LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 30 ໜ້າທີ 2 ຈາກທັງໝົດ 2 ໜ້າ
ກົນ
1 ນ. ເຄື່ອງຈັກ, ເຄື່ອງມືມີໄລສຳລັບລັ່ນ; ອຸບາຍ, ຊ່ອງທາງ, ການຫລິ້ນໃຫ້ຄົນງຶດ, ກົນໄກ (ປ. ກົລ). 2 ນ. ສຽງຫັນໃຈດັງ ໃນເວລານອນຫລັບ.
ກົນທົນ
(ເບິ່ງ ກຸນທົນ)
ກົວ
ກ. ຢ້ານ, ຫລາບ, ຍອມ.
ກົ່ງ
ກ. ທຳໃຫ້ເປັນໂຄງ, ທຳໃຫ້ສ່ວນກາງສູງຂຶ້ນ ແລະສອງສົ້ນຕ່ຳລົງ, ຂຶ້ນຫນ້າ ເພື່ອຈະຍິງ, ຂຶ້ນຣາຄາ, ບໍ່ຍອມຫລຸດຣາຄາລົງ.
ກົ່ນ
ກ. ຂຸດລົງ, ທຳໃຫ້ເປັນຂຸມ.
ກົ່ວ
ນ. ໂລຫະທາດຢ່າງນຶ່ງ ມີລັກສະນະອ່ອນ ສີຂາວຫມົ່ນ.
ກົ້ງ
ກ. ມືນຕາໄວ້ ໂດຍບໍ່ພັບ, ມືນຕາຂຶ້ນກວ້າງໆ.
ກົ້ນ
ນ. ອະວັຍວະ ບ່ອນສຸດຂອງລຳຄີງແຫ່ງຄົນແລະສັດ, ສ່ວນສຸດ (ກົ້ນກອກຢາ). ກົ້ນກົບ ນ. ບ່ອນກະດູກສັນຫລັງສຸດ. ກົ້ນໂລ່ງ ນ. ຊື່ຍຸງແນວນຶ່ງ ເວລາກິນອີ່ມແລ້ວເລືອດໄຫລອອກທາງກົ້ນ. ກົ້ນຫອຍ ນ. ລາຍເປັນເສັ້ນວຽນເຂົ້າ ຄື More…
ກົ້ວ
ກ. ປະສົມກັນຢູ່; ວ. ທົ່ວໄປຫມົດ (ຄວັນກົ້ວ), ກີດຂວາງ.
ກົ້ວເກົ້າ
ກ. ເມົາມົວ, ຫລົງໄຫລຢູ່ດ້ວຍຄວາມອອນຊອນ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑