LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: *ປ
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 433
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (433)
ທຸງ
ນ. ແຜ່ນຜ້າສີຕ່າງໆ ສຳລັບ 1/ ເປັນເຄື່ອງຫມາຍບອກຊາດ, ບອກຫມວດຫມູ່ ດັ່ງທຸງຊາດ. ທຸງແມ່ທັບ, ທຸງລູກເສືອ ເປັນຕົ້ນ. 2.ເປັນເຄື່ອງອານັດສັນຍາ ຕາມແບບສາກົນນິຍົມດັ່ງ ທຸງກາຊາດບອກ ບ່ອນຕັ້ງກອງພະຍາບານ, ທຸງຂາວ…
ທຸຣະ - ທຸລະ
1. ນ. ວຽກ, ການງານ, ກິດຈະການໃນ ພຣະພຸທສາສນາ ມີສອງຢ່າງ ຄື ຄັນຖະທຸຣະ: ການຮ່ຳຮຽນນຶ່ງ, ວິປັສນາທຸຣະ: ການປະຕິບັດທາງໃຈໃຫ້ຮູ້ແຈ້ງນຶ່ງ (.) ທຸຣະ ການ ນ. ວຽກຝ່າຍປະຕິບັດ ເປັນຄູ່ກັບວິຊາການ ວຽກຝ່າຍຄວາມຮູ້…
ທູຣະ
ເປັນຄຳປະກອບຫນ້າສັບ ແປວ່າ ໄກ ດັ່ງ ທູຣະບົດ (. ທູຣປຖ), ທູຣະມັກຄາ ແປວ່າ ທາງໄກ (. ທູຣະມັຄຄ) ສັບນີ້ ແປງເປັນ ໂທຣະ ກໍໄດ້ ດັ່ງ ໂທຣະເລກ ເປັນຕົ້ນ.
ກິນນອນ
ນ. ຄົນແນວໃດ (. ກິນນຣ) (ຄຳວ່າ ກິນນອນ ນີ້ ລາວເຮົາໃຊ້ວ່າ ກິນນະຣອນ ຄູ່ກັບ ກິນນະຣີ, ກິນນະຣອນ ແມ່ນຕົວຜູ້, ກິນນະຣີ ແມ່ນຕົວແມ່, ຕາມນິຍາຍ ຫມາຍເອົາສັດແນວນຶ່ງ ຕົວເປັນຄົນ ຫົວເປັນມ້າ ຫລື ຕົວເປັນຄົນ…
ສາວ
1 ນ. ເປັນຄຳບອກເພດຂອງຜູ່ຍິງ ໃຊ້ປະກອບໜ້າຊື່ ດັ່ງ ສາວແດງ ສາວຄຳ ເປັນຕົ້ນ. ເປັນຄຳຮຽກຊື່ຂອງຜູ່ຍິງ ທີ່ມີອາຍຸຕັ້ງແຕ່ 15 ປີຂຶ້ນໄ ເຊິ່ງຍັງບໍ່ມີຜົວ. 2 ກ. ດຶງເຂົ້າມາບາດຫ່າງໆ ຫຼືບາດຍາວໆ,…
ເກດ
1 ນ. ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ຂະຫນາດໃຫຍ່ ຕົ້ນ ໃບ ຫມາກ ຄ້າຍຄືຕົ້ນເຄັງ ຫມາກສຸກແລ້ວ ສີເຫລືອງ ຣັດຫວານ (. ເກຕກ). 2 ນ. ແປວໄຟ, ທຸງ, ດາວຫາງ, ດາວສະເດັດ (ໃນຕຳຣາ ເອີ້ນດາວພຣະເກດ) ເປັນຫນ່ວຍທີ 9 (.…
ທຸ
ວ. ໃຊ້ເປັນຄຳນຳຫນ້າສັບ ແປວ່າ ຊົ່ວ ດັ່ງ ທຸຈຣິດ ຄວາມປະພຶດຊົ່ວ ເປັນຕົ້ນ; ທຸ ສັບນີ້ແປງເປັນ ທຸຣະ ທໍຣະ ກໍໄດ້ ດັ່ງ ທຸຣະຊົນ, ທຸຣາຄົມ, ທໍຣະພິດ, ທໍຣະຍົດ ເປັນຕົ້ນ (.)
ຜັກຕູ
ນ. ປ່ອງບ່ອນເຂົ້າອອກຂອງສະຖານທີ່ທັງປວງທີເຮືອນ ເປັນຕົ້ນ. ທາງເຂົ້າ, ປ່ອງບ່ອນ ເຕະລູກຟຸດບານເຂົ້າໄ, ທາງທີ່ເຈົ້າມືການພະນັນໄຂໃຫ້ລູກມືລົງຕາມໃຈ ດັ່ງຖົ່ວໂປເປັນຕົ້ນ (ປະຕູກໍວ່າ)
ວິຣັດ-ວິລັດ
1 ກ. ເວັ້ນ, ງົດ, ເລີກ (. ວິຣະຕິ) 2 ວ. ປາສຈາກຝຸ່ນ, ບໍ່ມີໝອງ, ສະອາດ (. ວິຣະຊະ) 3 ນ. ຕ່າງປະເທດ (. ວິຣັຊຊະ ໃຊ້ວ່າໄພຣັດປະເທດ) 4 ວ. ບໍ່ຍິນດີ, ປາສຈາກຄວາມຍິນດີ (. ວິຣັຕຕິ)
ກະເສຣາ - ກະເສລາ
ນ. ນ້ຳທິບ, ນ້ຳສັກສິດ: “ພູມີຜາຍກະເສຣາ ຮວາດລົງມາລ້າງ” (. ກສິຣ) ຄຳ ກສິຣ ຫລື ກະເສຣາ ນີ້ແປວ່າ ນ້ຳນົມ ແຕ່ເດີມຫມາຍເອົານ້ຳນົມສະຫມຸດ; ມີເລື່ອງກ່າວໄວ້ໃນຄຳພີປຸຣະນະວ່າ ເມື່ອຕັ້ງໂລກຂຶ້ນໃຫມ່ໆ…
ທິດ
1. ນ. ຄຳນຳຫນ້າຊື່ຜູ່ຊາຍທີ່ເຄີຍບອດເປັນພິກຂຸ ແຕ່ບໍ່ໄດ້ຮັບເຖຣາພິເສກ. ຄົນທີ່ບວດເປັນຈົວ ເປັນພິກຂຸ ເມື່ອສິກແລ້ວໃຊ້ຄຳນຳຫນ້າຊື່ ດັ່ງນີ້: ເປັນຈົວ ເອີ້ນວ່າ ຊຽງ, ເປັນພິກຂຸ ເອີ້ນວ່າ ທິດ…
ໂທ
1. ນ. ຊື່ອັກສອນພວກວັນນະຍຸດຮູບນີ້ ້ ເອີ້ນວ່າໄມ້ໂທ, ຄຳທີ່ປະກອບດ້ວຍວັນນະຍຸດ ້ ເອີ້ນວ່າຄຳໂທ, ວ. ສອງ (. ທຸ) 2. ນ. ເປັນຊື່ເຫລົ້າທີ່ບໍ່ທັນກັ່ນ ເອີ້ນວ່າ ເຫລົ້າໂທ ຄື ເມລັຍ ຫລື ສາໂທ (. ສາທຸ ແປວ່າ…
ກະລີຍຸກ
ນ. ຊື່ຍຸກສຸດທ້າຍ ແຫ່ງຍຸກທັງ 4 ແລະເປັນຍຸກທີ່ຮ້າຍທີ່ສຸດ ຄືຍຸກປັດຈະບັນນີ້. ຍຸກນີ້ ມີອາຍຸ 1200 ປີທິບ ທໍ່ກັບ 432.000 (ສີ່ແສນສາມຫມື່ນສອງພັນ) ປີ ຂອງມະນຸດ ແລະຍຸກນີ້ຕັ້ງຕົ້ນແຕ່ວັນທີ 18 ກຸມພາ ກ່ອນ…
ກິນ
ກ. ຫຍ້ຳອາຫານແລ້ວກືນລົງໄປໃນທ້ອງ, ກິນລົງໄ, ທຳໃຫ້ຫມົດໄ, ປົກຄອງ. ກິນເຈ ນ. ການງົດເວັ້ນບໍ່ກິນຂອງຄາວ ເພາະຖືສິນ. ກິນໃຈ ກ. ສົງສັຍຫງຳໄວ້ໃນໃຈ. ກິນເມືອງ ກ. ປົກຄອງເມືອງ; ກິນລ້າ ໄດ້ມາເປົ່າໆ…
ວັນ
1). ນ. ລະຍະເວລາ 12 ຊົ່ວໂມງ ຕັ້ງແຕ່ແຈ້ງ ຮອດຄ່ຳ, ເວລາທີ່ຍັງເຫັນຕາເວັນຢູ່, ເວລາບໍ່ຄ່ຳ, ຕາເວັນພຣະອາທິດ ”ພໍເມື່ອວັນໄສຊ້າຍ ທິນນະກອນກັ້ງຮົ່ມ”; 2). ນ. ປ່າໄມ້, ດົງ (. ວນ); 3). ນ.…
ວັນ:
1). ນ. ລະຍະເວລາ 12 ຊົ່ວໂມງ ຕັ້ງແຕ່ແຈ້ງ ຮອດຄ່ຳ, ເວລາທີ່ຍັງເຫັນຕາເວັນຢູ່, ເວລາບໍ່ຄ່ຳ, ຕາເວັນພຣະອາທິດ ”ພໍເມື່ອວັນໄສຊ້າຍ ທິນນະກອນກັ້ງຮົ່ມ”; 2). ນ. ປ່າໄມ້, ດົງ (. ວນ); 3). ນ.…
ວາກຍະ - ວາກກະຍະ
ນ. ຄຳເວົ້າ, ຄຳກ່າວ, ປໂຍກ (.) ວາກຍະສຳພັນ ນ. ຊື່ໜັງສືໄວຍາກອນ ຕອນທີ່ແຍກຄວາມເວົ້າອອກເປັນປະໂຍກໆ ແລະ ບອກຄວາມກ່ຽວຂ້ອງກັນວິກຂັມ - ວິກຂຳພະນະ: ກ. ການເລີກຖອນ, ການຂົ່ມໄວ້, ການປົດອອກ (.)
ວາກຍະ - ວາກກະຍະ:
ນ. ຄຳເວົ້າ, ຄຳກ່າວ, ປໂຍກ (.) ວາກຍະສຳພັນ ນ. ຊື່ໜັງສືໄວຍາກອນ ຕອນທີ່ແຍກຄວາມເວົ້າອອກເປັນປະໂຍກໆ ແລະ ບອກຄວາມກ່ຽວຂ້ອງກັນວິກຂັມ - ວິກຂຳພະນະ: ກ. ການເລີກຖອນ, ການຂົ່ມໄວ້, ການປົດອອກ (.)
ກະກຸທະພັນ
ນ. ເຄື່ອງປະດັບຍົດຂອງເຈົ້າແຜ່ນດິນ ຕາມຂັດຕິຍະລາຊະປະເພນີ ມີ 5 ຢ່າງຄື: 1. ມຸງກຸດ 2. ພຣະຂັນ 3. ໄມ້ເທົ້າ 4. ແສ້ຈາມອນ 5. ສຸວັນນະປາທຸກາ(ເກີບຄຳ) ອີກຢ່າງຫນຶ່ງ ຄື 1. ພຣະຂັນ 2. ມຸງກຸດ 3. ເສຕສັດ 4.…
ກະຖິນ
1 ນ. ຕົ້ນໄມ້ແນວນຶ່ງ ມີ 2 ປະເພດ ຄື: 1. ກະຖິນບ້ານ ໃບເປັນແຫລບ ຫນ່ວຍແພບອ່ອນ ໃຊ້ເປັນອາຫານໄດ້ 2. ກະຖິນຫນາມ ຕົ້ນມີຫນາມ ດອກມົນ ສີເຫລືອງ ມີກິ່ນຫອມ. 2 ນ. ຜ້າທີ່ເອົາເຄນພິກຂຸ ຜູ່ໄດ້ຈຳວັດສາແລ້ວ. ໄມ້ກັງ…

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑