LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 15 ໜ້າທີ 1 ຈາກທັງໝົດ 1 ໜ້າ
ກ່ວຍ
ກ. ຊວ້ານອອກທາງຂ້າງ, ປ່າຍໄປທາງຂ້າງ.
ກ່ວຍລໍ່
ກ. ຂຸດຮ່ອງໃຫ້ນ້ຳໄຫລ, ເຮັດຮ່ອງນ້ຳຕື້ນໆໃຕ້ຊາຍຄາ.
ກ່ອງ
1 ນ. ເຄື່ອງຫາປາຢ່າງນຶ່ງ ສານດ້ວຍປ່ານ ຫລື ຝ້າຍໃສ່ຄັນຂ້າງດຽວ ສຳລັບຕຶກເອົາປາ. 2 ນ. ພາຊະນະສຳບັລໃສ່ເຂົ້າຫນຶ້ງແລ້ວ (ເອີ້ນ ກ່ອງເຂົ້າ). 3 ນ. ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ມີຜົນ ຫນ່ວຍນ້ອຍມົນ ຄືຫມາກໄຟ. More…
ກ່ອງປາ
ກ. ເອົາຜ້າບາງໆໂຕ່ງໄວ້ບ່ອນນ້ຳໄຫລ ສຳລັບໂຕ່ງເອົາປາຕົວນ້ອຍໆ ທີ່ໄຫລລົງມາຕາມນ້ຳ. ກ້ອງ 1 ນ. ເຄື່ອງທີ່ມີຮູ້ສຳລັບສ່ອງເບິ່ງເງົາ ຫລືເຫັນໄກ, ກວດແກ້ວ. 2 ນ. ທາງລຸ່ມ, ໃຕ້. 3 ວ. ດັງໄປໄກ (ສຽງກ້ອງ)
ກ່ອນ
ວ. ທາງຫນ້າ, ເກົ່າ, ເຫິງ, ດັ້ງເດີມ, ຕັ້ງແຮກ, ບຶດນຶ່ງ (ຟ້າວກ່ອນ)
ກ່າ
ນ. ປາແນວນຶ່ງມີເກັດ ຕົວແພບຄືປາເຂັງ ແຕ່ຮູບມົນ ແລະ ໃຫຍ່ກວ່າປາເຂັງ.
ກ່າງ
1 ນ. ເສັ້ນແຂງຂອງໃບໄມ້; 2 ນ. ຊື່ນົກແນວນຶ່ງ ຂົນສີຂຽວຄືນົກແຂກ ແຕ່ຕົວໃຫຍ່ກວ່ານົກແຂກ.
ກ່າງກ້າຍ
ວ. ອາການແລ່ນ ຫລື ຍ່າງທີ່ທຳຂາຈ່າງໆ.
ກ່າງຕອງ
ນ. ບ່າງຕອງ, ບ່າງນ້ອຍ: “ຂີ້ໂກະ ຍາບແຍ້ ຄະນາກ້ຽມກ່າງຕອງ” (ສິນໄຊ)
ກ່າຍ
1 ກ. ພາດໄວ້, ຄ້າງຂວາງໄວ້, ຂຽນເອົາຕາມແບບເກົ່າ (ກ່າຍຫນັງສື). 2 ວ. ຄ່ອງກັນ, ຕິດຕໍ່ກັນ (ເກາະກ່າຍ)
ກ່າຍກອງ
ວ. ຫລາຍ, ມາກຫລາຍ.
ກ່ານ
ກ. ເອົາສີຕ່າງໆກັນຂັ້ນໄວ້; ວ. ມີສີຕ່າງໆສັບກັນໄປ; ກ່ານປ້ອງ ງູທຳທານ (ງູກ່ານປ້ອງ)
ກ່ຳ
1 ນ. ຊື່ເຂົ້າຫນຽວແນວນຶ່ງ ທັງເປືອກນອກ ແລະ ເມັດໃນສີກ່ຳ; 2 ວ. ເສົ້າຫມອງ, ສີແຫລ້ ເກືອບດຳ.
ກ່ຽງ
ກ. ຫາອຸບາຍໃຫ້ຜູ່ອື່ນທຳ ຫລື ເວົ້າ, ຢາກໃຫ້ຜູ່ອື່ນທຳ ຫລື ເວົ້າ ໂດຍທີ່ແທ້ ແມ່ນໂຕເອງຄວນຈະທຳ ຫລື ເວົ້າ, ຫນິ້ງໃຫ້ຜູ່ອື່ນທຳ.
ກ່ຽງກ່າຍ
ກ. ຫາອຸບາຍອອກໃຫ້ພົ້ນຕົວ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑