LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ

ກະເສຣາ - ກະເສລາ

ນ. ນ້ຳທິບ, ນ້ຳສັກສິດ: “ພູມີຜາຍກະເສຣາ ຮວາດລົງມາລ້າງ” (ປ. ກສິຣ) ຄຳ ກສິຣ ຫລື ກະເສຣາ ນີ້ແປວ່າ ນ້ຳນົມ ແຕ່ເດີມຫມາຍເອົານ້ຳນົມສະຫມຸດ; ມີເລື່ອງກ່າວໄວ້ໃນຄຳພີປຸຣະນະວ່າ ເມື່ອຕັ້ງໂລກຂຶ້ນໃຫມ່ໆ ພວກເທວະດາພາກັນເຮັດນ້ຳທິບສະເຫວີຍ ໂດຍເອົານາກກ້ຽວເຂົາສະເມນ ແລ້ວດຶງອິ້ວໄປອິ້ວມາ ໃຫ້ນ້ຳຢາຕ່າງໆ ໃນເຂົາສະເມນນັ້ນ ໄຫລລົງໃຕ້ມະຫາສະຫມຸດ, ນ້ຳຢາທີ່ໄຫລອອກຈາກເຂົາສະເມນນັ້ນ ເອີ້ນວ່າ “ກສິຣສມຸທຣ” ແປວ່ານ້ຳນົມສະຫມຸດ, ນ້ຳນົມສະຫມຸດນີ້ ຜູ່ໃດໄດ້ກິນແລ້ວບໍ່ຕາຍ ເຫດນັ້ນຈຶ່ງເອີ້ນວ່າ ນ້ຳອະມະຕະ. ເທວະດາຜູ່ໄດ້ກິນນ້ຳນີ້ແລ້ວ ກໍເລີຍເອີ້ນວ່າ ອະມະຣະ ເຊິ່ງເຮົາອອກສຽງເປັນອະມອນ ແປວ່າ ຜູ່ບໍ່ຕາຍ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑