LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 355 ໜ້າທີ 1 ຈາກທັງໝົດ 18 ໜ້າ
ກະ
1 ກ. ປະມານ, ກຳນົດ, ຫມາຍ, ຄະເນ. 2 ເປັນພະຍາງຫນ້າຂອງຄຳທີ່ຂຶ້ນຕົ້ນດ້ວຍ ກະ ດັ່ງ ກະຈາ, ກະແຈ, ກະຈອນ, ກະແສ, ກະຊະ, ກະດານ, ກະແຕ, ກະຮອກ ໆລໆ ເປັນຕົ້ນ. 3 ນ. ເປັນຊື່ຮຽກຜີປອບທີ່ແກ່ກ້າ ເຂົ້າຄົນແລ້ວບໍ່ອອກປາກ More…
ກະກາ
ນ. ເປັນຄຳຮຽກ ລະບຽບການປະສົມອັກສອນ ອັນເປັນບົດຮຽນຂັ້ນຕົ້ນຕາມແບບບູຮານ ຄື ການປະສົມອັກສອນ ທີ່ມີແຕ່ພະຍັນຊະນະ ກັບ ສະຫລະປະສົມ ຍັງບໍ່ທັນມີຕົວສະກົດ ຮຽກວ່າແມ່ ກະກາ ຫລື ກໍກາ.
ກະກຸທະພັນ
ນ. ເຄື່ອງປະດັບຍົດຂອງເຈົ້າແຜ່ນດິນ ຕາມຂັດຕິຍະລາຊະປະເພນີ ມີ 5 ຢ່າງຄື: 1. ມຸງກຸດ 2. ພຣະຂັນ 3. ໄມ້ເທົ້າ 4. ແສ້ຈາມອນ 5. ສຸວັນນະປາທຸກາ(ເກີບຄຳ) ອີກຢ່າງຫນຶ່ງ ຄື 1. ພຣະຂັນ 2. ມຸງກຸດ 3. ເສຕສັດ 4. More…
ກະກຸນ
ນ. ເຊື້ອສາຍ, ໂຄດວົງ: "ສັດຖາໄທ້ ທົງກະກຸນເຫນົ້າຫນໍ່ ສອງອ່ອນນ້ອຍ ທານໃຫ້ແກ່ພາມ" (ທ້າວຮຸ່ງ ທ້າວເຈືອງ) (ປ.)
ກະກຸສັນໂທ
ນ. ນາມພຣະພຸດທະເຈົ້າ ອົງທີ 1 ໃນຈຳນວນຫ້າພຣະອົງ ທີ່ມີໃນພັທກັບນີ້ (ປ.)
ກະກຸສົນ
(ຄຳດຽວກັບ ກະກຸສັນໂທ)
ກະຈວນ
ນ. ແປ້ງ, ແປ້ງ. ວ. ມຸ່ນເປັນແປ້ງ, ລະອຽດ, ມຸ່ນ, ເປັນຝຸ່ນ.
ກະຈອກ
ນ. ນົກຈອກ, ວ. ບ່ອນເປັນຈອກຫລອກ, ພໍກະເທີນ.
ກະຈອນ
ນ. ເຄື່ອງປະດັບຫູຢ່າງນຶ່ງ ຂາຍາວແລະງໍ ເຮັດດ້ວຍເງິນຫລືຄຳ; ຊື່ດອກໄມ້ແນວນຶ່ງ ດອກ ແລະ ກ້ານຄື ກະຈອນໃສ່ຫູ.
ກະຈອນຍອຍ
ນ. ກະຈອນແບບໃສ່ຫູ ທີ່ມີຍອຍຢ່ອນລົງ.
ກະຈອມປ້ອງ
ນ. ສຽມ: “ນາງກໍຖືກະຈອມປ້ອງ ອັນເປັນເຄື່ອງຕ້ອງຫົວມັນ” (ເວດສັນຕຣະ).
ກະຈະ
ວ. ຂາວງາມ, ແຈ້ງ, ສະອາດ, ເສາະໃສ.
ກະຈັງ
ນ. ລາຍຂຽນ ຫລື ລາຍສານຮູບ 4 ລ່ຽມຫັກເຂົ້າໃນ (ເອີ້ນ ລາຍກະຈັງ).
ກະຈັດ
ວ. ຖີ່, ແຈບ ມີລະຍະບໍ່ຫ່າງ.
ກະຈັດກະຈາຍ
ວ. ຊະຊາຍອອກຢ່າງບໍ່ເປັນລະບຽບ
ກະຈັ້ນ
ວ. ຈໍ້, ສັ້ນ, ຈັ້ນ.
ກະຈາ
ວ. ກະເທີນ, ຜ້ານກາງ, ບໍ່ອ່ອນ ບໍ່ແກ່: "ຂຸນກະຈານີ້ ພໍ່ນາດີກວ່າ ພໍ່ນາເອື້ອມອິ່ມເຂົ້າ ຂຸນກະຈາເອື້ອມອິ່ມລົມ" (ປູ່ສອນຫລານ)
ກະຈາຍ
1 ນ. ໄມ້ພຸ່ມແນວນຶ່ງ ລຳແລະກ້ານມີຫນາມ ຫນ່ວຍກົມ ໃຊ້ທຳສີດຳໄດ້ ໃບເປັນແຫລບ. ຊື່ຫວ້ານແນວນຶ່ງ ຖືວ່າເປັນຫວ້ານມີພິດແຮງ. 2 ກ. ຢາຍ, ຊະ, ແຈກອອກ.
ກະຈາບ
ນ. ນົກຈາບ.
ກະຈິບ
ນ. ນົກຈິບ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑