LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ທວ ທອ ທັ ທາ ທຳ ທິ ທີ ທຶ ທື ທຸ ທູ ທົ ທ່ ທ້ ທໍ
ຜົນການຊອກຫາ: 17 ໜ້າທີ 1 ຈາກທັງໝົດ 1 ໜ້າ
ທັກ
ກ. ທ້ວງ, ເວົ້າຫລືອອກສຽງໃຫ້ຮູ້ເມື່ອຄີງ ຫລື ໃຫ້ມີສະຕິ.
ທັກຂິນ
ນ. ເບື້ອງຂວາ, ທິດໃຕ້ (ປ.)
ທັກຂິນາ
ນ. ທານເພື່ອໃຫ້ຜົນອັນຈະເຣີນ, ເບື້ອງຂວາ (ປ.)
ທັກຂິນາບົດ
ນ. ທາງຝ່າຍໃຕ້, ປະເທດຝ່າຍໃຕ້ (ປ. ທັກຂິນາປຖ)
ທັກຂິນາວັດ
ກ. ວຽນໄປທາງຂວາ, ວົນຂວາ (ປ. ທັກຂິນຸວັຕຕ)
ທັກຂິໂນທົກ
ນ. ນ້ຳຫມາຍທານ, ນ້ຳທີ່ຢາດລົງໃນເວລາໃຫ້ທານ, (ຕາມຫລັກແທ້ຫມາຍເອົາການທານຂອງໃຫຍ່ ຫລື ຂອງທີ່ບໍ່ມີຮູບ ທີ່ຈະຍໍໃຫ້ໄດ້ ຈິ່ງໃຊ້ນ້ຳແທນ ດັ່ງ ທານວັດ ທານສາລາ ເປັນຕົ້ນ)
ທັກຂິໄນຍະບຸກຄົນ
ນ. ຄົນຜູ່ຄວນຮັບຂອງທານເພື່ອຜົນອັນປະເສີດ ຄື ພວກພຣະອະຣິຍະ (ປ. ທັກຂິເນຍຍປຸຄຄລ)
ທັກສາ
ນ. ຊື່ອັຖເຄາະ ຄື ດາວ 8 ໜ່ວຍ ໄດ້ແກ່ ທິດ ຈັນ ອັງຄານ ພຸດ ພະຫັດ ສຸກ ເສົາ ຣາຫູ ທີ່ຈັດເຂົ້າ ຣະບຽບເປັນບໍຣິວານ: ອາຍຸ, ເດດ, ສີ, ມູລະ, ອຸສາຫະ, ມຸນຕີ, ກາລິນີ ໂດຍວຽນຂວາ ໄປຕາມທິດທັງ 8 ຄື ບົວຣະພາ, More…
ທັກສິນ
(ເບິ່ງທັກຂິນ) (ສ.)
ທັກສິນາ
(ເບິ່ງທັກຂິນາ) (ສ.)
ທັກສິນານູປະທານ
ນ. ການທຳບຸນຫາຜູ່ຕາຍ (ສ.)
ທັງ
ສັ. ກັບ, ແລະ (ທັງກິນທັງນອນ). ວ. ໃຊ້ນຳຫນ້າຄຳອື່ນໂຮມ ດັ່ງ ທັງບ້ານວ່າ, ຫມົດບ້ານ, ທັງຄ້າຍ, ທັງປວງ ວ່າດ້ວຍກັນ ໆລໆ.
ທັດ
1. (ມາຈາກປາລີວ່າ ທະສະ) ວ. ສິບ, ຖ້ວນ, ຄົບ "ສາມສິບທັດ", ສິບທັດ. 2. ກ. ເອົາສິ່ງຂອງ ຫລື ດອກໄມ້ ເຫນັບຫູ ຫລື ຜົມເກົ້າ, ທັດດອກ ນ. ຊື່ຂົນມ້າທີ່ຢູ່ກົກ ຫູທັງສອງຂ້າງ ເອີ້ນ ຂົນທັດດອກ.
ທັດທາ
ນ. ໄມ້ແປ້ນສັ້ນໆມີດ້າມ ສຳລັບກວດດິນ (ທາດທາ ກໍວ່າ)
ທັສນະ - ທັດສະນະ
ກ. ເບິ່ງ, ເຫັນ, ເທັສນາການ ນ. ອາການເບິ່ງ: ທັສນາຈອນ ກ. ຖ່ຽວເບິ່ງ.
ທັສນານຸຕຣິຍະ - ທັດສະນານຸດຕະລິຍະ
ນ. ການເຫັນອັນປະເສີດ ດັ່ງ ການເຫັນທັມອັນເລິກແລບ ເປັນຕົ້ນ.
ທັສນີ - ທັດສະນີ
ວ. ເປັນຕາເບິ່ງ, ງາມ (ປ. ທັສສນີຍ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑