບຕາເວັນເດີນວຽນຂວາ (ສ. ສວັສຕິກາ)
ສວັນ - ສະຫວັນ
1 ນ. ເມືອງຟ້າ, ໂລກຂອງເທວະດາ (ສ. ວສຣຸຄ) 2 ນ. ສີອິດ, ສີມຸ່ຍ ເອີ້ນວ່າ ສວັນ (ສະຫວັນ).
ສວັຣຄົດ - ສະຫວັນຣະຄົດ
ກ. ຕາຍໄປ, ໄປສະຫວັນ (ໃຊ້ສຳລັບພຣະເຈົ້າແຜ່ນດິນ, ສ. ສວຣຄຕ)
ສວັສດີ - ສະຫວັດສະດີ
ນ. ຄວາມດີ, ຄວາມງາມ, ຄວາມຮູ່ງເຮືອງ, ຄຳທັກຖາມ ໃນເວລາພໍ້ກັນ (ສ.)
ສວັ່ນ - ສະຫວັ່ນ
ນ. ຊື່ເຫຼັກເຄື່ອງເຈາະໄມ້ດ້ວຍການຜຸນລົງ ເອີ້ນວ່າ ເຫຼັກສວັ່ນ.
ສວາງ - ສະຫວາງ
1 ວ. ແຈ້ງ, ສວ່າງ, ເບີຍ. 2 ນ. ຕຳລາເລກຊັ້ນສູງແບບບູຮານ ຮຽກວ່າ ສວາງຫໍຣະຄຸນ ໄດ້ແກ່ ຕຳລາສຸຣິຍາດ.
ສວາຍ - ສະຫວາຍ
ນ. ເວລາກາງເວັນ, ຍາມກາງເວັນ, ເວລາຕາເວັນຂຶ້ນສູງແລ້ວ (ຄຳນີ້ ໄທໃຊ້ວ່າ ສາຍ, ສຳນຽງລາວຝ່າຍໃຕ້ ໃຊ້ວ່າ ສວຍ, ແຕ່ເດີມເປັນ ສວາຍ). ການນັບຍາມເວລາກາງເວັນ ແຕ່ບູຮານມີ 8 ຍາມ ດັ່ງນີ້:1/ ຕູດເຊົ້າ: More…
ສວາດ - ສະຫວາດ
ວ. ງາມ, ເປີດເຜີຍ, ເບີຍເບີກດີ.
ສວາມິພັກ - ສະຫວາມິພັກ
ກ. ຍອມຢູ່ໃຕ້ອຳນາດ, ການຊື່ສັດຕໍ່ນາຍ.
ສວາມີ - ສະຫວາມີ
ນ. ຜົວ, ນາຍ, ເຈົ້າຂອງ, ຜູ່ເປັນໃຫຍ່ (ສ.)
ສວາຫະ - ສະຫວາຫະ
ນ. ຄຳກ່າວ ເມື່ອຈົບການເສກເປົ່າ ແປວ່າ ເວົ້າດີແລ້ວ (ສ. ສຸວາຫະ)
ສວິດສວອຍ - ສະຫວິດສະຫວອຍ
ກ. ສະຫລົບໄປ.
ສວີ - ສະຫວີ
ນ. ຜິວພັນ, ສີເນື້ອໜັງ (ປ. ສວິ)
ສວົງ - ສະຫວົງ
ວ. ປ່ວງ, ເສຍຈຣິດ, ເກືອບເປັນບ້າ.
ສວ່າງ - ສະຫວ່າງ
ວ. ແຈ້ງ, ຮຸ່ງ, ເບີຍ.
ສວ່າຍ - ສະຫວ່າຍ
(ເບິ່ງ ສ່ວຍ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑