LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: 1
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 188
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (188)
ກາງ
1 ນ. ຊື່ພະຍາດແນວນຶ່ງ ເປັນຕຸ່ມເປື່ອຍ ເກີດຕາມປາກ ຫລື ຮ່າງກາຍ; 2 ກ. ພືອອກ, ຈ່າງອອກ, ຕັນໄວ້, ລັດໄວ້; 3 ນ. ສ່ວນຢູ່ເຄິ່ງ, ສ່ວນທີ່ບໍ່ຂ້ອນໄປທາງໃດທາງນຶ່ງ, ພາຍໃນ, ລະຫວ່າງ, ທີ່ໂຮມ (ສູນກາງການສຶກສາ)
ກາຍ
1 ນ. ຕົນຕົວ, ຮ່າງຄີງ, ລຳຕົ້ນ, ຫມູ່ພວກ, ຫມວດ (ປ. ກາຍ). 2 ກ. ຜ່ານໄປມາ, ເລື່ອນ, ປ່ຽນແປງ, ກັບເກີດ.
ກາດ
1 ນ. ຜັກແນວນຶ່ງ ໃຊ້ຫົວແລະໃບເປັນອາຫານ. 2 ກ. ປູລຽນກັນໄປ (ກາດແປ້ນ), ລັກເບິ່ງ, ສະກັດເບິ່ງ (ກາດເບິ່ງຮອຍ). 3 ວ. ກ້າ, ເກັ່ງ. 4 ນ. ຕລາດ: “ກູນີ້ ມິໃຊ່ສາມານເຊື້ອ ຍິງເກກາງກາດ” (ສິນໄຊ)
ການ
1 ກ. ປ້ອງກັນໄວ້, ລັດບໍ່ໃຫ້ໄປໃສ, ຟັນອ້ອມຕົ້ນໄມ້ໄວ້ ເພື່ອໃຫ້ຕາຍ ຫລືເພື່ອຕັດໄປປູກໃຫມ່. “ການ” ເພື່ອຕັດໄປປູກນັ້ນ ຕ້ອງເອົາດິນຫນຽວຫຸ້ມໄວ້ ເພື່ອໃຫ້ປົ່ງຮາກ. 2 ນ. ວຽກ, ຫນ້າທີ່, ສິ່ງທີ່ເຮັດ (ປ. ກາຣ):…
ການເມືອງ
ນ. ວຽກທີ່ກ່ຽວກັບປະເທດຊາດ ມີຄື 1 ວຽກທີ່ກ່ຽວກັບຣັດຖະ ຫລື ແຜ່ນດິນ ດັ່ງວິຊາການເມືອງ ແມ່ນວິຊາທີ່ກ່ຽວກັບຣັດຖະ, ການຈັດສ່ວນແຫ່ງຣັດຖະອອກເປັນແຂວງ ແລະ ການດຳເນີນແຫ່ງຣັດຖະ. 2 ການບໍຣິຫານປະເທດ ເປັນຕົ້ນ…
ກາລະກິນີ - ກາລະຂິນີ
(ເບິ່ງໃນ ກາລະ 1 ຄື ກາລະກັນນີ)
ກາຫລົງ
1 ນ. ດອກຈານ, 2 ນ. ຊື່ນະຄອນຫລວງຂອງລາວແຕ່ບູຮານ ເມື່ອຄາວລົງມາຕັ້ງຢູ່ສິບສອງປັນນາ ເປັນທີ່ປະທັບຂອງຂຸນລໍ ຫລື ແຖນລໍ ຄືນະຄອນຊຽງຮຸ່ງ ທຸກວັນນີ້ ດັ່ງຄຳກອນໃນເຣື່ອງທ້າວຮຸ່ງ ວ່າ: “ພຣະບາດທ້າວລ້ານໂລກ…
ກຳ
1 ນ. ຈຳນວນຂອງເຕັມມືນຶ່ງ ທີ່ງໍນິ້ວມືທັງຫມົດຮັບເອົາໄວ້, ຜັກ ຫລື ຫຍ້າທີ່ມັດເປັນຕູດ, ດິ້ວຕີນກວຽນ ຫລື ຣົດທີ່ຢັນຂອງລໍ້ ກັບດຸມໄວ້; 2 ນ. ໄມ້ປ່ອງ ຫລື ຫລອດຍາວໆສຳລັບສັກລົງໃນໄຫເຫລົ້າແລ້ວດູດກິນນ້ຳເຫລົ້າ…
ກຳແພງເຈັດຊັ້ນ
ນ. ຊື່ຕົ້ນໄມ້ແນວນຶ່ງ ແກ່ນເປັນຊັ້ນໆ ໃຊ້ເຮັດຢາ; ຫວ້ານແນວນຶ່ງ ຄື ຫວ້ານກຳແພງຂາວ ເມື່ອເກີດໃຫມ່ໄດ້ 1-2 ໃບ ຫລັງໃບແດງຊ້ຳຄືສີຄັ່ງ ເມື່ອປົ່ງຫລາຍໄປແລ້ວ ຂອບຫລັງຂອງໃບ ສີຂຽວ ກາງໃບ ສີແດງອ່ອນ.…
ກິດ
1 ວ. ສັ້ນ, ກ້ອມ. 2 ນ. ວຽກງານ, ຫນ້າທີ່ອັນຕ້ອງເຮັດ (ປ. ກິຈຈ)
ກິ່ນ
1 ນ. ສິ່ງທີ່ຮູ້ດ້ວຍດັງ; ວ. ເປັນໄງ່ຂຶ້ນ. 2 ວ. ໄວ ແລ່ນກິ່ນໆ, ລົ້ມກິ່ນ.
ກີ່
1 ນ. ເຄື່ອງສຳລັບຄຶງຫູກ, ບ່ອນຄຶງຫູກ ສຳລັບຕ່ຳແຜ່ນແພ, ບ່ອນຕ່ຳຜ້າແພ. 2 ວ. ທໍ່ໃດ (ໃຊ້ເປັນ ຄຳຖາມ ຫລື ຄຳບອກ ກຳນົດບໍ່ໄດ້ ດັ່ງ ເວົ້າວ່າ ກີ່ວັນ, ຈັກກີ່ມື້)
ກີ້
1 ນ. ຫອຍແນວນຶ່ງມີກາບສອງອັນຕິດກັນ ຫນ່ວຍຍາວຮຽກຫອຍກີ້ (ຖ້າໃຫຍ່ ຮຽນຫອຍກວ້າງ) 2 ນ. ຊື່ນົກແນວນຶ່ງ ຕົວຄືນົກແຂກ ແຕ່ນ້ອຍ ແລະ ສົບດຳ ຫາງຍາວ ຂົນສີຂຽວ, 3 ວ. ກ່ອນ, ຄັ້ງກ່ອນ (ແຕ່ກີ້)
ກຶດ
1 ຄຳນີ້ໃຊ້ຕໍ່ທ້າຍຄຳອື່ນໆ ເຊັ່ນ ມູລກຶດ (ປ. ມູລກິຕຕິ) (ເບິ່ງ ມູລກິຕຕິ). 2 ຄຳນີ້ໃຊ້ຕໍ່ທ້າຍຄຳອື່ນ ພຣະກຶດ, ພຣະກຶດຖະກອນ; ພຣະກຶດ ແມ່ນພຣະກຣິສນະ ຫລື ພຣະນາຣາຍ (ປ. ກຣິສນ)
ກຸງ
1 ນ. ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ຂະຫນາດໃຫຍ່ ໃຊ້ທຳເຄື່ອງເຮືອນໄດ້ ໃບໃຫຍ່ ຕາມຕົ້ນມີຢາງຫນຽວ. 2 ນ. ເມືອງຫລວງຂອງປະເທດ (ຂ. ກຣຸງ)
ກຸດ
1 ນ. ແມ່ນ້ຳທີ່ບໍ່ມີທາງນ້ຳໄຫລ, ຫນອງຍາວ. 2 ກ. ຂາດອອກ, ຕັດໃຫ້ຂາດ; ວ. ຂາດ, ສັ້ນ, ກ້ອມ.
ກຸລີ
1 ນ. ຄົນເຮັດການຈ້າງ, ລູກຈ້າງ (ຝ.) 2 ນ. ຄຳລັກສະນະນາມບອກປະມານ ຄືຜ້າຫໍ່ນຶ່ງໂຮມກັນ 20 ຜືນ ຮຽກວ່າ ກຸລີນຶ່ງ.
ກູດ
1 ນ. ຜັກແນວນຶ່ງ ເຄືອແລະໃບງໍໆ; ວ. ງໍ, ຈັງເຂົ້າ (ຜົມກູດ). 2 ນ. ໄມ້ສຳລັບຂັດທ້າຍເຮືອໃຫຍ່, ຫາງເສືອເຮືອ.
ກູ່
1 ນ. ກຸຕິ, ສາລາ, ເຈດີ, ພູນ້ອຍທີ່ຕັ້ງຢູ່ປ່ຽວ ບໍ່ມີສາຍພູອື່ນຕິດຕໍ່ (ພຣະກໍເຂົ້າໄປສູ່ ແກ້ວກູ່ສາລາ) (ເວດສັນຕຣະ) 2 ກ. ຮ້ອງຫາ, ຮ້ອງຂານຕອບ, ກູ່ແຄນ. ນ. ລູກແຄນ. ກູ່ເຟືອງ ນ. ລຳຕົ້ນເຂົ້າ ບ່ອນເປັນປ້ອງ. …
ກົກ
1 ນ. ລຳຂອງຕົ້ນໄມ້, ຕົ້ນເດີມ, ຫົວທີ, ຄັ້ງແຮກ; ກ. ຕຸ້ມໄວ້, ຫຸ້ມຫອມ (ຕຸ້ມປົກກົກຫອມ); 2 ນ. ຊື່ນົກແນວນຶ່ງ ສົບໃຫຍ່ ຂົນປີກສີດຳດ່າງ.

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑