LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜົນການຊອກຫາ: 1,712 ໜ້າທີ 13 ຈາກທັງໝົດ 86 ໜ້າ
ກະລີຍຸກ
ນ. ຊື່ຍຸກສຸດທ້າຍ ແຫ່ງຍຸກທັງ 4 ແລະເປັນຍຸກທີ່ຮ້າຍທີ່ສຸດ ຄືຍຸກປັດຈະບັນນີ້. ຍຸກນີ້ ມີອາຍຸ 1200 ປີທິບ ທໍ່ກັບ 432.000 (ສີ່ແສນສາມຫມື່ນສອງພັນ) ປີ ຂອງມະນຸດ ແລະຍຸກນີ້ຕັ້ງຕົ້ນແຕ່ວັນທີ 18 ກຸມພາ ກ່ອນ More…
ກະລຶມ
ນ. ຫວາຍ, ຫວາຍແນວເຄືອໃຫຍ່ (ຮຽກ ຫວາຍກະລຶມ ຫລື ຫວາຍກະລຶມບອງ ລາງແຫ່ງ ຮຽກວ່າ ຫວາຍກະບອງ)
ກະລືດ
ວ. ບໍ່ກ້ຽງ, ບໍ່ສະອາດ.
ກະລຸມ
(ເບິ່ງ ກະປຸ່ມ)
ກະລົກກະລົນ
ວ. ບໍ່ສຸພາບ, ຟ້າວຟັ່ງ.
ກະວອກກະແວກ
ວ.ຫລຽວຫນ້າຫລຽວຫລັງໄວໆ.
ກະວີ
ນ. ຜູ່ຄຶດ, ຜູ່ແຕ່ງຫນັງສື, ຫມໍລຳ, ນັກແຕ່ງກາບກອນ, ນັກປາດ (ປ. ກວີ): ໃນທາງສາສະຫນາແບ່ງກະວີ ເປັນ 4 ຈຳພວກຄື: 1. ຈິນຕະກະວີ ຜູ່ແຕ່ງດ້ວຍຄວາມຄຶດ; 2. ສຸຕກະວີ ຜູ່ແຕ່ງຕາມໄດ້ຍິນມາ; 3. ອັຕຖະກະວີ More…
ກະວົນກະວາຍ
ວ. ຫົນຫວາຍ, ບໍ່ສະບາຍໃຈ.
ກະສວຍ
(ເບິ່ງ ກ້ານສວຍ)
ກະສວນ
ນ. ສ່ວນ.
ກະສອບ
(ເບິ່ງ ສອບ)
ກະສັງ
ນ. ຊື່ຕົ້ນໄມ້ແນວນຶ່ງ ຄ້າຍຄືຕົ້ນຕູມ ໃບນ້ອຍ ມົນ ມີກິ່ນຂິວ ຫມາກສຸກແລ້ວກິນໄດ້ (ຫມາກຂວິດ ກໍວ່າ) ຊື່ຜັກ ແນວນຶ່ງ ໃບມົນ ກິ່ນຂິວ.
ກະສັຍ - ກະໄສ - ກະສັຍການ - ກະໄສຍະການ
ນ. ການຫມົດສ້ຽງ, ການສູນໄປ, ຊື່ພະຍາດຝີໃນທ້ອງ ຫລື ປອດແຫ້ງ (ສ. ກສຍ) ນ. ເວລາສ້ຽງໂລກ, ເວລາສຸດ ແຫ່ງສິ່ງທັງປວງ (ສ. ກສັຍກາລ)
ກະສັຍໂຣກ - ກະໄສຍະໂລກ
ນ. ຝີໃນທ້ອງ (ສ. ກະສັຍໂຣຄ)
ກະສັດ - ກະສັດຕາ
ນ. ພຣະເຈົ້າແຜ່ນດິນ (ປ.ຂັດຕິຍະ, ສ. ກສັຕຣິຍະ ຫມາຍຄວາມວ່າ ຜູ່ປົກຄອງເຂດ) ນ. ເຈົ້າແຜ່ນດິນ, ກະສັດຕາທິຣາດ ນ. ພຣະເຈົ້າແຜ່ນດິນຜູ່ຍິ່ງໃຫຍ່, ກະສັດຕາໄທ້ ນ. ພຣະເຈົ້າແຜ່ນດິນຜູ່ປະເສີດ.
ກະສັດຕີ
ນ. ນາງກະສັດ (ສ. ກະສັຕຣີ)
ກະສັນ
ກ. ຄະນິງ, ຄຶດ, ຄຶດຢາກໄດ້, ມັກໃນທາງກາມາລົມ.
ກະສາ
ນ. ນົກແນວຫນຶ່ງ ຈຳພວກກິນປາ ຕົວໃຫຍ່ ຄໍຍາວ ຂົນສີຫມົ່ນ (ນົກຄໍກ້າກ ກໍວ່າ).
ກະສາຍ
1 ນ. ການຕິດຕໍ່, ການເປັນສື່, ຢາຕົ້ມ, ຢາປະສົມນ້ຳກິນ, ລົດຝາດ. 2 ວ. ຫອມ, ແດງອ່ອນ, ເຫລືອງເຂັ້ມ (ສ. ກສາຍ)
ກະສາບ
ນ. ນ້ຳຫນັກເງິນຕາທໍ່ກັບ 4 ບາດ (ສ. ກສາປນ): “ຮ້ອຍກະສາບໄດ້ ຍໍໃຫ້ແກ່ພາມ” (ເວດສັນຕຣະ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑