LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 38 ໜ້າທີ 2 ຈາກທັງໝົດ 2 ໜ້າ
ກຳສິນ
ນ. ວິທີເຮັດກົນເອົາຢາ ທີ່ຖືກັນວ່າສັກສິດ ຄືເວລາຈະຕັດຕົ້ນຢາ ໃຫ້ແກ້ຜ້າອອກຫມົດ ແລ້ວຈິ່ງຕັດເອົາຢານັ້ນ.
ກຳສຸດ
ກ. ອີ່ດູ, ເຫລືອຕົນ, ຍິນໂສກຕາມ.
ກຳຫນັດ
ວ. ຄວາມຍິນດີໃນກາມ; ກ. ຍິນດີໃນກາມ.
ກຳຫນົດ
ນ. ບັງຄັບ, ກົດຫມາຍ; ກ. ຈື່ຈຳໄວ້, ຫມາຍໄວ້, ນິຍົມ, ຈຳເພາະ (ເບິ່ງ ກຳນົດ ນຳອີກ)
ກຳຮາບ
ກ. ຜາບ, ນາບໃຫ້ຢ້ານ, ແພ້.
ກຳເດືອນ
ນ. ການທີ່ຜູ່ຍິງອອກລູກແລ້ວ ຢູ່ຮັກສາຕົນດ້ວຍການຝີງໄຟ ແລະອາບນ້ຳຮ້ອນ.
ກຳເດົາ
ນ. ຄວາມຮ້ອນ, ຄວາມຮ້ອນໃນໃຈ, ຄວາມຄຶດຮອດເຫລືອທີ່ສຸດ, ຄວາມຮັກອັນຮ້ອນແຮງ (ຂ. ສະເດົາ)
ກຳເນີດ
ກ. ເກີດ; ນ. ຄວາມເກີດ, ຊື່ພະຍາດແນວນຶ່ງ ມັກເປັນແຕ່ເດັກນ້ອຍທີ່ເກີດໃຫມ່.
ກຳເຣີບ - ກຳເລີບ
ນ. ລຸກລາມໄປ, ຈອງຫອງຂຶ້ນ, ໄດ້ໃຈຂຶ້ນ.
ກຳເຫລົ້າ
ນ. ຫລອດໄມ້ສຳລັບດູດເຫລົ້າໄຫ.
ກຳແພງ
ນ. ຮົ້ວລ້ອມທີ່ກໍ່ດ້ວຍຫີນ ຫລື ດິນ.
ກຳແພງຂາວ
ນ. ຫວ້ານແນວນຶ່ງ ໃບຄືໃບຫມາກຜູ້ ຕົ້ນແລະໃບສີຂຽວ ມີລາຍ ຫົວຄືຫົວກະຊາຍ ກິ່ນຫອມ ຄົງແຂ້ວ ເຂົານໍງາ.
ກຳແພງຂາແຢ່ງ
ນ. ພຣະພຸທຮູບນ້ອຍ ປາງລີລາ ແບບເຮັດຈາກເມືອງກຳແພງເພັດ ໃນປະເທດໄທ.
ກຳແພງເຈັດຊັ້ນ
ນ. ຊື່ຕົ້ນໄມ້ແນວນຶ່ງ ແກ່ນເປັນຊັ້ນໆ ໃຊ້ເຮັດຢາ; ຫວ້ານແນວນຶ່ງ ຄື ຫວ້ານກຳແພງຂາວ ເມື່ອເກີດໃຫມ່ໄດ້ 1-2 ໃບ ຫລັງໃບແດງຊ້ຳຄືສີຄັ່ງ ເມື່ອປົ່ງຫລາຍໄປແລ້ວ ຂອບຫລັງຂອງໃບ ສີຂຽວ ກາງໃບ ສີແດງອ່ອນ. More…
ກຳແພງແກ້ວ
ນ. ກຳແພງຕ່ຳໆ ທີ່ເຮັດໃຫ້ງາມ.
ກຳແພ້ງ
ນ. ໄມ້ປ່ອງທີ່ທາງໃນເປັນພະຍາດສີດຳໆ ມີກິ່ນເຫມັນ (ຮຽກ ໄມ້ກຳແພ້ງ)
ກຳແຫງ
ວ. ກ້າຫານ, ແຂງ.
ກຳໄລ
ນ. ຜົນທີ່ໄດ້ຮັບຈາກທຶນ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑