LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜົນການຊອກຫາ: 1,712 ໜ້າທີ 10 ຈາກທັງໝົດ 86 ໜ້າ
ກະບິ
ຂີ້ເຫຍື້ອ ທີ່ເນົ່າຈົມຢູ່ໃນນ້ຳ (ເອີ້ນ ຂີ້ກະບິ)
ກະບິນ
ນ. ແບບແຜນ, ປະເພນີ, ລະບຽບ, ກະບິນເມືອງ. ນ. ປະເພນີ ຂອງປະເທດ, ກົດຫມາຍຂອງປະເທດ, ຮີດຄອງບ້ານເມືອງ: “ຮຸ່ງຄ່ຳອື້ ອາມາດຊຸມສນາມ ໂດຍເດີມກະບິນ ຊົ່ວລາງປະຖົມເຖົ້າ” (ສິນໄຊ)
ກະບິລພັດ - ກະບິນລະພັດ
ນ. ຊື່ເມືອງຫລວງຂອງປະເທດສັກກະ ໃນອິນເດຍ ເປັນເມືອງຂອງພຣະພຸທເຈົ້າ ໃນເວລາ ເພິ່ນບໍ່ທັນອອກບວດ (ປ. ກບິລວັດຖຸ)
ກະບີ່
1 ນ. ລິງ (ປ. ກບິ) 2 ນ. ດາບປະດັບກຽດຕິຍົດຂອງນາຍທະຫານແລະຕຳຫລວດ.
ກະບີ້
ນ. ແມງແນວນຶ່ງ ປີກເປັນແຜ່ນບາງໆ ຂາຍາວກົ້ນສ້ວຍແລະຫົວໂປ (ແມງກະບີ້ ເກີດຈາກຕົວຫນ້ຽວ ຫລື ແມງງຳ ທີ່ຢູ່ໃນນ້ຳ)
ກະບື
ນ. ຄວາຍ
ກະບຸກ
ນ. ພືດແນວນຶ່ງ ຕົ້ນເປັນຈາວ ໃບແກວກ ຫົວແລະຕົ້ນມີຣົດຄັນ (ດຸກເດືອ ກໍວ່າ ເບິ່ງດຸກເດືອ ອີກ)
ກະບຸງ
ນ. ພາຊະນະ ສານດ້ວຍຕອກ ຫລື ຫວາຍ ສຳລັບໃສ່ເຂົ້າ ເປັນຕົ້ນ.
ກະບູນ
ນ. ພະຍາດແນວນຶ່ງ ເປັນກ້ອນແຂງຢູ່ໃນທ້ອງ.
ກະບົກ
(ເບິ່ງ ບົກ)
ກະບົດ
ນ. ຄວາມຄົດ, ຄວາມບໍ່ຊື່ຕໍ່. ກ. ຄົດໂກງ, ບໍ່ຊື່ຕໍ່ (ປ. ກປຕ)
ກະບຽນ
ນ. ພາຊະນະ ສານດ້ວນຕອກ ຮູບມົນແບບສຳລັບໃສ່ຂອງ.
ກະບ່ອງກະແບ່ງ
ສ. ຮູຊອດນ້ອຍໆຫລາຍຮູ (ເສື້ອຊອດກະບ່ອງກະແບ່ງ)
ກະປອມ
ນ. ສັດສີ່ຕີນແນວນຶ່ງ ຈຳພວກໄຕ່ໄມ້ ມີ 3 ປະເພດ ຄື: 1. ກະປອມຂາງ ຕົວຂະຫນາດໂປ້ມື ບ່ອນກ້ານຄໍສີດຳແດງ: 2. ກະປອມໄຫມ ຕົວນ້ອຍສອງຂ້າງມີຄອງເຫລືອງຍາວ ໄປຕາມຕົວ. 3. ກະປອມປີກ ຄ້າຍຄືກະປອມຂາງ ແຕ່ມີປີກຄື ປີກບ່າງ More…
ກະປິ
ອາຫານຄາວຢ່າງນຶ່ງ ເຮັດດ້ວຍກຸ້ງຝອຍ ຫລື ປານ້ອຍ ຫມັກເກືອໃຫ້ເຄັມ ແລະ ຕຳໃຫ້ມຸ່ນ.
ກະປິບ
ນ. ພາຊະນະທຳດ້ວຍສັງກະສີ ຮູບສີ່ລ່ຽມສູງ ສຳລັບໃສ່ນ້ຳມັນ (ປິບ ກໍວ່າ)
ກະປຸກ
ນ. ພາຊະນະນ້ອຍໆ ຮູບຄືຫມໍ້ສຳລັບໃສ່ອາຫານ.
ກະປຸ່ມ
ນ. ພາຊະນະສານດ້ວຍຕອກ ຂັດເປັນຕາ ຮູບກົມຕ່ຳ ສຳລັຍໃສ່ຂອງ.
ກະປູ
ນ. ສັດແນວນຶ່ງ ຢູ່ຮູຕາມໄຮ່ຕາມນາ ມີສິບຂາ ຂາໃຫຍ່ມີສອງຂາ ເອີ້ນ ກ້າມ (ປູ ກໍວ່າ)
ກະປ່ອງ
ນ. ພາຊະນະຮູບກົມສູງ ຄື ກະບອກ ສຳລັບໃສ່ຂອງ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑