ຄຳທີ່ໃຊ້ຊອກຫາ: ຄຳ ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 6 ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (6) - ກະເສຣາ - ກະເສລາ
- ນ. ນ້ຳທິບ, ນ້ຳສັກສິດ: “ພູມີຜາຍກະເສຣາ ຮວາດລົງມາລ້າງ” (ປ. ກສິຣ) ຄຳ ກສິຣ ຫລື ກະເສຣາ ນີ້ແປວ່າ ນ້ຳນົມ ແຕ່ເດີມຫມາຍເອົານ້ຳນົມສະຫມຸດ; ມີເລື່ອງກ່າວໄວ້ໃນຄຳພີປຸຣະນະວ່າ ເມື່ອຕັ້ງໂລກຂຶ້ນໃຫມ່ໆ…
- ການຈະນາ
- ນ. ຄຳ, ເງິນ, ສົມບັດ; ການຈະນະຄິຣີ ນ. ພູຄຳ (ສ.)
- ກະຕູດ
- ນ. ແຜ່ນເງິນ ຫລື ຄຳ ທີ່ຂຽນຄາຖາໃສ່ ນັບຖືວ່າ ເປັນເຄື່ອງແຄ້ວຂອງຄົງ, ເຄື່ອງແຄ້ວຄົງ.
- ກາຈັບເຫລັກ
- ນ. ຊື່ວິທີການທວາຍຢ່າງນຶ່ງ ສຳລັບທວາຍເບິ່ງຂອງເສຍ ຕາມແບບບູຮານ ທີ່ເຄີຍຖືກັນມາ ມີຢູ່ 3 ຄຳ ຄື: ກາຈັບເຫລັກ, ໄມ້ຫັກທັບທາງ, ນົກຍາງບິນຫນີ; ວິທີຈະທວາຍ ໃຫ້ໄລ່ຕາມວັນຂຶ້ນແຮມ ຈົນເຖິງວັນຂອງເສຍ.
- ກ້ອງຂາ
- ນ. ເຄື່ອງເອ້ຂາ ທຳດ້ວຍເງິນ ຫລື ຄຳ ເປັນປອກສຳລັບສຸບໃສ່ຂາກິ່ວ ເພື່ອໃຫ້ງາມ.
- ທອງ
- 1. ນ. ໂລຫະສີເຫລືອງ ຫລື ແດງ, ຄຳ. 2. ນ. ຊື່ຕົ້ນໄມ້ພວກນຶ່ງ ເປັນໄມ້ບໍ່ມີແກ່ນມີ 2 ແນວ. ທອງຫລາງ ດອກສີແດງ ຕົ້ນບໍ່ມີໜາມ, ອີກແນວນຶ່ງ ເອີ້ນ ທອງໜາມ ຕົ້ນມີໜາມ ແຕ່ບໍ່ມີດອກ.
|