LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ສງ ສຍ ສນ ສມ ສຣ ສລ ສວ ສອ ສະ ສັ ສາ ສິ ສີ ສຶ ສຸ ສົ ສຽ ສເ ສແ ສໂ ສໄ ສ່ ສ້
ຜົນການຊອກຫາ: 32 ໜ້າທີ 2 ຈາກທັງໝົດ 2 ໜ້າ
ສລິດ - ສະຫລິດ
ນ. ຊື່ປາແດກແນວນຶ່ງມີເກັດ ຕົວຄືປາກະເດີດ ແຕ່ໃຫຍ່ແລະໜາກວ່າປາກະເດີດ.
ສລຶງ - ສະຫລຶງ
ນ. ມາດຕາເງິນ ຫຼືນ້ຳໜັກຂອງຕາຊິງ ທໍ່ກັບນຶ່ງໃນສີ່ຂອງບາດ.
ສລຸດ - ສະຫລຸດ
ກ. ໂຄຣົບ, ຕົວຢ່າງ: ຍິງສລຸດ (ອ. Salute)
ສລູ - ສະຫລູ
ນ. ງົວ, ປີຮູບງົວ, ປີທີ 2 ໃນຈຳນວນ 12 ປີ.
ສລົດ - ສະຫລົດ
ວ. ເສົ້າໃຈ, ບໍ່ຊື່ນບານຍ້ອນຄວາມສັງເວດ.
ສລົບ - ສະຫລົບ
ກ. ຕາຍໄປແລ້ວໄດ້ຄືນມາ.
ສລຽງ - ສະຫຼຽງ
ກ. ແສ່ວ, ເຈີດ.
ສລຽວ - ສະຫລຽວ
ວ. ສະຫລາດ, ມີປັນຍາ.
ສລ່າງ - ສະຫລ່າງ
ວ. ງາມ, ຫຼາຍ “ສົມບັດລົ້ນກອງມະນີນັບໂກດ ພິສລ່າງລ້ວນ ລືໄຮ້ຫ່າງແຄນ” (ສິນໄຊ)
ສລ່ຽງ - ສະຫລ່ຽງ
(ເບິ່ງ ຕລ່ຽງ)
ສລ້າງ - ສະຫລ້າງ
ວ. ສົງໄສ, ພາດພັ້ງ, ຫຼົງລືມ.
ສລໍ - ສະຫລໍ
ວ. ເຫຼືອ, ເສດ, ປີດປາຍ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑