LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 344
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (344)
ວຶ່ນໆ
. ສຽງດັງ ດັ່ງສຽງແມ່ເຜີ້ງບິນ
ວ່ອນໆ
. ລອຍຢູ່ຕາມອາກາດ, ສຽງຮ້ອງຢູ່ໄກກ້ອງມາຕາມອາກາດ
ວ້ຳ:
. ຫຼຸບເຂົ້າ
ສົມຄວນ
. ເໝາະດີ.
ຫົວດື້
. ບອກຍາກ, ສອນຍາກ
ເວ
. ບໍ່ຊື່, ບໍ່ທ່ຽງ.
ແວ:
. ບໍ່ໄປຕາມຊື່
ແວະ:
. ຜີກອອກ. ບໍ່ໄປຕາມຊື່.
ໄວ:
. ບໍ່ຊ້າ, ທັນທີ
ການ
1 ກ. ປ້ອງກັນໄວ້, ລັດບໍ່ໃຫ້ໄປໃສ, ຟັນອ້ອມຕົ້ນໄມ້ໄວ້ ເພື່ອໃຫ້ຕາຍ ຫລືເພື່ອຕັດໄປປູກໃຫມ່. “ການ” ເພື່ອຕັດໄປປູກນັ້ນ ຕ້ອງເອົາດິນຫນຽວຫຸ້ມໄວ້ ເພື່ອໃຫ້ປົ່ງຮາກ. 2 ນ. ວຽກ, ຫນ້າທີ່, ສິ່ງທີ່ເຮັດ (ປ. ກາຣ):…
ແກ້
ກ. ມືຍອອກ, ທຳໃຫ້ດີຂຶ້ນ, ປ່ຽນແປງ, ທຳໃຫ້ຫາຍ, ທຳໃຫ້ຫລຸດອອກ, ຕອບຄຳຖາມທີ່ຄົນອື່ນຖາມ. ແກ້ກົນ ກ. ເຮັດຢ່າງໃດຢ່າງນຶ່ງ ເພື່ອແກ້ວິທີຂອງຜູ່ອື່ນ ຫລື ເພື່ອໃຫ້ເຂັດຢຳ ແລະໄດ້ຜົນ. ແກ້ເກີ້ .…
ໂທ
1. ນ. ຊື່ອັກສອນພວກວັນນະຍຸດຮູບນີ້ ້ ເອີ້ນວ່າໄມ້ໂທ, ຄຳທີ່ປະກອບດ້ວຍວັນນະຍຸດ ້ ເອີ້ນວ່າຄຳໂທ, . ສອງ (ປ. ທຸ) 2. ນ. ເປັນຊື່ເຫລົ້າທີ່ບໍ່ທັນກັ່ນ ເອີ້ນວ່າ ເຫລົ້າໂທ ຄື ເມລັຍ ຫລື ສາໂທ (ປ. ສາທຸ ແປວ່າ…
ທຸຣະ - ທຸລະ
1. ນ. ວຽກ, ການງານ, ກິດຈະການໃນ ພຣະພຸທສາສນາ ມີສອງຢ່າງ ຄື ຄັນຖະທຸຣະ: ການຮ່ຳຮຽນນຶ່ງ, ວິປັສນາທຸຣະ: ການປະຕິບັດທາງໃຈໃຫ້ຮູ້ແຈ້ງນຶ່ງ (ປ.) ທຸຣະ ການ ນ. ວຽກຝ່າຍປະຕິບັດ ເປັນຄູ່ກັບວິຊາການ ວຽກຝ່າຍຄວາມຮູ້…
ກັດ
1 ນ. ຊື່ປາແນວນຶ່ງ ຕົວນ້ອຍ ທໍ່ປາຫມັດ ຫລື ທໍ່ເລັບມື ສີຂຽວແກ່ຈົນດຳ ມັກກັດກັນ. 2 ນ. ຊື່ເລກຕົວທີ 6 ຫລື ປີທີ 6 ຕາມຈຳນວນເລກທ້າຍ ຈຸລສັກຣາດ ທີ່ບູຮານເອີ້ນວ່າ ແມ່ມື້ ຄື 1 ກາບ, 2 ຮັບ, 3 ຮວາຍ, 4 ເມິງ, 5…
ກົງ
1 ນ. ເຂດແດນ, ດວງຊາຕາ, ຮູບວົງມົນທີ່ຂີດເປັນຊ່ອງຕາມຈັກກະຣາສີ ສຳລັບຂຽນ ວັນເດືອນປີເກີດ: “ດີທໍ່ເຈົ້າຫລ້າຊ້ອຍ ນ້ອງທ່ານທັງຫົກ ອັງຄານສຸກຮ່ວມໃນ ກົງແກ້ວ” (ສິນໄຊ) 2 ນ. ເຄື່ອງສຳລັບດີດຝ້າຍໃຫ້ຜົງ…
ກະສຽນ
1 ກ. ຂຽນ, ຂຽນຄຳແປດ້ວຍຕົວຫນັງສືນ້ອຍໆໄວ້ໃຕ້ສັບເດີມ. 2 . ສ້ຽງໄປ, ຫມົດໄປ (ສ. ກສິນ) ກະສຽນອາຍຸ ນ. ຜູ່ມີອາຍຸເຖິງເຂດແລ້ວ (ສ. ກສິນາຍຸສ) (ຄຳນີ້ ບູຮານຫມາຍເອົາຜູ່ມີອາຍຸພົ້ນກຳນົດເກນ ຄື…
ກະເຈາະກະຈອກ
. ອາການສະແດງຄວາມຍິນດີ ໃນເວລາເວົ້າ ຫລື ທຳ ດັ່ງຄຳກອນ: "ຍາມເມື່ອ ຊົລທານ້ຳ ໄຫລນອງຖ້ວມທົ່ງ ມົດບໍ່ມີບ່ອນຊົ້ນ ປາກັ້ງອະເຫີ່ຍຫົວ ຍາມເມື່ອ ຊົລທາແຫ້ງ …
ກີ້
1 ນ. ຫອຍແນວນຶ່ງມີກາບສອງອັນຕິດກັນ ຫນ່ວຍຍາວຮຽກຫອຍກີ້ (ຖ້າໃຫຍ່ ຮຽນຫອຍກວ້າງ) 2 ນ. ຊື່ນົກແນວນຶ່ງ ຕົວຄືນົກແຂກ ແຕ່ນ້ອຍ ແລະ ສົບດຳ ຫາງຍາວ ຂົນສີຂຽວ, 3 . ກ່ອນ, ຄັ້ງກ່ອນ (ແຕ່ກີ້)
ກ່ອງ
1 ນ. ເຄື່ອງຫາປາຢ່າງນຶ່ງ ສານດ້ວຍປ່ານ ຫລື ຝ້າຍໃສ່ຄັນຂ້າງດຽວ ສຳລັບຕຶກເອົາປາ. 2 ນ. ພາຊະນະສຳບັລໃສ່ເຂົ້າຫນຶ້ງແລ້ວ (ເອີ້ນ ກ່ອງເຂົ້າ). 3 ນ. ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ມີຜົນ ຫນ່ວຍນ້ອຍມົນ ຄືຫມາກໄຟ.…
ແກ່ນ
1 ນ. ສ່ວນແຂງຂອງຕົ້ນ ຫລື ຫມາກໄມ້, ປະທານ, ຫລັກຖານ, ຫົວຫນ້າ. 2 . ປະເສີດດີ, ແຂງແກ່ນແກ້ວ ນ. ແກ້ວປະເສີດ, ແກ່ນແຂງ ນ. ຫລັກຖານ, ຫມັ້ນຄົງ, ຖາວອນ (ເປັນແກ່ນແຂງ), ແກ່ນສານ ນ. ຫລັກຖານຫມັ້ນຄົງ,…

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑