LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜວ ຜອ ຜະ ຜັ ຜາ ຜິ ຜີ ຜຶ ຜື ຜຸ ຜູ ຜົ ຜຽ ຜ່ ຜ້
ຜົນການຊອກຫາ: 13 ໜ້າທີ 1 ຈາກທັງໝົດ 1 ໜ້າ
ຜະຍອງ-ຜະຫຍອງ
ນ. ເຕັ້ນ, ເຫາະ, ທະຍານ.
ຜະຍາ-ຜະຫຍາ
ນ. ປັນຍາ, ຄວາມຮູ້, ຄວາມສະຫລາດ (ປ. ປັນຍາ ສ.ປັຣຊຍາ)
ຜະນວກ-ຜະຫນວກ
ກ. ບວດ
ຜະນັງ-ຜະຫນັງ
ນ. ຝາທີ່ກໍ່ດ້ວຍດິນຈີ່ທາປູນ.
ຜະລາ-ຜະຫລາ
ກ. ຜົນ, ກຳໄລ, ຫມາກໄມ້, ສ່ວນບຸນທີ່ໄດ້ຮັບ (ປ.)
ຜະລານິສົງ-ຜະຫລານິສົງ
ນ. ຄວາມໄຫລອອກແຫ່ງຜົນຄວາມດີ, ບຸນ (ປ. ຜລານິສົງສະ)
ຜະລິດ-ຜະຫລິດ
ກ. ບານອອກ, ອອກຫມາກຜົນ, ແຕກປົ່ງ, ເຮັດໃຫ້ແຜ່ຫລາຍ (ປ. ຜລິຕ)
ຜະລິດຕະກັມ-ຜະຫລິດຕະກຳ
ນ. ການທຳໃຫ້ເປັນຜົນ, ການທຳໃຫ້ເກີດຜົນແຜ່ຜາຍ (ປ.)
ຜະລິດຕະຜົນ-ຜະຫລິດຕະຜົນ
ນ. ຜົນທີ່ແຜ່ຫລາຍ.
ຜະລູ-ຜະຫລູ
ນ. ທາງ “ສັງກ່ອນອ້າຍ ເຮວຮ້ອນແຫກຜະລູ”
ຜະລຽງ-ຜະຫລຽງ
ກ. ຟາດ, ຟັດ, ຟັນ, ພັດ (ລົມຜະລຽງພ້າວ)
ຜະແນກ-ຜະແຫນກ
ນ. ສ່ວນນ້ອຍໆ, ພວກ, ຫມູ່, ຝ່າຍ.
ຜະແລງ-ຜະແຫລງ
ກ. ພາດ
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑