LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ

ກອງ

1 ນ. ພວກ, ຫມູ່, ຫມວດ, ຈຳນວນສິ່ງຂອງ ຫລືຄົນທີ່ທ້ອນໂຮມກັນຢູ່, ຍາມ, ເວລາ; ກ. ທ້ອນເຂົ້າກັນ, ເອົາສິ່ງຂອງຢອງກັນຂຶ້ນຫລາຍໆ, ທຳໃຫ້ສູງຂຶ້ນ; ກອງຮ້ອຍ ນ. ຈຳນວນທະຫານຫມູ່ນຶ່ງ ຈຳນວນ 100 ຄົນ; ກອງພັນ ນ. ຈຳນວນທະຫານ 10 ກອງຮ້ອຍ; ກອງພົນ ນ. ຈຳນວນທະຫານ 10 ກອງພັນ; ກອງທັບ ນ. ຈຳນວນທະຫານທີ່ຍົກອອກໄປຮົບ, ຈຳນວນທະຫານຫລາຍໆກອງພົນ ໂຮມກັນ; 2 ນ. ເຄື່ອງດົນຕີທີ່ຫຸ້ມດ້ວຍຫນັງ ສຳລັບຕີໃຫ້ມີສຽງດັງ ມີຫລາຍຢ່າງຄື: ກອງແກ ກອງສຳລັບຕີເຂົ້າກັບແກວົງຫນ່ວຍສັ້ນ (ກອງລຳມະນາ ກໍວ່າ); ກອງກິ່ງ ກອງຂະຫນາດໃຫຍ່ ທາງປາກເຫວີ ທາງກົ້ນສ້ວຍ ຫຸ້ມຫນັງສອງຫນ້າ ແລະມີສອງຫນ່ວຍເປັນຄູ່ສຳລັບຕີເສັງກັນ; ກອງຂ້າ ຫລື ກອງມະໂຫຣະທຶກ ຫນ່ວຍນ້ອຍຫຸ້ມສອງຫນ້າສຳລັບຕົບເຂົ້າກັບເຄື່ອງເສບ; ກອງຕົບ ຫລື ກອງຫາງ ກອງຢ່າງນີ້ ຫນ່ວຍຍາວເປັນຫາງຫຸ້ມຫນ້າດຽວ ໃຊ້ມືຕົບ; ກອງຕຶ່ງ ກອງຢ່າງນີ້ ຫນ່ວຍສັ້ນ ສຳລັບຕີໃສ່ເຄື່ອງພິນພາດ ສຽງດັງຕຶ່ງໆ; ກອງໂທນ ກອງຢ່າງນຶ່ງ ຫນ່ວຍນ້ອຍ ສັ້ນ ຫຸ້ມຫນ້າດຽວ ສຳລັບຕີໃສ່ຈັງຫວະຟ້ອນ; ກອງເພນ ກອງຂະຫນາດໃຫຍ່ ຫຸ້ມສອງຫນ້າ ສຳລັບຕີບອກເວລາ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑