LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ຫລື
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 195
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (195)
ແກ້
ກ. ມືຍອອກ, ທຳໃຫ້ດີຂຶ້ນ, ປ່ຽນແປງ, ທຳໃຫ້ຫາຍ, ທຳໃຫ້ຫລຸດອອກ, ຕອບຄຳຖາມທີ່ຄົນອື່ນຖາມ. ແກ້ກົນ ກ. ເຮັດຢ່າງໃດຢ່າງນຶ່ງ ເພື່ອແກ້ວິທີຂອງຜູ່ອື່ນ ຫລື ເພື່ອໃຫ້ເຂັດຢຳ ແລະໄດ້ຜົນ. ແກ້ເກີ້ ວ.…
ຫົວ
1). ກ. ເບ່ງສຽງອອກມາໃນເມືອ່ຮູ້ວ່າມີຄວາມມ່ວນຊື່ນ ຫລື ກະດຽມ ໂດຍບໍ່ມີຄວາມຫມາຍ ເປັນຄູ່ກັບໄຫ້; 2). ນ. ສ່ວນຂອງຮ່າງກາຍຟາກຄໍຂຶ້ນໄປ, ຕົ້ນຫລືສ່ວນຢູ່ໃຕ້ດິນຂອງຫນໍ່ແນວ ຈຳພວກມັນ ແລະ ຜັກ ດັ່ງ ຫົວຜັກບົ່ວ,…
ການ
1 ກ. ປ້ອງກັນໄວ້, ລັດບໍ່ໃຫ້ໄປໃສ, ຟັນອ້ອມຕົ້ນໄມ້ໄວ້ ເພື່ອໃຫ້ຕາຍ ຫລືເພື່ອຕັດໄປປູກໃຫມ່. “ການ” ເພື່ອຕັດໄປປູກນັ້ນ ຕ້ອງເອົາດິນຫນຽວຫຸ້ມໄວ້ ເພື່ອໃຫ້ປົ່ງຮາກ. 2 ນ. ວຽກ, ຫນ້າທີ່, ສິ່ງທີ່ເຮັດ (ປ. ກາຣ):…
ທຸງ
ນ. ແຜ່ນຜ້າສີຕ່າງໆ ສຳລັບ 1/ ເປັນເຄື່ອງຫມາຍບອກຊາດ, ບອກຫມວດຫມູ່ ດັ່ງທຸງຊາດ. ທຸງແມ່ທັບ, ທຸງລູກເສືອ ເປັນຕົ້ນ. 2.ເປັນເຄື່ອງອານັດສັນຍາ ຕາມແບບສາກົນນິຍົມດັ່ງ ທຸງກາຊາດບອກ ບ່ອນຕັ້ງກອງພະຍາບານ, ທຸງຂາວ…
ກອງ
1 ນ. ພວກ, ຫມູ່, ຫມວດ, ຈຳນວນສິ່ງຂອງ ຫລືຄົນທີ່ທ້ອນໂຮມກັນຢູ່, ຍາມ, ເວລາ; ກ. ທ້ອນເຂົ້າກັນ, ເອົາສິ່ງຂອງຢອງກັນຂຶ້ນຫລາຍໆ, ທຳໃຫ້ສູງຂຶ້ນ; ກອງຮ້ອຍ ນ. ຈຳນວນທະຫານຫມູ່ນຶ່ງ ຈຳນວນ 100 ຄົນ; ກອງພັນ ນ.…
ກັດ
1 ນ. ຊື່ປາແນວນຶ່ງ ຕົວນ້ອຍ ທໍ່ປາຫມັດ ຫລື ທໍ່ເລັບມື ສີຂຽວແກ່ຈົນດຳ ມັກກັດກັນ. 2 ນ. ຊື່ເລກຕົວທີ 6 ຫລື ປີທີ 6 ຕາມຈຳນວນເລກທ້າຍ ຈຸລສັກຣາດ ທີ່ບູຮານເອີ້ນວ່າ ແມ່ມື້ ຄື 1 ກາບ, 2 ຮັບ, 3 ຮວາຍ, 4 ເມິງ, 5…
ການເມືອງ
ນ. ວຽກທີ່ກ່ຽວກັບປະເທດຊາດ ມີຄື 1 ວຽກທີ່ກ່ຽວກັບຣັດຖະ ຫລື ແຜ່ນດິນ ດັ່ງວິຊາການເມືອງ ແມ່ນວິຊາທີ່ກ່ຽວກັບຣັດຖະ, ການຈັດສ່ວນແຫ່ງຣັດຖະອອກເປັນແຂວງ ແລະ ການດຳເນີນແຫ່ງຣັດຖະ. 2 ການບໍຣິຫານປະເທດ ເປັນຕົ້ນ…
ກຳ
1 ນ. ຈຳນວນຂອງເຕັມມືນຶ່ງ ທີ່ງໍນິ້ວມືທັງຫມົດຮັບເອົາໄວ້, ຜັກ ຫລື ຫຍ້າທີ່ມັດເປັນຕູດ, ດິ້ວຕີນກວຽນ ຫລື ຣົດທີ່ຢັນຂອງລໍ້ ກັບດຸມໄວ້; 2 ນ. ໄມ້ປ່ອງ ຫລື ຫລອດຍາວໆສຳລັບສັກລົງໃນໄຫເຫລົ້າແລ້ວດູດກິນນ້ຳເຫລົ້າ…
ກ່ຽງ
ກ. ຫາອຸບາຍໃຫ້ຜູ່ອື່ນທຳ ຫລື ເວົ້າ, ຢາກໃຫ້ຜູ່ອື່ນທຳ ຫລື ເວົ້າ ໂດຍທີ່ແທ້ ແມ່ນໂຕເອງຄວນຈະທຳ ຫລື ເວົ້າ, ຫນິ້ງໃຫ້ຜູ່ອື່ນທຳ.
ທໍ່
ນ. ໄມ້ຫລືສິ່ງທີ່ເປັນໂກນຍາວ ສຳລັບໃຊ້ເປັນທາງນ້ຳໄຫລ ຫລື ໃຫ້ຄວັນ ຫລື ລົມອອກ. ວ. ເກິ່ງກັນ, ສ່ວນເດີມ (ດັ່ງ ສາມທໍ່), ທໍ່ໃດ ວ. ກີ່ມາກນ້ອຍ
ໂທ
1. ນ. ຊື່ອັກສອນພວກວັນນະຍຸດຮູບນີ້ ້ ເອີ້ນວ່າໄມ້ໂທ, ຄຳທີ່ປະກອບດ້ວຍວັນນະຍຸດ ້ ເອີ້ນວ່າຄຳໂທ, ວ. ສອງ (ປ. ທຸ) 2. ນ. ເປັນຊື່ເຫລົ້າທີ່ບໍ່ທັນກັ່ນ ເອີ້ນວ່າ ເຫລົ້າໂທ ຄື ເມລັຍ ຫລື ສາໂທ (ປ. ສາທຸ ແປວ່າ…
ກອງຫນຸນ
ນ. ທະຫານທີ່ປົດອອກຈາກປະຈຳການ ຫລື ປົດອອກຈາກກອງເກີນ ເມື່ອອາຍຸຄົບກຳນົດ, ທະຫານທີ່ຈັດໄວ້ເພື່ອຕື່ມເຕີມ ຫລື ຜັດຜ່ຽນແນວຫນ້າ.
ກະຊອນ
1 ນ. ເຄື່ອງສຳລັບຕັກອາຫານ ສານດ້ວຍລວດ ຫລືໄມ້ໄຜ່ ມີຄັນສຳລັບຈັບຕັກ, (ຕ່ອງຊອນ ກໍວ່າ ກະຕ່ອງຊອນ ກໍເອີ້ນ) 2 ນ. ແມງແນວນຶ່ງຫມົ້ນຢູ່ຕາມດິນ ຕົງນ້ອຍໆ ທີ່ວ່າ ຫນ້າມີກ້າມໃຫຍ່ ສຳລັບໃຊ້ເບີກທາງ (ແມງຊອນ ຫລື
ກະດານ
ນ. ແຜ່ນແປ້ນ, ແຜ່ນຫີນ, ແຜ່ນແປ້ນ ຫລື ຫີນ ສຳລັບໃຊ້ຂຽນຫນັງສື; ກະດານດຳ ນ. ຫີນ ຫລື ແປ້ນ ເປັນສີດຳ ສຳລັບຂຽນຫນັງສື; ກະດານຫີນ ນ. ແຜ່ນຫີນ, ພະລານຫີນ; ກະດານຫົວ ນ. ດູກຫົວ: “ສອນສະແຫວງມ້າງ…
ກະຕ່າ
ນ. ເຄື່ອງສານດ້ວຍຕອກ ຫລື ລວດ ຮູບກົມ ມີຮວງ ຫລື ສາຍສຳລັບໃສ່ສິ່ງຂອງ.
ກະຕໍ້
ນ. ເຄື່ອງຫລິ້ນຢ່າງນຶ່ງ ເຮັດດ້ວຍຫວາຍ ຫລື ຫນັງ ຮູບມົນ ສຳລັບເຕະ ຫລື ຕົບ.
ກະຖຸນ
ນ. ເຄື່ອງຍິງສັດ ມີສອງສາຍຜູກກັບສົ້ນຄັນຫລືໄມ້ ເປັນງ່າມ ມີຫມ້ອງໃສ່ລູກຢູ່ກາງ, ລູກໃຊ້ກ້ອນຫີນ ຫລື ກ້ອນດິນ.
ກະອູບ
ນ. ເຄື່ອງໃຊ້ ເຮັດດ້ວຍໄມ້ ຫລື ໂລຫະຮູບສີ່ລ່ຽມ ຫລື ກົມ ມີຝາອັດ (ອູບ ກໍເອີ້ນ ຖ້ານ້ອຍ ເອີ້ນ ແອບ)
ກະເທີຍ
ນ. ຄົນ ຫລື ສັດ ທີ່ບໍ່ປາກົດວ່າເປັນຍິງ ຫລື ຊາຍ ຄັກແນ່ (ເທີຍ ກໍວ່າ)
ກະແສ
1 ນ. ນ້ຳ, ແມ່ນ້ຳ, ທາງ ຫລື ສາຍ (ກະແສລົມ ສາຍລົມ), ຫາງສຽງ, ສຽງເວົ້າ (ຟັງກະແສສຽງເວົ້າ). 2 ນ. ຊື່ຫນອງໃຫຍ່ແຫ່ງນຶ່ງຢູ່ປະເທດຈີນ ເຊິ່ງທຸກວັນນີ້ເອີ້ນວ່າ ຕາລີຟູ ລາວເຮົາເອີ້ນ ຫນອງກະແສ ຫລື

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑