LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ

ການ

1 ກ. ປ້ອງກັນໄວ້, ລັດບໍ່ໃຫ້ໄປໃສ, ຟັນອ້ອມຕົ້ນໄມ້ໄວ້ ເພື່ອໃຫ້ຕາຍ ຫລືເພື່ອຕັດໄປປູກໃຫມ່. “ການ” ເພື່ອຕັດໄປປູກນັ້ນ ຕ້ອງເອົາດິນຫນຽວຫຸ້ມໄວ້ ເພື່ອໃຫ້ປົ່ງຮາກ. 2 ນ. ວຽກ, ຫນ້າທີ່, ສິ່ງທີ່ເຮັດ (ປ. ກາຣ): ຄຳນີ້ເມື່ອຢູ່ທ້າຍ ສາມາດແປວ່າ ຜູ່ເຮັດ ກໍມີ ດັ່ງ ກຸມພະການ ຜູ່ເຮັດຫມໍ້; ໃຊ້ເປັນຄຳນຳຫນ້າ ກິຣິຍາເພື່ອໃຫ້ເປັນນາມ ດັ່ງການກິນ, ການນອນ, ການໄປ. 3 ນ. ເວລາ, ຄັ້ງຄາວ, ເທື່ອ (ປ. ກາລ). 4 ນ. ເຄົ້່າມູນ, ເຫດ, ດັ່ງເວົ້າວ່າ: ເກີດການຫຍັງຂຶ້ນ ຫລື ເກີດເຫດແນວໃດ (ປ. ກາຣນະ) 5 ນ. ຮອຍດຳ ຫລື ແດງ ທີ່ເກີດຂຶ້ນຕາມຮ່າງກາຍ ຂອງຄົນຜູ່ຕາຍແລ້ວ, ວ. ດຳ (ປ. ກາລ) 6 ນ. ຊື່ພະຍາດແນວນຶ່ງ ເປັນພະຍາດຕິດແປດຢ່າງຮ້າຍແຮງ ພະຍາດແນວນີ້ເກີດຈາກຫນູ ຮຽກວ່າ ກາລະໂຣກ (ປ. ກາລໂຣຄ). 7 ນ. ຄວາມຕາຍ, ຄຳນີ້ໃຊ້ຕໍ່ຄຳກິຣິຍາ ດັ່ງ ທຳການກິຣິຍາ ຫລື ກາລະກິຣິຍາ ແປວ່າ ຕາຍ (ປ. ກາລ ກິຣິຍາ)
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑