LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ທວ ທອ ທັ ທາ ທຳ ທິ ທີ ທຶ ທື ທຸ ທູ ທົ ທ່ ທ້ ທໍ
ຜົນການຊອກຫາ: 6 ໜ້າທີ 1 ຈາກທັງໝົດ 1 ໜ້າ
ທູ
ນ. ຊື່ປາທະເລແນວນຶ່ງ ເປັນປາມີເກັດ ຮຽກ ປາທູ.
ທູດ
1. (ມາຈາກປາລີວ່າ ທູຕ) ນ. ຄົນຜູ່ຮັບໃຊ້ໄປເວົ້າຕາງ, ຜູ່ທີ່ຮັບມອບຫມາຍໃຫ້ເປັນຜູ່ແທນທາງຣາຊການແຜ່ນດິນໃນຕ່າງປະເທດ (ເບິ່ງ ທູຕາ ດ້ວຍ) 2. ນ. ຊື່ພະຍາດແນວນື່ງ ເປັນຕຸ່ມໃຫຍ່ເປື່ອຍຕາມຮ່າງກາຍ ຫລື More…
ທູຕາ
ນ. ທູດ, ຄືຄົນຜູ່ນຳຂໍ້ຄວາມໄປແຈ້ງໃຫ້ທັງສອງຝ່າຍຮູ້, ຜູ່ຮັບໃຊ້ໄປເວົ້າແທນ, ຜູ່ໄດ້ຮັບມອບໃຫ້ເປັນຜູ່ແທນທາງຣາຊການແຜ່ນດິນ (ປ.)
ທູຕານຸທູດ
ນ. ທູດຜູ່ນ້ອຍຜູ່ໃຫຍ່, ພວກທູດ (ປ.)
ທູຣະ
ເປັນຄຳປະກອບຫນ້າສັບ ແປວ່າ ໄກ ດັ່ງ ທູຣະບົດ (ປ. ທູຣປຖ), ທູຣະມັກຄາ ແປວ່າ ທາງໄກ (ປ. ທູຣະມັຄຄ) ສັບນີ້ ແປງເປັນ ໂທຣະ ກໍໄດ້ ດັ່ງ ໂທຣະເລກ ເປັນຕົ້ນ.
ທູ່
ກ. ອາການຄວັນ ຫລື ອາຍນ້ຳພຸ່ງອອກ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑