LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ

ກົງ

1 ນ. ເຂດແດນ, ດວງຊາຕາ, ຮູບວົງມົນທີ່ຂີດເປັນຊ່ອງຕາມຈັກກະຣາສີ ສຳລັບຂຽນ ວັນເດືອນປີເກີດ: “ດີທໍ່ເຈົ້າຫລ້າຊ້ອຍ ນ້ອງທ່ານທັງຫົກ ອັງຄານສຸກຮ່ວມໃນ ກົງແກ້ວ” (ສິນໄຊ) 2 ນ. ເຄື່ອງສຳລັບດີດຝ້າຍໃຫ້ຜົງ ທຳດ້ວຍໄມ້ຄ້າຍຄືທະນູ ແລະ ມີສາຍສຳລັບດີດ ເອີ້ນ ກົງດີດ, ອີກຢ່າງນຶ່ງ ທຳດ້ວຍໄມ້ 4 ອັນ ຜູກເຊືອກຈ່ອງໃສ່ກັນ ສຳລັບເອົາໂຕ່ງຝ້າຍ ຫລື ໄຫມໃສ່ແລ້ວປັ່ນອອກ. 3 ວ. ຊື່, ຊື່ກັນ, ຊື່ໄປ (ທ. ຕຣົງ) 4 ວ. ວົງໂຄ້ງ, ມີລັກສະນະກ່ອງລົງ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑