LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: 1
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 188
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (188)
ແສ່ວ
1 ກ. ບິນເຈີດແລ້ວກັບຂຶ້ນໄວໆ (ນົກແສ່ວ); ວ. ສູງ, ແປະ, ໃກ້ (ຄວາມເວົ້າແສ່ວດາວ) 2 ກ. ເອົາເຂັມຫຍິບປ່ອງຜ້າຂາດທີ່ເປັນຮູມົນດ້ວຍການເອົາເສັ້ນໄໝຫຍິບສອດສວນກັນໄປມາ. ການຫຍິບສອດກັນໄປມາ.
ໂກທາ
1 ນ. ຕົ້ນໄມ້ແນວນຶ່ງ ຕາມຕົ້ນມີຫນາມເປັນຕຸ່ມໆ ໃບເປັນແກວສາມແກວກ. 2 ກ. ຄຽດຮ້າຍ (ປ.ໂກທ)
ໂທ
1. ນ. ຊື່ອັກສອນພວກວັນນະຍຸດຮູບນີ້ ້ ເອີ້ນວ່າໄມ້ໂທ, ຄຳທີ່ປະກອບດ້ວຍວັນນະຍຸດ ້ ເອີ້ນວ່າຄຳໂທ, ວ. ສອງ (ປ. ທຸ) 2. ນ. ເປັນຊື່ເຫລົ້າທີ່ບໍ່ທັນກັ່ນ ເອີ້ນວ່າ ເຫລົ້າໂທ ຄື ເມລັຍ ຫລື ສາໂທ (ປ. ສາທຸ ແປວ່າ…
ໂທສາ
1. ໂທດ, ຄວາມຜິດ, ຄວາມຮ້າຍ, ບາບ, ຄວາມຊົ່ວ, ຜົນແຫ່ງຄວາມຜິດທີ່ຕ້ອງ ຮັບ (ປ.) ນ. ເວລາ ມືດ (ສ) ໂທສາກອນ ນ. ພຣະຈັນ (ສ. ໂທສາກຣ)
ໂສມ
1 ນ. ຮູບ, ຮູບຮ່າງ, ຮ່າງຄີງ. 2 ນ. ໄມ້ເຄືອພຸ່ມແນວນຶ່ງ ມີຫົວ ຄືຫົວຜັກກາດຂາວໃຊ້ເຮັດຢາ. ຕາມລັດທິສາສນາພຣາມ ເວົ້າວ່າ ພວກເທວະດາເອົາໂສມນີ້ ມາຮັດນ້ຳເມົາ ສະນັ້ນ ນ້ຳເຫລົ້າຈິ່ງຮຽກວ່າ ນ້ຳໂສມ.
ໄກ
1 ວ. ຫ່າງ, ຍາວ, ເຫິງ, ບໍ່ໃກ້, ກົງກັນຂ້າມກັບໃກ້. 2 ນ. ເດືອຍ ຫລື ບ່ອນລັ່ນຂອງອາວຸດ ຫລື ເຄື່ອງຈັກ.
ໄກສອນ
1 ນ. ລະອອງຂອງດອກໄມ້ (ປ. ເກສຣ) 2 ນ. ຣາຊສີ (ສ. ເກສຣ)
ໄທ
1. ນ. ຄົນ, ພວກ, ຊາວ. "ຟ້າຮ່ຳຮ້ອງ ຣະດູດ່ວນ ເດືອນສາມ ທຸກໄທຊົມຮຽນກຂວັນ ເມືອຫ້ອງ" 2. ນ. ຊື່ປະເທດ ແລະ ຄົນຊາດນຶ່ງ ຢູ່ຕໍ່ປະເທດລາວທາງຟາກນ້ຳຂອງເບື້ອງຂວາ: ຄວາມມີອິສຣະໃນຕົວ…

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑