LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 30 ໜ້າທີ 1 ຈາກທັງໝົດ 2 ໜ້າ
ກົກ
1 ນ. ລຳຂອງຕົ້ນໄມ້, ຕົ້ນເດີມ, ຫົວທີ, ຄັ້ງແຮກ; ກ. ຕຸ້ມໄວ້, ຫຸ້ມຫອມ (ຕຸ້ມປົກກົກຫອມ); 2 ນ. ຊື່ນົກແນວນຶ່ງ ສົບໃຫຍ່ ຂົນປີກສີດຳດ່າງ.
ກົງ
1 ນ. ເຂດແດນ, ດວງຊາຕາ, ຮູບວົງມົນທີ່ຂີດເປັນຊ່ອງຕາມຈັກກະຣາສີ ສຳລັບຂຽນ ວັນເດືອນປີເກີດ: “ດີທໍ່ເຈົ້າຫລ້າຊ້ອຍ ນ້ອງທ່ານທັງຫົກ ອັງຄານສຸກຮ່ວມໃນ ກົງແກ້ວ” (ສິນໄຊ) 2 ນ. ເຄື່ອງສຳລັບດີດຝ້າຍໃຫ້ຜົງ More…
ກົງຈັກ
ນ. ວົງຈັກ, ວົງຈັກທີ່ເປັນຮູບມົນໆ.
ກົງຊາຕາ
ນ. ດວງຊາຕາ (ເບິ່ງ ກົງ1)
ກົງດິນ
ນ. ແດນດິນ, ເຂດແດນເມືອງ ຫລື ປະເທດ.
ກົງຕາດິນ
ນ. ໃບທະບຽນຕາດິນ.
ກົງພັດ
ນ. ໃບພັດ, ຫມາກປິ່ນ.
ກົງສີ
ນ. ກົງກາງ, ສຳນັກງານກາງ, ຫຸ້ນສ່ວນ (ຈ.)
ກົງສຸນ
ກ. ເຈົ້າພະນັກງານທີ່ຣັຖບານຕັ້ງໄວ້ຕ່າງປະເທດ ເພື່ອເບິ່ງແຍງຜົນປະໂຫຍດຂອງຄົນຊາດຕົນ (ຝ.)
ກົງຫັນ
ນ. ຫມາກປິ່ນ: “ເຊື້ອກົງຫັນ ລົມມາຕ້ອງປິ່ນ” (ກອນລຳ)
ກົງເຕັກ
ນ. ກອງນ້ອຍໆສຳລັບຕີໃສ່ເຄື່ອງເສບຂອງພວກພິກຂຸຈີນ (ຈ.)
ກົງເມືອງ
ນ. ເຂດເມືອງ, ເຂດແດນປະເທດ.
ກົງແກ້ວ
ນ. ດວງຊາຕາທີ່ດີ (ເບິ່ງ ກົງ1)
ກົດ
1 ນ. ຊື່ປາແນວນຶ່ງ ບໍ່ມີເກັດ ຕົວກົມແຝກ ບໍ່ມີງ່ຽງ. 2 ນ. ນົກແນວນຶ່ງ ມີສອງປະເພດ: ນົກປູດຕົວໃຫຍ່ ຂົນສີເຫລືອງຊ້ຳ ສຽງຮ້ອງດັງປູດໆ; ກົດຮ່ອຍ ຕົວນ້ອຍ ຂົນລາຍ. 3 ກ. ຂຽນ, ກຳນົດ, ຫມາຍໄວ້, More…
ກົດກະຊວງ
ນ. ຂໍ້ບັງຄັບທີ່ຣັຖມົນຕີວ່າການກະຊວງຕັ້ງຂຶ້ນເພື່ອປະຕິບັດຣາຊການໃນກະຊວງນັ້ນ ຕາມພຣະຣາຊບັນຍັດ.
ກົດທັມມະດາ - ກົດທຳມະດາ
ນ. ສະພາບທີ່ເປັນມາຕາມທັມມະດາ.
ກົດມຸນທຽນບານ
ນ. ຣະບຽບກ່ຽວກັບການສືບເຊື້ອສາຍ ແລະການສເວີຍເມືອງຂອງພຣະເຈົ້າແຜ່ນດິນ.
ກົດຫມາຍ
ນ. ຂໍ້ຣະບຽບ ທີ່ໃຊ້ບັງຄັບຄົນໃນປະເທດ.
ກົດເກນ
ນ. ຂໍ້ບັງຄັບ, ຫລັກການ, ຣະບຽບ.
ກົດໄອຍະການເສິກ
ນ. ຣະບຽບທີ່ປະກາດໃຊ້ໃນເວລາເກີດເສິກ ຫລື ໃນເວລາປະເທດບໍ່ສະຫງົບ ໂດຍການງົດໃຊ້ກົດຫມາຍທັມມະດາ ໄວ້ຊົ່ວຄາວ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑