LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜົນການຊອກຫາ: 1,712 ໜ້າທີ 1 ຈາກທັງໝົດ 86 ໜ້າ
ພະຍັນຊະນະຕົວທີ 1 ເປັນພວກອັກສອນກາງ ແລະໃຊ້ເປັນຕົວສະກົດໃນແມ່ກັກ
ກວກ
ກ. ເອົາມີດປາດທາງໃນ ໃຫ້ກວ້າງອອກ.
ກວງ
(ເບິ່ງ ກວາງ)
ກວຍ
ນ. ພາຊະນະສານດ້ວຍຕອກ ສານຂັດເປັນຕາຫ່າງໆ ສຳລັບໃສ່ສິ່ງຂອງ.
ກວຍຕາແຫລວ
ນ. ກວຍທີ່ສານຂັດເປັນຮູບຕາແຫລວ.
ກວດ
1 ນ. ກ້ອງແກ້ວ, ຂວດ. 2 ກ. ເບິ່ງຖີ່ຖ້ວນ, ພິຈາຣະນາ, ເບິ່ງໃຫ້ຖືກຕ້ອງ. 3 ກ. ຂອດ, ກວດເກົ້າ ກ. ຂອດຜົມ.
ກວນ
ນ. ໂສ້ໃສ່ຂານັກໂທດ, ກ. ຄົນໃຫ້ເຂົ້າກັນ, ຄົນໄປຄົນມາ, ທຳໃຫ້ຍາກໃຈ.
ກວັງ
ວ. ວັ່ງເວ. ກວັງໃຈ: ວັງເວໃຈ; ໄກ: “ຝູງພີ່ນ້ອງເອື້ອຍທ່ານ ທັງຫລາຍ ຍັງກວັງໄກຊົ່ວພໍ ຟັນດ້າມ” (ທ້າວຮຸ່ງທ້າວເຈືອງ)
ກວັ່ງ
ວ. ໄກ, ສຸດສາຍຕາ (ເບິ່ງ ຄວັ່ງ ດ້ວຍ)
ກອກ
1 ນ. ກ້ອງໃສ່ຢາເສັ້ນ ສຳລັບດູດ; 2 ນ. ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ບໍ່ມີແກ່ນ ມີ 2 ແນວ ຄື: ກອກສົ້ມ ຫນ່ວຍມີຣົດ ສົ້ມຝາດ, ກອກກັນ ບໍ່ມີຫນ່ວຍ ແລະໃບອ່ອນກິນບໍ່ໄດ້; 3 ນ. ແມງແນວນຶ່ງ ຕົວຂະຫນາດໂປ້ມື More…
ກອງ
1 ນ. ພວກ, ຫມູ່, ຫມວດ, ຈຳນວນສິ່ງຂອງ ຫລືຄົນທີ່ທ້ອນໂຮມກັນຢູ່, ຍາມ, ເວລາ; ກ. ທ້ອນເຂົ້າກັນ, ເອົາສິ່ງຂອງຢອງກັນຂຶ້ນຫລາຍໆ, ທຳໃຫ້ສູງຂຶ້ນ; ກອງຮ້ອຍ ນ. ຈຳນວນທະຫານຫມູ່ນຶ່ງ ຈຳນວນ 100 ຄົນ; ກອງພັນ ນ. More…
ກອງກອຍ
ກ. ກອງກົ້ນຂຶ້ນ (ກອງກົ້ນກອງກອຍ)
ກອງກັ່ອຍ
ນ. ຊື່ຜີປ່າແນວນຶ່ງ ວ່າຢູ່ຕາມປ່າເລິກ ດົງຫນາ.
ກອງກົ້ນ
ກ. ທຳກົ້ນໃຫ້ສູງຂຶ້ນ ແລະກົ້ມຫົວລົງ.
ກອງຄົວ
ນ. ຍາມໃກ້ຮຸ່ງ, ຍາມຂ້ອນແຈ້ງ.
ກອງງັນ
ນ. ເວລາປະມານ 20 ໂມງ ຫາ 22 ໂມງ; ກອງທີ່ຕີໃຫ້ຄົນມາງັນ ເພື່ອຊື່ນມ່ວນໃນເວລາກາງຄືນ.
ກອງງາຍ
ນ. ຍາມງາຍ, ເວລາປະມານ 9 ເຖິງ 10 ໂມງ.
ກອງຍາມ
ນ. ກອງທີ່ຕີບອກເວລາ.
ກອງຟອນ
ນ. ກອງຟືນທີ່ເຮັດສຳລັບເຜົາຄົນຕາຍ.
ກອງຫນຸນ
ນ. ທະຫານທີ່ປົດອອກຈາກປະຈຳການ ຫລື ປົດອອກຈາກກອງເກີນ ເມື່ອອາຍຸຄົບກຳນົດ, ທະຫານທີ່ຈັດໄວ້ເພື່ອຕື່ມເຕີມ ຫລື ຜັດຜ່ຽນແນວຫນ້າ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑