LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ທວ ທອ ທັ ທາ ທຳ ທິ ທີ ທຶ ທື ທຸ ທູ ທົ ທ່ ທ້ ທໍ
ຜົນການຊອກຫາ: 138 ໜ້າທີ 1 ຈາກທັງໝົດ 7 ໜ້າ
ທວກ
1. ກ. ທ້ວງ, ທັກ, ເວົ້າຖາມໃຫ້ຮູ້ສະຕິ. 2. ນ. ໄມ້ເຄື່ອງກຽນທີ່ເປັນຮ່າງສຳຄັນສອງອັນເປັນບ່ອນ ມັດແອກໃສ່ (ທູບກຽນກໍວ່າ)
ທວງ
1. ນ. ໃຈ, ຫົວໃຈ, ຫົວເອິກ. 2. ກ. ຖາມເອົາຂອງຕົນຄືນ
ທວຍ
1. ນ. ສັດສີ່ຕີນແນວນຶ່ງ ເປັນສັດຄ້ຽວເອື້ອງ, ຕົວຂະຫນາດຟານ ຊາຍ ກໍວ່າ: "ທວຍທອງເທົ້າຄນາຫລວງຫລຽວຕໍ່, ຝູງກວາງທວຍ ແລະ ແຮດຊ້າງ" 2. ກ. ບາຍ, ຈັບເອົາ "ທວຍຜາລາສເວີຍ ຜໍ່ດູດອຍກວ້າງ" More…
ທອກ
ວ. ເປັນຄຳເອີ້ນໝາ ແລະ ໝູໂຕໃຫຍ່ທີ່ສຸດ ເຊິ່ງມີໂຕດຽວ ຫລື ຢູ່ໂຕດຽວວ່າ ໝູທອກ ໝາທອກ. ລູກໝາ ເຊິ່ງເປັນຜູ້ທີ່ມີແຕ່ໂຕດຽວ, ວ. ໂທນ, ດຽວ ດັ່ງລູກທອກ.
ທອງ
1. ນ. ໂລຫະສີເຫລືອງ ຫລື ແດງ, ຄຳ. 2. ນ. ຊື່ຕົ້ນໄມ້ພວກນຶ່ງ ເປັນໄມ້ບໍ່ມີແກ່ນມີ 2 ແນວ. ທອງຫລາງ ດອກສີແດງ ຕົ້ນບໍ່ມີໜາມ, ອີກແນວນຶ່ງ ເອີ້ນ ທອງໜາມ ຕົ້ນມີໜາມ ແຕ່ບໍ່ມີດອກ.
ທອງຂາວ
ນ. ທາດແທ້ຢ່າງນຶ່ງ ເປັນໂລຫະທາດ ສີຂາວຫມົ່ນ ໃນຈຳພວກແມ່ເຫລັກ ຕີເປັນແຜ່ນໄດ້ງ່າຍ.
ທອງຄຳ
ນ. ທາດແທ້ຢ່າງນຶ່ງ ສີເຫລືອງເປັນໂລຫະມີ ຣາຄາແພງ ລັກສະນະອ່ອນໜຽວຄືກົ່ວ ຕີບາງທີ່ສຸດໄດ້ ແຕ່ບູຮານ ກຳນົດຄຸນະພາບຂອງທອງຄຳໄວ້ຢ່າງບໍ່ດີແທ້ ໜັກນຶ່ງບາດ ຣາຄາຫົກບາດ, ຢ່າງດີທີ່ສຸດ ຣາຄາເກົ້າບາດ ຈິ່ງຮຽກວ່າ More…
ທອງພັ່ນຊັ່ງ
ນ. ຕົ້ນໄມ້ແນວນຶ່ງ ດອກສີຂາວ ຕົ້ນເປັນພຸ່ມ.
ທອງຫ້າວ
ນ. ທອງເຫລືອງ.
ທອງເຫລືອງ
ນ. ທາດປະສົມຢ່າງນຶ່ງ ເປັນໂລຫະສີເຫລືອງ ປະສົດທອງແດງ ກັບ ສີລິລາດ.
ທອງແຂ
ນ. ທອງຂາວ.
ທອງແດງ
ນ. ທາດແນວນຶ່ງ ເປັນໂລຫະສີແດງ ເນື້ອອ່ອນ ຕີ ແລະ ຮີດໄດ້ງ່າຍ.
ທອຍ
1. ນ. ຫລິ້ມແຫລມໆສຳລັບຕອກໄມ້ເພື່ອຢຽບຂື້ນຕາງຂັນໄດ 2. ນ. ເຄື່ອງມັດໃສ່ສາຍເບັດ ຫລື ເຊືອກໃຫ້ຟູນ້ຳຢູ່ ເພື່ອຫມາຍໃຫ້ເຫັນງ່າຍ. 3. ນ. ສື່, ນາຍຫນ້າ, ຜູ່ນຳບອກ.
ທັກ
ກ. ທ້ວງ, ເວົ້າຫລືອອກສຽງໃຫ້ຮູ້ເມື່ອຄີງ ຫລື ໃຫ້ມີສະຕິ.
ທັກຂິນ
ນ. ເບື້ອງຂວາ, ທິດໃຕ້ (ປ.)
ທັກຂິນາ
ນ. ທານເພື່ອໃຫ້ຜົນອັນຈະເຣີນ, ເບື້ອງຂວາ (ປ.)
ທັກຂິນາບົດ
ນ. ທາງຝ່າຍໃຕ້, ປະເທດຝ່າຍໃຕ້ (ປ. ທັກຂິນາປຖ)
ທັກຂິນາວັດ
ກ. ວຽນໄປທາງຂວາ, ວົນຂວາ (ປ. ທັກຂິນຸວັຕຕ)
ທັກຂິໂນທົກ
ນ. ນ້ຳຫມາຍທານ, ນ້ຳທີ່ຢາດລົງໃນເວລາໃຫ້ທານ, (ຕາມຫລັກແທ້ຫມາຍເອົາການທານຂອງໃຫຍ່ ຫລື ຂອງທີ່ບໍ່ມີຮູບ ທີ່ຈະຍໍໃຫ້ໄດ້ ຈິ່ງໃຊ້ນ້ຳແທນ ດັ່ງ ທານວັດ ທານສາລາ ເປັນຕົ້ນ)
ທັກຂິໄນຍະບຸກຄົນ
ນ. ຄົນຜູ່ຄວນຮັບຂອງທານເພື່ອຜົນອັນປະເສີດ ຄື ພວກພຣະອະຣິຍະ (ປ. ທັກຂິເນຍຍປຸຄຄລ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑