LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: *ນິ*
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 42
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (42)
ກຳມື
ນ. ມືທີ່ງໍນິ້ວທັງ 5 ເຂົ້າກັນ, ຈຳນວນຂອງເຕັມມືທີ່ກຳໄວ້.
ກຳຫນົດ
ນ. ບັງຄັບ, ກົດຫມາຍ; ກ. ຈື່ຈຳໄວ້, ຫມາຍໄວ້, ນິຍົມ, ຈຳເພາະ (ເບິ່ງ ກຳນົດ ນຳອີກ)
ກິນນອນ
ນ. ຄົນແນວໃດ (ປ. ກິນນຣ) (ຄຳວ່າ ກິນນອນ ນີ້ ລາວເຮົາໃຊ້ວ່າ ກິນນະຣອນ ຄູ່ກັບ ກິນນະຣີ, ກິນນະຣອນ ແມ່ນຕົວຜູ້, ກິນນະຣີ ແມ່ນຕົວແມ່, ຕາມນິຍາຍ ຫມາຍເອົາສັດແນວນຶ່ງ ຕົວເປັນຄົນ ຫົວເປັນມ້າ ຫລື ຕົວເປັນຄົນ…
ກຽງຄຳ
ນ. ຊື່ນາງກິນນະຣີ ຜູ່ເປັນມະເຫສີ ຂອງທ້າວສິນໄຊ (ໃນນິທານ ສິນໄຊ)
ກ່ຽງ
ກ. ຫາອຸບາຍໃຫ້ຜູ່ອື່ນທຳ ຫລື ເວົ້າ, ຢາກໃຫ້ຜູ່ອື່ນທຳ ຫລື ເວົ້າ ໂດຍທີ່ແທ້ ແມ່ນໂຕເອງຄວນຈະທຳ ຫລື ເວົ້າ, ຫນິ້ງໃຫ້ຜູ່ອື່ນທຳ.
ກ້ວຍ
ນ. ພືດມີຜົນຈຳພວກນຶ່ງ ລຳຕົ້ນເປັນກາບຊ້ອນກັນ ໃບໃຫຍ່, ກ້ວຍມີຫລາຍແນວ ຄື: ກ້ວຍກ້ານບຸ່ນ; ກ້ວຍໄຂ່ ຫນ່ວຍນ້ອຍ ສຸກແລ້ວສີເຫລືອງ; ກ້ວຍເຂົາແພະ, ກ້ວຍຄັ່ງ ສຸກແລ້ວເປືອກສີແດງຊ້ຳ; ກ້ວຍງ້າວ ຫນ່ວຍຍາວ…
ທິຄັມພອນ - ທິຄຳພອນ
ນ. ຊື່ນິກາຍໃນລັດທິສາສນາເຊນ ຫລື ເດັຍຣະຖີ ເຊິ່ງປະພຶດເປັນຄົນເປືອຍຄືບໍ່ນຸ່ງຫົ່ມຜ້າ ຫມາຍຄວາມວ່າ ນຸ່ງຫົ່ມຟ້າ (ປ. ທິຄັມພຣ)
ທີຄະ
ວ. ຍາວ, ເຫິງ, ຫມັ້ນຍືນ (ປ.) ທີຄະຊາດ ນ. ງູ (ປ. ທີຄະຊາຕິ). ທີຄະນິກາຍ ນ. ຊື່ຄັມພີຕົ້ນໃນພຣະສຸດຕັນຕະປິດົກ
ທຸງ
ນ. ແຜ່ນຜ້າສີຕ່າງໆ ສຳລັບ 1/ ເປັນເຄື່ອງຫມາຍບອກຊາດ, ບອກຫມວດຫມູ່ ດັ່ງທຸງຊາດ. ທຸງແມ່ທັບ, ທຸງລູກເສືອ ເປັນຕົ້ນ. 2.ເປັນເຄື່ອງອານັດສັນຍາ ຕາມແບບສາກົນນິຍົມດັ່ງ ທຸງກາຊາດບອກ ບ່ອນຕັ້ງກອງພະຍາບານ, ທຸງຂາວ…
ຜູກ
1 ກ. ມັດ, ຮັດດ້ອຍເຊືອກ, ທຳໃຫ້ຈ່ອງກັນ ດັ່ງ ຜູກເວນ ຜູກມິດ ເປັນຕົ້ນ. 2 ນ. ຈຳນວນຫນັງສຶໃບລານທີ່ຮ້ອຍໃສ່ກັນເປັນມັດໆ ເອີ້ນວ່າ ຜູກ, ຫນັງສືນິທານ ເລື່ອງນື່ງໆ ກໍເອີ້ນວ່າ ຫນັງສືຜູກ.
ວິຣາຄະ - ວິລາຄະ
ນ. ຄວາມໜ່າຍ, ຄວາມບໍ່ກຳນົດ, ນິພານ (ປ.)
ວິຣາຄະ - ວິລາຄະ:
ນ. ຄວາມໜ່າຍ, ຄວາມບໍ່ກຳນົດ, ນິພານ (ປ.)
ວິໂມກ
ນ. ຄວາມຫລຸດພົ້ນຈາກໂລກ, ພຣະນິພານ (ປ. ວິໂມກຂ)
ສວັດສຕິກະ - ສະຫວັດສະຕິກະ
ນ. ລາຍຍກາກະບາດເງາະລົງທາງຂວາ ໃຊ້ເປັນເຄື່ອງໝາຍມາແຕ່ບູຮານ ສັນນິຖານວ່າ ແມ່ນຮູບຕາເວັນເດີນວຽນຂວາ (ສ. ສວັສຕິກາ)
ສະເມີ - ສະເໝີ
ວ. ທໍ່ກັນ, ປານກັນ, ຮາບພຽງ, ເປັນນິດ, ບໍ່ຂາດສາຍ.
ສີ້ວ
ວ. ລັກສະນະຂອງສີຊະນິດນຶ່ງ ແກ່ກວ່າສີຂຽວ ດັ່ງສີຫົວເປັນຜູ້ເປັນຕົ້ນ.
ສຽວສວາດ
ນ. ຊື່ໜັງສື ແລະຄົນໃນນິທານສຽວສວາດ ເອີ້ນວ່າ ໜັງສືສຽວສວາດ ແລະທ້າວສຽວສວາດ; ວ. ສະຫຼາດ, ຫຼັກແຫຼມ.
ຫໍຣະດານ - ຫໍລະດານ
ນ. ແຮ່ຊະນິດນຶ່ງ ປະກອບດ້ວຍທາດສານຫນູ ແລະ ມາດ ມີສີແດງອົມເຫລືອງໃຊ້ຂຽນລາຍ ແລະ ແຕ້ມຮູບເປັນຕົ້ນ ”ຫນ້າມຸ້ຍແຫ້ມ ຄືສິ່ງຫໍຣະດານ” (ສິນໄຊ)
ຫໍ່ເຂົ້າ
ນ. ປະເພນີບຸນຢ່າງນຶ່ງ ນິຍົມເຮັດໃນເດືອນມື້ດັບ ເດືອນເກົ້າ ແລະ ມື້ເພັງເດືອນສິບ ຖ້າເຮັດເດືອນເກົ້າ ເອີ້ນວ່າ ຫໍ່ເຂົ້າປະດັບດິນ ຖ້າເຮັດເດືອນສິບ ເອີ້ນວ່າ ຫໍ່ເຂົ້າສລາກ (ເຂົ້າສະຫລາກ)
ເວທາງ - ເວທາງຄະສາດ:
ນ. ວິຊາປະກອບການ ສຶກສາພຣະເວດ ມີ 6 ຢ່າງຄື: 1). ສຶກສາວິຊາທີ່ອອກສຽງຄໍາໃນພຣະເວດໃຫ້ຖຶກຕ້ອງ. 2). ໄວຍາກອນ. 3). ສັນທະ. 4). ໂຊຍະຕິສະ ຄື ດາຣາສາດ. 5). ນິຣຸກຕິ ກຳເນີດຂອງຄຳ. 6). ກັລປະ ວິທີຈັດທຳພິທີ…

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑