LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ຫລື
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 195
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (195)
ແທ່ງ
1. ນ. ໂລຫະ ຄື ເຫລັກ ຫລື ທອງ ທີ່ເປັນທ່ອນຕັນ ເອີ້ນ ເຫລັກແທ່ງ, ທ່ອນ, ຕ່ອນ. 2. ນ. ຊື່ຕົ້ນໄມ້ມີໜາມແນວນຶ່ງ ໜາມຍາວ ຮຽກວ່າ ໜາມແທ່ງ.
ແທ້ງ
ວ. ອາການເສັ້ນເອັນໃນຄໍ່ຂາ ຫລື ມືພິກ ທຳໃຫ້ເຈັບປວດ.
ແຜງ
1 ນ. ຂົນເສັ້ນໃຫຍ່ແຂງແລະຍາວຢູ່ທີ່ຄໍມ້າ ຫລື ຫມູ (ແຝງກໍວ່າ) ຊື່ຫມູແລະເຫັນ ແນວນຶ່ງທີ່ມີຂົນຫລັງຍາວແລະແຂງ ເອີ້ນຫມູແຜງ, ເຫັນແຜງ, ເຄື່ອງຜັດແຂ້ວແລະເສື້ອຜ້າ ເປັນຕົ້ນ ເຮັດດ້ວຍຂອງເປັນເສັ້ນດັ່ງແຜງຫມູ…
ແຜນ
1 ນ. ແບບ, ສະບັບ, ຢ່າງ. ແຜນຜັງ ນ. ແບບທີ່ຂຽນຫຍໍ້ ຫລື ກວ້າງຈາກຂອງຕ່າງໆ ດັ່ງເຮືອນເປັນຕົ້ນ. ແຜນທີ່ ນ. ແບບທີ່ຂຽນຫຍໍ້ຈາກຫນ້າດິນ ບອກແມ່ນ້ຳພູເຂົາ ເປັນຕົ້ນ. 2 ນ.…
ແວບ
ວ. ອາການທີ່ໄຟລຸກນ້ອຍໆ, ຍຸບລົງ, ແພບລົງ, ຫ່ຽວລົງ, ກ. ທຳໃຫ້ຫ່ຽວລົງ ຫລື ຍຸບລົງ
ແຫ
ນ. ເຄື່ອງຫາປາແນວນຶ່ງ ສານດ້ວຍປ່ານ ຫລື ຝ້າຍ ເປັນຕາ ໃຊ້ວ່ານລົງໃນນ້ຳ, ວ. ບໍ່ຄຸ້ນ, ແຄະ
ໂກດ
1 ນ. ຈຳນວນນັບທໍ່ກັບສິບລ້ານ (10.000.000) (ປ. ໂກຕິ). 2 ຄຽດຮ້າຍ (ເບິ່ງ ໂກທາ) (ປ. ໂກທ). 3 ນ. ສາງ, ຫີບ, ໂລງໃສ່ຄົນຕາຍ ໃຊ້ສຳລັບເຈົ້າແຜ່ນດິນ ວ່າ ພຣະໂກດ (ເບິ່ງ ໂກສະ). 4 ນ. ເຄື່ອງຢາຈຳພວກນຶ່ງ…
ໂກລາຫົນ
ນ. ຄວາມວຸ່ນວາຍ, ສຽງຄຶກຄື້ນ; ວ. ວຸ່ນວາຍ (ຄຳນີ້ໃຊ້ຜິດໄປວ່າ ໂກລະຫົນ ຫລື ກົລຫົນ) (ປ. ໂກລາຫລ)
ໂກສະ
1 ນ. ໂອ, ຖ້ວຍ, ຊາມ, ຫີນ, ລິ້ນຊັກຕູ້, ຝັກດາບ, ຊອງຫນັງສື, ໂຮງໃສ່ເຄື່ອງ, ສາງຝັກຫລອກ (ປ.). ໂກສະການ ນ. ມ້ອນ, ຊ່າງຫີນ (ປ. ໂກສກາຣ); ໂກສາຄອນ ນ. ສາງ, ເຮືອນຄັງ (ປ. ໂກສາຄາຣ) (ສັບນີ້ ລາວເຮົາໃຊ້ວ່າ ໂກດ…
ໂກ່ໂຈ່
ວ. ອາການນັ່ງ ຫລື ຢືນເຮັດຫລັງຂົດໆ.
ໂກ່ໂຊ່
ວ. ອາການນັ່ງ ຫລື ຢືນເຮັດຫລັງຂົດໆ.
ໄທ່
ນ. ຖົງຍາວໆສຳລັບໃສ່ເຂົ້າຂອງ ມີເງິນຄຳ ຫລື ເຂົ້າສານ ເປັນຕົ້ນ.
ໄວພົດ:
ນ. ຄຳທີ່ມີຮູບຕ່າງກັນ ແຕ່ມີຄວາມໝາຍຄືກັນ ຫລື ຄຳທີ່ອອກສຽງຄືກັນ ແຕ່ມີຄວາມໝາຍຕ່າງກັນ (ປ. ເວວຈນະ)
ໄວ່ໆ:
ວ. ອາການໄປໄວເຫັນແຕ່ສົ້ນ ຫລື ທາງຫລັງ
ໄຫ້
ກ. ຮ້ອງດ້ວຍຄວາມເຈັບປວດ ຫລື ເສຍໃຈ

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑