LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ເກ ເທ ເຜ ເວ ເສ ເຫ
ຜົນການຊອກຫາ: 158 ໜ້າທີ 1 ຈາກທັງໝົດ 8 ໜ້າ
ເກ
1 ວ. ຊົ່ວ: “ກູນີ້ ມິໃຊ່ສາມານເຊື້ອ ຍິງເກກາງກາດ” (ສິນໄຊ) 2 ນ. ກິີປາ (ເບິ່ງ ກີ)
ເກງ
ກ. ຢ້ານ, ກົວ, ຢຳແຢງ, ເຄົາລົບ (ໂຄຣົບ)
ເກຈິອາຈານ
ນ. ອາຈານບາວພວກ (ປ. ເກຈິອາຈາຣິຍ)
ເກດ
1 ນ. ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ຂະຫນາດໃຫຍ່ ຕົ້ນ ໃບ ຫມາກ ຄ້າຍຄືຕົ້ນເຄັງ ຫມາກສຸກແລ້ວ ສີເຫລືອງ ຣັດຫວານ (ປ. ເກຕກ). 2 ນ. ແປວໄຟ, ທຸງ, ດາວຫາງ, ດາວສະເດັດ (ໃນຕຳຣາ ເອີ້ນດາວພຣະເກດ) ເປັນຫນ່ວຍທີ 9 (ປ. More…
ເກຕຸມາລາ
ນ. ຣັສມີທີ່ເປັນແສງຢູ່ເຫນືອສຽນຂອງພຣະພຸທເຈົ້າ, ເກົ້າຜົມ (ປ.)
ເກນ
ກ. ບັງຄັບ, ກຳນົດ, ຫມາຍ (ປ. ເກນທ)
ເກສນາ - ເກດສະຫນາ
ນ. ແກ່ນໄມ້ຫອມແນວນຶ່ງ ສີດຳໆ (ສ. ກຣິສນາ)
ເກສອນ
ນ. ຂົນຄິ້ວ, ແຜງມ້າ, ສ່ວນໃນຂອງຫມາກໄມ້ເປັນເມັດໆ, ດອກໄມ້ (ປ. ເກສຣ)
ເກສາ
ນ. ຜົມ, ຫົວ.
ເກສິນີ
ນ. ຜູ່ມີຜົມງາມ (ປ.)
ເກສີ
ນ. ຜົມ.
ເກຫນ້າກາຫລັງ
ນ. ສຣະ ເອ ຕ້ອງຢູ່ຫນ້າ ສຣະ ອາ ຕ້ອງຢູ່ຫລັງ, ເປັນຄຳເວົ້າຖືຫຸ່ມ ຄົນຜູ່ບໍ່ຮູ້ ຫລື ເວົ້າບໍ່ຖືກຕາມຄວາມຫມາຍ.
ເກັງ
ນ. ເຄື່ອງຫ້າງເອົາກະຕ່າຍ ຫລື ນົກ ສານດ້ວຍ ປລປ່ານ ເປັນຕາຫ່າງໆ (ຊິງ ກໍເອີ້ນ)
ເກັງຍາ
ນ. ສາວນ້ອຍ, ນາງງາມ (ສ. ກັນຍາ)
ເກັດ
1 ນ. ສິ່ງທີ່ເປັນກີບຊ້ອນຫລືບກັນຢູ່ຕາມຫນັງປາບາງຈຳພວກ, ສິ່ງອື່ນໆທີ່ມີລັກສະນະດັ່ງເກັດປາ. 2 ກ. ຂົບເມັດໃຫ້ແຕກ ແລ້ວຄາຍເປືອກອອກ ດັ່ງເກັດເຂົ້າ ເກັດເມັດແຕງໂມ ເປັນຕົ້ນ.
ເກັດລິ່ນ
ນ. ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ພຸ່ມ ໃບອ່ອນເປັນກີບ ຊ້ອນຫລືບກັນ ຄືເກັດຂອງລິ່ນ.
ເກັດຫອຍ
ນ. ນົກແນວນຶ່ງ ຕົວໃຫຍ່ ຄໍຍາວ ກິນປາ; ຫຍ້າແນວນຶ່ງ ດອກສີແຫລ້ ຮູບຄືຝາໄງຫອຍ.
ເກັນ
ນ. ຕົ້ນໄມ້ແນວນຶ່ງ ຕາມຕົ້ນມີຫນາມຍາວ ແລະແຫລມ ຫນ່ວຍສຸກແລ້ວສີຊ້ຳ ມີຣົດຫວານ ແກມຝາດ.
ເກັ່ງ
ວ. ກ້າແຂງ, ບໍ່ຢ້ານ, ສາມາດ.
ເກາະ
1 ນ. ດອນຢູ່ກາງແມ່ນ້ຳ, ທະວີບ, ແຜ່ນດິນ, ເຄື່ອງປ້ອງກັນອາວຸດທຳດ້ວຍເຫລັກ ຫລື ຫນັງ ສຸບໃສ່ຕົວ, ເຫລັກຫຸ້ມຣົດສຳລັບປ້ອງກັນລູກປືນ. 2 ກ. ກ່ຽວຂ້ອງ, ຄາຢູ່, ເອີ້ນມາດ້ວຍຈົດຫມາຍ ຫລື ອຳນາດຂອງສານ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑