LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

LaoDictionary.net ເປັນເວັບໄຊໃຫ້ຂໍ້ມູນດ້ານວັດຈະນານຸກົມພາສາລາວ ເຊິ່ງກວມຮວມເອົາທັງວັດຈະນານຸກົມ ລາວແປລາວ ເຊິ່ງສາມາດໃຊ້ໄດ້ຜ່ານທາງເວັບໄຊ ໂດຍບໍ່ຕ້ອງດາວໂຫລດໂປຣແກຣມໄປຕິດຕັ້ງ ແລະທີ່ເປັນແບບໂປຣແກຣມ ໃຫ້ດາວໂຫລດໄປນຳໃຊ້ໂດຍບໍ່ຕ້ອງເຊື່ອມຕໍ່ກັບອິນເຕີເນັດອີກນຳ.

ເດີມທີນັ້ນ LaoDictionary.net ແມ່ນຕັ້ງຢູ່ທີ່ http://dictionary.punlao.com/ ໂດຍມີຊື່ວ່າ “ວັຈນານຸກົມອອນໄລສະບັບຂັບຂັນ ໂດຍ ພັນລາວ.ຄອມ ແລະສະມາຊິກ” ອັນຖືກສ້າງຂຶ້ນມາດ້ວຍເຫັນວ່າ ພວກເຮົາຄວນໃຫ້ຄວາມສຳຄັນຂອງການນຳໃຊ້ພາສາລາວ ແລະສົ່ງເສີມການນຳໃຊ້ພາສາລາວທີ່ຖືກຕ້ອງ:

ວັຈນານຸກົມອອນໄລສະບັບຂັບຂັນ ໂດຍ ພັນລາວ.ຄອມ ແລະສະມາຊິກ ຖືກສ້າງຂຶ້ນມາໂດຍເລັງເຫັນຄວາມສຳຄັນຂອງການນຳໃຊ້ພາສາລາວ ແລະເພື່ອສົ່ງເສີມການນຳໃຊ້ພາສາລາວທີ່ຖືກຕ້ອງ.

ໃນການສ້າງເວັບໄຊນີ້ ແມ່ນຕ້ອງຂໍຂອບໃຈສະມາຊິກໃນພັນລາວ ທີ່ຊ່ວຍກັນອອກແຮງໃນການຄັດລອກຈາກສະບັບພິມ ມາເປັນສະບັບອອນໄລ ໃຊ້ຕ້ອງໃຊ້ເວລາແລະແຮງໃຈຢ່າງຍິ່ງ ແຕ່ກໍຍັງພ້ອມກັນເຮັດໂດຍບໍ່ຫວັງຜົນຕອບແທນເປັນເງິນຕາໃດໆ. ທີ່ຂາດບໍ່ໄດ້ກໍແມ່ນທ່ານອາຈານມະຫາສິລາ ວີຣະວົງສ໌ ທີ່ໄດ້ຄົ້ນຄວ້າແລະຂຽນປື້ມວັຈນານຸກົມພາສາລາວຂຶ້ນມາ.

ຂ້າພະເຈົ້າ ໃນນາມຂອງທີມງານເບື້ອງຫຼັງເວັບໄຊ ຫວັງເປັນຢ່າງຍິ່ງວ່າ ວັຈນານຸກົມສະບັບອອນໄລຯ ທີ່ພວກເຮົາຮ່ວມແຮງຮ່ວມໃຈກັນສ້າງຂຶ້ນມາ ຈະເປັນປະໂຫຍດໃຫ້ກັບບັນດາທ່ານທີ່ສົນໃຈພາສາລາວ. ຫາກທ່ານມີຄຳຕິຊົມ ຫຼືຄຳຄຶດເຫັນໃດໆ ກະລຸນາສົ່ງມາໄດ້ທີ່ dictionary@punlao.com ຫຼື a8@au8ust.org

ການຍ້າຍມາຢູ່ LaoDictionary.net ນັ້ນ ກໍເນື່ອງຈາກຂ້າພະເຈົ້າ ໄດ້ໂອ້ລົມກັບ ທ່ານ ອຸໄທ ໄຊອຸດົມ ຜູ່ເປັນເວັບມາສເຕີ Laozaa.com ເພິ່ນໄດ້ບອກຂ່າວດີວ່າ ໃນຂະນະນີ້ ຖານຂໍ້ມູນພາສາລາວໃນໂປຣແກຣມ StarDict ນັ້ນ ໄດ້ສົມບູນພ້ອມໃຊ້ວຽກແລ້ວ ໂດຍ StarDict ເປັນໂປຣແກຣມວັດຈະນານຸກົມແບບ OpenSource ທີ່ສາມາດໃຊ້ໄດ້ທັງ Windows, Linux, Mac OS X ແລະ iPhone ຈຶ່ງມີຄວາມຕ້ອງການຈະເຜີຍແຜ່ໃຫ້ຊົນຊາວລາວໄດ້ໃຊ້ກັນເປັນທີ່ກວ້າງຂວາງ.

ກໍເພື່ອຕອບສະໜອງຄວາມຕ້ອງການດັ່ງກ່າວ ຂ້າພະເຈົ້າຈຶ່ງໄດ້ຈັດໃຫ້ມີ LaoDictionary.net ໂດຍຫວັງຈະເປັນອີກນຶ່ງແຮງໃນການແຈກຢາຍໂປຣແກຣມ StarDict ໃຫ້ພີ່ນ້ອງຊາວລາວເຮົາ ໄດ້ມີໂອກາດໃຊ້ກັນໂດຍທົ່ວເຖິງ.

໘ ມັງກອນ ໒໐໑໐,
au8ust

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑