LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 24 ໜ້າທີ 1 ຈາກທັງໝົດ 2 ໜ້າ
ກິ
ວ. ສັ້ນ, ກ້ອມ, ເລັກນ້ອຍ.
ກິກີ
ວ. ເລັກໆນ້ອຍໆ.
ກິຈການ - ກິດຈະການ
ວ. ວຽກການ (ປ. ກິຈຈກາຣ)
ກິຍາ
ນ. ກິຣິຍາ, ອາການ, ຄວາມປະພຶດ (ສ. ກຣິຍາ)
ກິດ
1 ວ. ສັ້ນ, ກ້ອມ. 2 ນ. ວຽກງານ, ຫນ້າທີ່ອັນຕ້ອງເຮັດ (ປ. ກິຈຈ)
ກິນ
ກ. ຫຍ້ຳອາຫານແລ້ວກືນລົງໄປໃນທ້ອງ, ກິນລົງໄປ, ທຳໃຫ້ຫມົດໄປ, ປົກຄອງ. ກິນເຈ ນ. ການງົດເວັ້ນບໍ່ກິນຂອງຄາວ ເພາະຖືສິນ. ກິນໃຈ ກ. ສົງສັຍຫງຳໄວ້ໃນໃຈ. ກິນເມືອງ ກ. ປົກຄອງເມືອງ; ກິນລ້າ ໄດ້ມາເປົ່າໆ More…
ກິນນອນ
ນ. ຄົນແນວໃດ (ປ. ກິນນຣ) (ຄຳວ່າ ກິນນອນ ນີ້ ລາວເຮົາໃຊ້ວ່າ ກິນນະຣອນ ຄູ່ກັບ ກິນນະຣີ, ກິນນະຣອນ ແມ່ນຕົວຜູ້, ກິນນະຣີ ແມ່ນຕົວແມ່, ຕາມນິຍາຍ ຫມາຍເອົາສັດແນວນຶ່ງ ຕົວເປັນຄົນ ຫົວເປັນມ້າ ຫລື ຕົວເປັນຄົນ More…
ກິນນະຣອນ - ກິນນະລອນ
ນ. ກິນນອນ ນັ້ນເອງ (ປາລີວ່າ ກິນນຣ ເຮົາໃຊ້ຜິດໄປວ່າ ກິນນະຣອນ)
ກິນນະຣີ - ກິນນະລີ
ນ. ກິນນອນແມ່ (ເບິ່ງ ກິນນອນ)
ກິນແກ້ມ
ກ. ກິນອາຫານກັບເຫລົ້າ.
ກິມິຊາດ
ນ. ຫມູ່ຫນອນ, ຫນອນ, ຊາດຫນອນ (ປ. ກິມິຊາຕິ)
ກິຣິຍາ - ກິລິຍາ
ນ. ອາການ, ການເຮັດ, ຄວາມປະພຶດ, ຄຳເວົ້າສ່ວນນຶ່ງໃນໄວຍາກອນ ເປັນຄຳສະແດງອາການຂອງນາມ ຮຽກວ່າ ຄຳກິຣິຍາ (ປ.)
ກິຣິນີ - ກິລິນີ
ນ. ຊ້າງພັງ, ຊ້າງແມ່ (ປ.)
ກິສນາ - ກິດສະຫນາ
(ເບິ່ງ ເກດສະຫນາ / ເກສນາ)
ກິເລດ
(ອ່ານວ່າ ກິເຫລດ) ນ. ເຄື່ອງທຳໃຈໃຫ້ເສົ້າຫມອງ (ປ. ກິເລສ)
ກິໂລກຣາມ
ນ. ມາດຕາຊັ່ງນ້ຳຫນັກ ທໍ່ກັບ 1000 ກຣາມ ຫລື ທໍ່ກັບ 6 ຮ້ອຍ 6 ບາດຂອງຊັ່ງລາວ ອັກສອນຫຍໍ້ ໃຊ້ ກ.ກ. (ຝ.)
ກິໂລລິດ
ນ. ມາດຕາຜອງທໍ່ກັບ 1000 ລິດ ຫລື ທໍ່ກັບ 1 ແມັດກ້ອນ, ອັກສອນຫຍໍ້ ໃຊ້ ກ.ລ. (ຝ.)
ກິໂລແມັດ
ນ. ມາດຕາແທກທໍ່ກັບ 1000 ແມັດ ຫລື ທໍ່ກັບ 500 ວາຫລວງ ອັກສອນຫຍໍ້ໃຊ້ ກ.ມ. (ຝ.)
ກິ່ງ
ນ. ງ່ານ້ອຍຂອງຕົ້ນໄມ້, ສ່ວນນຶ່ງທີ່ແບ່ງໄປຈາກສ່ວນຫລາຍ, ເປັນລັກສະນະນາມ ຮຽກຂອງບໍ່ມີຄູ່ວ່າ ກິ່ງ ດັ່ງ: ກ້ອງແຂນກິ່ງນຶ່ງ; ນ. ຊື່ກອງແນວນຶ່ງ ທີ່ຕີເສັງກັນມີ ສອງຫນ່ວຍເປັນຄູ່ກັນຮຽກວ່າ ກອງກິ່ງ.
ກິ່ນ
1 ນ. ສິ່ງທີ່ຮູ້ດ້ວຍດັງ; ວ. ເປັນໄງ່ຂຶ້ນ. 2 ວ. ໄວ ແລ່ນກິ່ນໆ, ລົ້ມກິ່ນ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑