LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 32 ໜ້າທີ 1 ຈາກທັງໝົດ 2 ໜ້າ
ກັກ
ກ. ກັນໄວ້ບໍ່ໃຫ້ໄປມາ, ໃຫ້ຢູ່ໃນເຂດກຳນົດໄວ້.
ກັກຂະລະ
ວ. ຫຍາບຊ້າກ້າແຂງ, ຊົ່ວຮ້າຍ (ປ.)
ກັງ
1 ນ. ລີງໃຫຍ່; 2 ນ. ໄມ້ສອງອັນສຳລັບຫນີບມັດເຂົ້າຟາດ ເພື່ອໃຫ້ເມັດເຂົ້າຫລົ່ນ; 3 ນ. ໄມ້ຜູກກັບເຊືອກຄຶງໄວ້ ບໍ່ໃຫ້ສັດທີ່ຖືກຜູກນັ້ນໂງຄືນໄດ້, ໄມ້ເຮັດເປັນວົງ ຫລື More…
ກັງຂາ
ນ. ຄວາມສົງໄສ (ປ.)
ກັງວານ
ວ. ກ້ອງ, ສຽງກ້ອງ, ສຽງດັງ.
ກັງວົນ
ນ. ຄວາມເປັນຫ່ວງ, ຄວາມກ່ຽວຂ້ອງຢູ່ (ຂ.)
ກັງສະດານ
ນ. ຣະຄັງມົນໆ, ຄ້ອງ (ປ. ກັງສດາລ): “ຟັງຍິນ ສັງໂຄຕ້ອງ ກັງສະດານດັງມີ່ ວັດປ່າເຕົ້າສແວງເຂົ້າ ຄູ່ມະຮາມ” (ສິນໄຊ)
ກັດ
1 ນ. ຊື່ປາແນວນຶ່ງ ຕົວນ້ອຍ ທໍ່ປາຫມັດ ຫລື ທໍ່ເລັບມື ສີຂຽວແກ່ຈົນດຳ ມັກກັດກັນ. 2 ນ. ຊື່ເລກຕົວທີ 6 ຫລື ປີທີ 6 ຕາມຈຳນວນເລກທ້າຍ ຈຸລສັກຣາດ ທີ່ບູຮານເອີ້ນວ່າ ແມ່ມື້ ຄື 1 ກາບ, 2 ຮັບ, 3 ຮວາຍ, 4 ເມິງ, 5 More…
ກັດຕິກາ
ນ. ເດືອນ 12, ດາວຣືກຫມູ່ນຶ່ງ ທີ່ເຫັນໃນລະຫວ່າງເດືອນ 12 ເຮົາເອີ້ນ ດາວໄກ່ນ້ອຍ, ດາວຫມູ່ນີ້ ມີ 6 ຫນ່ວຍ (ປ. ກັດຕິກາ)
ກັນ
1 (ກ) ສ. ເປັນຄຳແທນຊື່ ດັ່ງຄຳວ່າ “ຄວາຍຊົນກັນ” (ຂ). ແທນຊື່ຂອງຜູ່ເວົ້າ ຫລື ເຈົ້າຂອງເອງ: “ເສື້ອຂອງກັນ”. 2 ກ. ຫ້າມ, ບັງ, ກັ້ງ, ຫວຽນອ້ອມໄວ້; ກ. ແຖ (ກັນຕີນຜົມ, ກັນຄິ້ວ). 3 ນ. ກະແຈ, ໄລຜັກຕູ: More…
ກັນຈະນາ
(ເບິ່ງ ການຈະນາ)
ກັນຊາ
ນ. ຕົ້ນໄມ້ນ້ອຍໆ ຈຳພວກໄມ້ພຸ່ມໃບແລະດອກມີຣົດເມົາ ໃຊ້ໃບແຫ້ງ ສູບແທນຢາ.
ກັນຍາ
ນ. ນາງງາມ, ສາວນ້ອຍ, ຊື່ຣາສີທີ 6 ນັບແຕ່ຣາສີເມດ (ກົງກັບເດືອນ 10 ຕາມຈັນທະຣະຄະຕິ) (ສ.) ກັນຍາການ ນ. ເວລາເປັນສາວ (ສ. ກັນຍາກາລ) ກັນຍາຣັດ ນາງແກ້ວ (ສ. ກັນຍາຣັຕນ)
ກັນຖະ
ນ. ຄໍ.
ກັນຖະກະ
ນ. ຊື່ມ້າຕົວທີ່ພຣະໂພທິສັດ ຂີ່ອອກບວດ (ປ.)
ກັນຖະຊະ
ນ. ອັກສອນພວກນຶ່ງ ທີ່ມີສຽງເກີດຈາກຮູຄໍ ຄື: ອ ອາ ກ ຂ ຄ ງ (ປ.)
ກັນນິກາ
1 ນ. ຍອດຊໍ່ຟ້າ, ຕຸ້ມຫູ, ຕ້າງ (ປ.). 2 ນ. ຕົ້ນໄມ້ມີດອກແນວນຶ່ງ ກາບດອກສີຂາວ ກ້ານດອກສີເຫລືອງ (ປ. ກັນນິກາ)
ກັນຫາ
ນ. ນາມພຣະຣາຊທິດາຂອງພຣະເວດສັນດອນ ເປັນນ້ອງສາວຂອງທ້າວຊາລີ ໃນເຣື່ອງເວດສັນຕຣະ (ປ.) ວ. ດຳ, ກັນທະປັກ. ນ. ຂ້າງແຮມ, ເດືອນແຮມ (ປ. ກັນຫະ ປັກຂະ)
ກັນເທດ
ນ. ເຄື່ອງຂອງທີ່ເອົາເຄນພິກຂຸສາມເນນ ໃນເວລາເທດລົງແລ້ວ (ປ. ກັນທເທສນ).
ກັນແສງ
ກ. ຮ້ອງໄຫ້ (ສຳລັບເຈົ້າແຜ່ນດິນ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑