LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 355 ໜ້າທີ 18 ຈາກທັງໝົດ 18 ໜ້າ
ກະໂມຍ
ນ. ຄົນລັກ, ຄົນຫາກິນທາງລັກ (ຂະໂມຍ ກໍວ່າ)
ກະໂມມ
(ເບິ່ງ ໂມມ)
ກະໂລກກະເລກ
ວ. ຫລຽວຫນ້າຫລຽວຫລັງ ໂດຍອາການຟ້າວ ຫລື ບໍ່ສຸພາບ.
ກະໂລງ
ນ. ເຄື່ອງໃຊ້ສານດ້ວຍຕອກ ຫລື ໃບລານ ເປັນຖົງສຳລັບໃສ່ຂອງ. (ຂ.)
ກະໂລ້
1 ນ. ພາຊະນະ ສານດ້ວຍຕອກ ຮູບຄື ເຂິງສ້ອນປາ. 2 ວ. ສວດອອກ, ມີຕາເຫລືອກ (ບາງພ່ອງຟ້ອນເຢ່ງໂຢ້ ຕາກະໂລ້ຫລອກສາວ) (ສິນໄຊ)
ກະໂວກກະເວກ
ວ. ຫລຸບໆໂກນໆ.
ກະໂຫມງ
(ເບິ່ງ ກະໂບງ)
ກະໂຫລ່ງ
ນ. ເຄື່ອງໃສ່ນ້ຳມັນ ສຳລັບສົ່ງໄປຂາຍທາງໄກ ທຳດ້ວຍໂລຫະຕ່າງໆ.
ກະໄດ
(ເບິ່ງ ຂັ້ນໄດ)
ກະໄດລິງ
ນ. ໄມ້ເຄືອແນວນຶ່ງ ເຄືອບິດໄປບິດມາ ດອກນ້ອຍສີຂາວ ແລະເປັນຊໍ່.
ກະໄດແຫ
(ເບິ່ງ ສາຍກະໄດ)
ກະໄຕ
1 ນ. ມີດແຊມ, ມີດຕັດຜົມ, ມີດສຳລັບຫນີບຜົມ ເປັນຕົ້ນ. 2 ນ. ດູກຄາງ, ຄາງ (ສ.ກຣໄຕ)
ກະໄຕ້
ນ. ກະບອງ.
ກະໄທ
ນ. ຄົນຜູ່ຊາຍ ດັ່ງກະໄທຊາຍ.
ກະໄນ່
ນ. ສັດສີ່ຕີນຈຳພວກໄຕ່ໄມ້ ຕົວຂະຫນາດກະແຕ ຂົນແກ້ມສີແດງອ່ອນ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑