LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 705 ໜ້າທີ 8 ຈາກທັງໝົດ 36 ໜ້າ
ກະທະລີ
(ເບິ່ງ ກຸທລີ)
ກະທັດ
ວ. ສົມສ່ວນ, ພໍດີ.
ກະທັນຫັນ
ວ. ທັນທີທັນໃດ.
ກະທັ່ງ
ບ. ເທົ້າເຖິງ, ຮອດ: “ລືກະທັ່ງເທົ້າ ດິນຟ້າຂ່າວຂາມ” (ສິນໄຊ)
ກະທາ
ນ. ນົກແນວນຶ່ງ ຕົວຂະຫນາດໄກ່ແຈ້ ຂົນລາຍ ຂັນສຽງຫອງ ຫາກິນແມງໄມ້ຕາມດິນ (ນົກທາ ກໍວ່າ)
ກະທາດ
ນ. ໄມ້ເຄືອແນວນຶ່ງ ເຄືອມີຫນາມ ຫົວແລະເຄືອ ຄ້າຍຄືກອຍ ມັກເກີດຕາມທາມ.
ກະທຳ
ກ. ເຮັດ, ຕົກແຕ່ງ, ຈັດແຈ່ງ, ສ້າງຂຶ້ນ (ທຳ ກໍວ່າ)
ກະທິ
ນ. ນ້ຳທີ່ຄັ້ນອອກຈາກນວນຫມາກພ້າວ, ນ້ຳມັນຫມາກພ້າວ, ຫມາກພ້າວແກ່ທີ່ມີນວນ ແລະ ນ້ຳແຂ້ນເຂົ້າເປັນມັນ.
ກະທິງ
1 ນ. ສັດສີ່ຕີນຈຳພວກຄ້ຽວເອື້ອງ ຕົວຄ້າຍຄື ງົວປ່າ ແຕ່ໃຫຍ່ກວ່າງົວປ່າ ຂົນແຄ່ງແລະຫນ້າຜາກສີເຫລືອງ. 2 ນ. ບັ້ງທິງ: “ຍັງກະທິງນ້ຳເຜີ້ງອັນຫວານ” (ເວດສັນຕຣະ)
ກະທື
ນ. ຜັກແນວນຶ່ງ ຈຳພວກຫວ້ານ ໃຊ້ຫົວ ແລະ ດອກເປັນອາຫານ (ອືທື ກໍວ່າ): “ສັບຫນໍ່ຂ່າ ຖືກຫມໍ່ອືທື ເຫລືອແຕ່ຄື ມັນຫາກບໍ່ແມ່ນ” (ຄຳກອນບູຮານ)
ກະທູ້
ນ. ຫົວຂໍ້ຄຳເວົ້າ, ຫລັກ, ເລື່ອງ.
ກະທົງ
ນ. ພາຊະນະເຮັດດ້ວຍກາບກ້ວຍ ຫລື ໃບຕອງສຳລັບໃສ່ຂອງຜອກຜີ, ກະທົງຫນ້າງົວ ນ. ກະທົງກາບກ້ວຍ ທີ່ເຮັດເປັນຮູບສາມລ່ຽມ.
ກະທົບ
ກ. ຊູນໂດຍແຮງ, ຕ້ອງ, ຖືກ. (ທ. ກຣະທົບ)
ກະທົບກະເທືອນ
ກ. ສະເທືອນດ ທຳໃຫ້ຮ້ອນເຖິງ. ກ. ທຳໃຫ້ຫວັ່ນໄຫວ.
ກະທົ່ມ
(ເບິ່ງ ທົ່ມ)
ກະທຽມ
ນ. ຜັກແນວນຶ່ງ ຫົວເປັນງີມ ຫລື ງ່ຽງ ເປັນຜັກທີ່ຄົນປູກ (ຜັກທຽມ ກໍວ່າ)
ກະທຽມດອງ
ນ. ຫົວຜັກທຽມ ທີ່ດອງໃສ່ເກືອ ມີລົດເຄັມ ແລະ ສົ້ມ.
ກະທຽວ
ນ. ຖົງສານເປັນຕາຫ່າງໆ ສຳລັບໃສ່ຂອງ (ເອີ້ນ ຖົງກະທຽວ)
ກະທ່ອມ
(ເບິ່ງ ທ່ອມ)
ກະທ່ອມເລືອດ
ນ. ໄມ້ເຄືອແນວນຶ່ງ ບ່ອນເຫງົ້າເປັນຫົວໃຫຍ່ ໃຊ້ເປັນຢາໄດ້.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑