LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ໄກ ໄທ ໄວ ໄຫ

ໄທ

1. ນ. ຄົນ, ພວກ, ຊາວ. "ຟ້າຮ່ຳຮ້ອງ ຣະດູດ່ວນ ເດືອນສາມ ທຸກໄທຊົມຮຽນກຂວັນ ເມືອຫ້ອງ" 2. ນ. ຊື່ປະເທດ ແລະ ຄົນຊາດນຶ່ງ ຢູ່ຕໍ່ປະເທດລາວທາງຟາກນ້ຳຂອງເບື້ອງຂວາ: ຄວາມມີອິສຣະໃນຕົວ ບໍ່ເປັນຂ້ອຍຄົນອື່ນ ດັ່ງໃນເຣື່ອງເວດສັນຕຣະ ບ່ອນພຣະຍາ ສີສົນໄຊ ໄຖ່ເອົາຫລານຈາກພຣາມວ່າ: "ໃຫ້ພົ້ນຈາກຂ້ອຍຂ້າ ວ່າເປັນໄທ" ໄທແດງ ນ. ຄົນລາວພວກນຶ່ງຢູ່ໃນປະເທດຫວຽດນາມພາກເໜືອ; ໄທດຳ ນ. ຄົນລາວ ພວກນຶ່ງ ນຸ່ງເຄື່ອງດຳ; ໄທນ້ອຍ ນ. ຄົນໄທໃນປະເທດໄທ ແລະ ຄົນລາວ ໃນປະເທດລາວ; ໄທໃຫຍ່ ນ. ຄົນລາວພວກນຶ່ງ ໃນປະເທດພະມ້າ ເຊິ່ງເອີ້ນວ່າ ງ້ຽວ ໄທຫລວງ ນ. ໄທໃຫຍ່, ຜູ່ເປັນໃຫຍ່, ຜູ່ປະເສີດ, ເທວະດາ ດັ່ງ ບາໄທ, ເທພໄທ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑