LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ຫລື
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 195
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (195)
ກັບ
1 ນ. ເຄື່ອງຫ້າງເອົາສັດ ດັ່ງ ຫນູ ເປັນຕົ້ນ ມີຫລາຍຢ່າງ ຮູບຕ່າງໆກັນ ເຮັດດ້ວຍໄມ້ກໍມີ ເຮັດດ້ວຍເຫລັກກໍມີ. 2 ນ. ແອບໃສ່ຢາດູດ, ຕລັບຫມາກ, ແອບນ້ອຍ. 3 ກ. ປ່ຽນ, ປິ້ນ, ແປງຫລົບຄືນ (ກັບເກີດ). 4 ນ. ເວລາກຳນົດ,…
ກຳຖົ່ວ
ນ. ຊື່ການພະນັນຢ່າງນຶ່ງ ໃຊ້ແກ່ມເບັ້ຍຫລາຍໆແກ່ນກອງໄວ້ ເອົາຖ້ວຍນ້ອຍໆງວຳເອົາສ່ວນນຶ່ງ ແລ້ວທວຍວ່າ ຢູ່ໃນຖ້ວຍນັ້ນ ຈະເປັນຄີກ ຫລື ຄູ່ ຫລືຈະເປັນເສດຂອງຈຳນວນທີເທົ່າໃດ.
ກ້ວຍ
ນ. ພືດມີຜົນຈຳພວກນຶ່ງ ລຳຕົ້ນເປັນກາບຊ້ອນກັນ ໃບໃຫຍ່, ກ້ວຍມີຫລາຍແນວ ຄື: ກ້ວຍກ້ານບຸ່ນ; ກ້ວຍໄຂ່ ຫນ່ວຍນ້ອຍ ສຸກແລ້ວສີເຫລືອງ; ກ້ວຍເຂົາແພະ, ກ້ວຍຄັ່ງ ສຸກແລ້ວເປືອກສີແດງຊ້ຳ; ກ້ວຍງ້າວ ຫນ່ວຍຍາວ…
ກ້ອຍ
1 ນ. ອາຫານຢ່າງນຶ່ງ ທຳດ້ວຍຊີ້ນດິບ ຄັ້ນຫມາກສົ້ມ. 2 ນ. ຊື່ນິ້ວມື ແລະນິ້ວຕີນ ທີ່ນ້ອຍ. 3 ວ. ອາການຂອງຜູ່ນ້ອຍ ຫລື ສັດຕົວນ້ອຍ ທີ່ຄ່ອຍລຸກໄປຊ້າໆ. ເກີຍ ນ. ເຊັຍຕ່ຳ, ຊານເຮືອນທາງດ້ານຫນ້າທີ່ມີຫລັງຄາ,…
ກໍ່
1 ນ. ຊື່ໄມ້ແນວນຶ່ງ ຫນ່ວຍນ້ອຍມົນ ນວນທາງໃນມີຣົດມັນ, ຊື່ເຫັດແນວນຶ່ງ ເຊິ່ງເກີດໃນຮົ່ມຕົ້ນກໍ່ ເອີ້ນວ່າ ເຫັດກໍ່. 2 ກ. ຕັ້ງຕົ້ນ, ຕັ້ງເຄົ້າໃຫມ່, ສ້າງສາ, ຕັ້ງຕົ້ນສານສິ່ງໃດສິ່ງນຶ່ງ, ເອົາຫີນ ຫລື
ທອງ
1. ນ. ໂລຫະສີເຫລືອງ ຫລື ແດງ, ຄຳ. 2. ນ. ຊື່ຕົ້ນໄມ້ພວກນຶ່ງ ເປັນໄມ້ບໍ່ມີແກ່ນມີ 2 ແນວ. ທອງຫລາງ ດອກສີແດງ ຕົ້ນບໍ່ມີໜາມ, ອີກແນວນຶ່ງ ເອີ້ນ ທອງໜາມ ຕົ້ນມີໜາມ ແຕ່ບໍ່ມີດອກ.
ທັກ
ກ. ທ້ວງ, ເວົ້າຫລືອອກສຽງໃຫ້ຮູ້ເມື່ອຄີງ ຫລື ໃຫ້ມີສະຕິ.
ທັດ
1. (ມາຈາກປາລີວ່າ ທະສະ) ວ. ສິບ, ຖ້ວນ, ຄົບ "ສາມສິບທັດ", ສິບທັດ. 2. ກ. ເອົາສິ່ງຂອງ ຫລື ດອກໄມ້ ເຫນັບຫູ ຫລື ຜົມເກົ້າ, ທັດດອກ ນ. ຊື່ຂົນມ້າທີ່ຢູ່ກົກ ຫູທັງສອງຂ້າງ ເອີ້ນ ຂົນທັດດອກ.
ທາດ
1. (ມາຈາກຄຳປາລີວ່າ ທາສາ) ນ. ຄົນໃຊ້ຜູ່ຊາຍ, ຂ້ອຍຂ້າຜູ່ຊາຍ (ບູຮານຫມາຍເອົາຄົນທີ່ໄຖ່ມາດ້ວຍຊັບ ຫລື ພວກຊະເລີຍ) 2. (ມາຈາກ ປາລີ ວ່າ ທາຕຸ) ນ. ສິ່ງທີ່ເປັນຕົ້ນເດີມ, ສິ່ງທີ່ເປັນມູນຮາກ, ສິ່ງສຳຄັນ…
ຜາຍ
1 ກ. ການຫວ່ານເຂົ້າປູກລົງໃນນາໂດຍບໍ່ຕ້ອງຫລົກໄປດຳເອີ້ນ ຜາຍເຂົ້າ, ຫວ່ານ “ຜາຍເງິນຄຳ ຫວ່ານທານທຸກດ້ານ” (ສິນໄຊ) 2 ກ. ກູນາ, ຊ່ອຍເຫລືອ, ອີ່ດູ (ໃຊ້ວ່າຜາຍໂຜດ ຫລື ໂຜດຜາຍ) ເດີມ, ໄປໄດ້, ບາຍເອົາ…
ວາບ
ວ. ອາການຮູ້ເມື່ອຮ້ອນ ຫລື ອາການໄຟລຸກຂຶ້ນໄວ ຫລື ອາການຕົກໃຈ
ວົງ
1). ນ. ຮູບຮອຍຂຽນ ຫລື ຂອງທີ່ຂົດເອົາເສັ້ນມາອ້ອມຈອດກັນ ບໍ່ມີລ່ຽມ, ເອີ້ນ ຂອງ ຫລື ຄົນທີ່ຢູ່ຢ່າງນັ້ນວ່າວົງ ດັ່ງວົງໄພ້, ວົງຖົ່ວ ເປັນຕົ້ນ; ວົງເລັບ ນ. ເຄື່ອງໝາຍຮູບດັ່ງ ( ), ວົງວຽນ, ນ.…
ວົງ:
1). ນ. ຮູບຮອຍຂຽນ ຫລື ຂອງທີ່ຂົດເອົາເສັ້ນມາອ້ອມຈອດກັນ ບໍ່ມີລ່ຽມ, ເອີ້ນ ຂອງ ຫລື ຄົນທີ່ຢູ່ຢ່າງນັ້ນວ່າວົງ ດັ່ງວົງໄພ້, ວົງຖົ່ວ ເປັນຕົ້ນ; ວົງເລັບ ນ. ເຄື່ອງໝາຍຮູບດັ່ງ ( ), ວົງວຽນ, ນ.…
ຫາງເສືອ
1).ນ. ເຄື່ອງເອົາທ້າຍເຮືອໃຫຍ່, ໄມ້ຂັດທ້າຍເຮືອໃຫຍ່; 2). ນ. ຊື່ຂອງຢ່າງນຶ່ງ ສີແດງເປັນຝຸ່ນ ຫລື ເປັນກ້ອນ ໃຊ້ເຮັດຢາ ຫລື ທາສິ່ງຂອງ ເອີ້ນ ນ້ຳຫາງ
ເກາະ
1 ນ. ດອນຢູ່ກາງແມ່ນ້ຳ, ທະວີບ, ແຜ່ນດິນ, ເຄື່ອງປ້ອງກັນອາວຸດທຳດ້ວຍເຫລັກ ຫລື ຫນັງ ສຸບໃສ່ຕົວ, ເຫລັກຫຸ້ມຣົດສຳລັບປ້ອງກັນລູກປືນ. 2 ກ. ກ່ຽວຂ້ອງ, ຄາຢູ່, ເອີ້ນມາດ້ວຍຈົດຫມາຍ ຫລື ອຳນາດຂອງສານ.
ເທົາ
1. ນ. ພືດແນວນຶ່ງເກີດໃນນ້ຳ ເປັນເສັ້ນແລບສີຂຽວ 2. ວ. ລັກສະນະຂອງສີຫມົ່ນໆ ຫລື ສີໝອກ ຫລື ສີຂີ້ເທົ່າ ຮຽກວ່າສີເທົາ
ເຫົ່າ
1). ກ. ຫມາເຮັດສຽງໃຫ້ດັງຢ່າງນຶ່ງ ເມື່ອເຫັນຄົນ ຫລືສັດ ເພື່ອໃຫ້ເຈົ້າຂອງໄດ້ຍິນ; 2). ນ. ງູທີ່ມີພິດ ຈຳພວກນຶ່ງ ມີຫລາຍແນວ: ເຫົ່າຄໍຄຳ, ເຫົ່າປວກ, ເຫົ່າຈອງ, ເຫົ່າຟານ, ເຫົ່າຫ້ອມ ຫລື ເຫົ່າຫມໍ້, ເຫົ່ານ້ຳ…
ແວ້:
ວ. ຮອຍດ່າງ ຫລື ເປັນເດີ່ນຢູ່ກາງ (ຫນ້າແວ້), ຂອງທີ່ມີລັກສະນະມົນບາງ ແລະ ບານອອກ ຫລື ເທວີ (ປາກແວ້)
ໄກ
1 ວ. ຫ່າງ, ຍາວ, ເຫິງ, ບໍ່ໃກ້, ກົງກັນຂ້າມກັບໃກ້. 2 ນ. ເດືອຍ ຫລື ບ່ອນລັ່ນຂອງອາວຸດ ຫລື ເຄື່ອງຈັກ.
ກອດ
ກ. ຮັດໄວ້ດ້ວຍແຂນ ຫລື ຂອງມີລັກສະນະຢ່າງນັ້ນ.

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑