LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຫອ ຫະ ຫັ ຫາ ຫຳ ຫິ ຫີ ຫຶ ຫື ຫຸ ຫູ ຫົ ຫ່ ຫ້ ຫໍ
ຜົນການຊອກຫາ: 34 ໜ້າທີ 2 ຈາກທັງໝົດ 2 ໜ້າ
ຫົວລ້ຽວຫົວຕໍ່
ນ. ເຫດການສຳຄັນທີ່ຢູ່ລະຍະຕໍ່ກັນ ຖືວ່າເປັນຫວ່າງສຳຄັນ
ຫົວສິບ
ນ. ຈຳນວນເລກທີ່ມີແຕ່ 2 ໂຕ ດັງ 10, 20, 30
ຫົວຫງອກ
ນ. ຫົວທີ່ມີຜົມຂາວ
ຫົວຫນ່ວຍ
ນ. ຈຳນວນເລກທີ່ມີແຕ່ 1 ໂຕ ດັ່ງ 1, 2, 3, 4, 5
ຫົວຫນ້າ
ຜູ່ອອກຫນ້າ, ນາຍຂອງຫມູ່, ຜູ່ເປັນໃຫຍ່ກວ່າຫມູ່
ຫົວຫມື່ນ
ນ. ຈຳນວນເລກທີ່ມີ 5 ໂຕ ດັ່ງ 30000, 40000
ຫົວຫມົກ
ນ. ຫົວໃຈ
ຫົວອົກ
ຍອດອົກ, ຈິດໃຈ
ຫົວຮ້ອຍ
ນ. ຈຳນວນເລກທີ່ມີ 3 ໂຕ ດັ່ງ 100, 200, 300
ຫົວເນົ່າ
ນ. ສ່ວນຮ່າງກາຍແຕ່ໃຕ້ທ້ອງນ້ອຍລົງໄປ, ໂມມ
ຫົວເບັ້ຽ - ຫົວໂບກ
ນ. ຄົນຜູ່ເປັນເຈົ້າມີຈ່າຍເງິນໃນວົງການພະນັນ
ຫົວແສນ
ນ. ຈຳນວນເລກທີ່ມີແຕ່ 6 ໂຕ ດັ່ງ 100,000 - 200,000
ຫົວໂລ້ນ
ນ. ຫົວທີ່ແຖຜົມອອກ
ຫົວໃຈ
ນ. ອະໄວຍະວະສຳລັບດຽກເລືອດໃຫ້ແລ່ນໄປຕາມຮ່າງກາຍ, ສິ່ງທີ່ມີຫນ້າທີ່ຮູ້ຄິດ ແລະ ລະນຶກ, ສ່ວນສຳຄັນ ຫລື ໃຈກາງແຫ່ງສິ່ງຕ່າງໆ, ອັກສອນຫຍໍ້ຂອງຂໍ້ຄວາມຕ່າງໆ ນິຍົມວ່າເປັນຂອງດີ ດັ່ງ ຫົວໃຈເຜດ ວ່າ ທຸ ສະ ນະ ໂສ, More…
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑