LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜົນການຊອກຫາ: 1,712 ໜ້າທີ 6 ຈາກທັງໝົດ 86 ໜ້າ
ກະດໍ້
ວ. ໂພດ, ເຫລືອ.
ກະຕະເວທີ
ນ. ການຮູ້ຈັກຄຸນ ທີ່ຄົນອື່ນທຳໃຫ້ແກ່ຕົນ, ການຕອບແທນບຸນຄຸນ (ປ.)
ກະຕັກ
ນ. ໄມ້ແສ້ມີເຫລັກຢູ່ປາຍ ສຳລັບແທງງົວໃຫ້ເດີນໄວ (ຮຽນວ່າ ເຫລັກປະຕັກ ຫລື ເຫລັກກະຕັກ)
ກະຕັງກະຕິ້ວ
ນ. ຊື່ຕົ້ນໄມ້ແນວນຶ່ງ ມີຢາງ ແລະ ຢາງໃຊ້ເປັນປະໂຫຍດໄດ້ຫລາຍຢ່າງ.
ກະຕັດ
(ເບິ່ງ ກະໄຕ)
ກະຕັນຍູ
ນ. ຜູ່ຮູ້ຈັກຄຸນຂອງຜູ່ອື່ນ, ຜູ່ຕອບແທນຄຸນຜູ່ອື່ນ (ປ. ກຕັນຍູ)
ກະຕາກ
ກ. ສຽງໄກ່ຮ້ອງ ໃນເວລາມັນໄຂ່ ຫລື ຕື່ນຕົກໃຈ.
ກະຕາດ
ນ. ຝາສານລາຍຂັດ (ຝາກະຕາດຕ້ອນ)
ກະຕາທິການ
ນ. ບຸນອັນຍິ່ງໃຫຍ່ ທີ່ທຳໄວ້ (ປ. ກຕາທິກາຣ)
ກະຕາບໆ
ວ. ອາການດືບຂຶ້ນລົງຈາກທີ່ສູງ.
ກະຕິ
ນ. ກະດີ (ປ. ກຸຕິ)
ກະຕິກ
ນ. ພາຊະນະສຳລັບໃສ່ນ້ຳເຢັນ ຫລື ນ້ຳຮ້ອນ ຮູບຕ່າງໆ (ຕິກ ກໍວ່າ)
ກະຕິບ
ນ. ພາຊະນະສານດ້ວຍຕອກໄມ້ ສຳລັບໃສ່ເຂົ້າ (ຕິບ ກໍວ່າ)
ກະຕຶບ
ນ. ເຮືອນຊັ້ນດຽວທີ່ກໍ່ດ້ວຍດິນ, ຕຶກ.
ກະຕືກ
ນ. ຕົວພະຍາດທີ່ປົນຢູ່ກັບອຸດຈາລະ ມີ 2 ແນວຄື: ກະຕືກແປ ຕົວແພບ ແລະຍາວ; ກະຕືກກົມ ຕົວກົມ ຄືຂີ້ກະເດືອນ.
ກະຕູດ
ນ. ແຜ່ນເງິນ ຫລື ຄຳ ທີ່ຂຽນຄາຖາໃສ່ ນັບຖືວ່າ ເປັນເຄື່ອງແຄ້ວຂອງຄົງ, ເຄື່ອງແຄ້ວຄົງ.
ກະຕ່ອງ
ນ. ເຄື່ອງສຳລັບຕັກເອົາຂອງ ສານດ້ວຍປໍປ່ານ ຫລື ໄມ້ ມີຄັນຈັບ.
ກະຕ່ອຍ
ນ. ພູປ່າ, ພູແນວໃບຮີ ແລະກິ່ນຂິວ ເອີ້ນ ພູກະຕ່ອຍ.
ກະຕ່າ
ນ. ເຄື່ອງສານດ້ວຍຕອກ ຫລື ລວດ ຮູບກົມ ມີຮວງ ຫລື ສາຍສຳລັບໃສ່ສິ່ງຂອງ.
ກະຕ່າກວຍ
ນ. ກະຕ່າທີ່ສານໄຂວ່ເປັນຕາຫ່າງໆ (ເບິ່ງ ກວຍ ອີກ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑