LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 67 ໜ້າທີ 3 ຈາກທັງໝົດ 4 ໜ້າ
ການ້ຳ
ນ. ນົກຕົວດຳໆ ຄໍຍາວ ຫາກິນທາງນ້ຳ (ກາກະລານ້ຳ ກໍວ່າ)
ກາມາ
(ເບິ່ງ ກາມ)
ກາມາດູນ
ນ. ຄວາມກະສັນແດດ້ວຍກາມ, ຄວາມຮ້ອນຮົນຍ້ອນກາມ (ປ. ກາມ+ອາຣັມມນ)
ກາມາວະຈອນ
ນ. ໂລກແຫ່ງກາມ ໄດ້ແກ່ເມືອງສະຫວັນທັງຫົກ (ປ. ກາມາວຈຣ)
ກາມິນ
ຊາຍຜູ່ມີຄວາມຮັກ (ສ.)
ກາມິນີ
ນ. ຍິງຜູ່ມີຄວາມຮັກ (ສ.)
ກາຣະບູນ - ກາລະບູນ
ນ. ຕົ້ນໄມ້ແນວນຶ່ງ ຢາງຂອງມັນເມື່ອກັ່ນແລ້ວ ເປັນເມັດຂາວໆ ມີກິ່ນຫອມ (ສ. ກາຣປຸຣ)
ກາຣະເວກ - ກາລະເວກ
(ເບິ່ງ ກໍຣະວີກ)
ກາຣັນ - ກາລັນ
ນ. ອັກສອນຕົວສຸດທ້າຍຂອງຄຳ, ອັກສອນຕົວສຸດທ້າຍ ເຊິ່ງບໍ່ອອກສຽງ (ປ. ກາຣັນຕ)
ກາຣຸນ - ກາລຸນ
ນ. ຄວາມກະຣຸນາ (ສ. ກາຣຸນຍ)
ກາລະ
1 ນ. ສີດຳ, ສີຟ້າ, ແກ່ນຕາດຳ, ງູເຫົ່າຫມໍ້ (ສ.). ກາລະກັນນີ ນ. ຄວາມຈັງໄຮ, ເຄາະຮ້າຍ. ກາລະເກດ ນ. ຜູ່ມີຜົມດຳ, ຊື່ນິທານບູຮານເຣື່ອງນຶ່ງ ເອີ້ນວ່າ ຫນັງສືກາລະເກດ. ກາລະເນດ ນ. ຜູ່ມີຕາດຳ (ປ. ກາລເນຕຕາ). More…
ກາລະກິນີ - ກາລະຂິນີ
(ເບິ່ງໃນ ກາລະ 1 ຄື ກາລະກັນນີ)
ກາລີ
ນ. ຍິງຊົ່ວ, ຍິງດຳ, ຄວາມເສຍຊື່ສຽງ, ເວລາຄ່ຳຄືນ (ສ.)
ກາລຸທາຍິ
ນ. ນາມສາວົກອົງນຶ່ງຂອງພຣະພຸທເຈົ້າ ໂຄຕະມະ ເຊິ່ງເກີດວັນດຽວ ປີດຽວກັບພຣະພຸທເຈົ້າ.
ກາສະທຶງ
ນ. ຕົ້ນໄມ້ແນວນຶ່ງ ດອກນ້ອຍກິ່ນຫອມ: “ກາສະທຶງສ້ຽວ ແສນກໍກາງເຫລົ່າ” (ສິນໄຊ)
ກາສາ
ນ. ຜ້າ, ຜ້າໄຫມ, ແພສຳລັບຖື (ມາຈາກ ປ. ກາສາວະ)
ກາສາວະ
ນ. ຜ້າຍ້ອມນ້ຳເປືອກໄມ້ ມີສີເຫລືອງຫມົ່ນ (ປ.)
ກາສາວະພັດ
ນ. ຜ້າເຫລືອງ (ປ. ກາສາວະພັຕຖະ)
ກາສິ
ນ. ຕາເວັນ, ສະຖານທີ່ຮຸ່ງເຮືອງ, ຜ້າໄຫມ, ຊື່ເມືອງນຶ່ງໃນປະເທດອິນເດຍສະໄຫມບູຮານ (ປ.)
ກາສິກະ
ວ. ມາຈາກເມືອງກາສີ, ຜ້າທຳດ້ວຍຝ້າຍປົນໄຫມ (ສ.)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑