LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 705 ໜ້າທີ 30 ຈາກທັງໝົດ 36 ໜ້າ
ກຸນແຈ
(ເບິ່ງ ກະແຈ)
ກຸນໂທ
ນ. ນ້ຳເຕົ້າ (ເຕົ້ານ້ຳ), ຄັນໂທນ້ຳ (ປ.)
ກຸມຸທະ
ນ. ດອກບົວຂາວ, ເງິນ, ຈຳນວນນັບທໍ່ກັບ 10.000.000 ກຳລັງ 15 ຫລື ເລກ 1 ມີສູນຕາມຫລັງ 105 ຕົວ (ປ.)
ກຸມຸທະວັນ
ນ. ປ່າດອກບົວ (ປ.)
ກຸຣຸ - ກຸລຸ
ນ. ຊື່ປະຊາຊົນຊາວອິນເດຍພວກນຶ່ງ (ປ.)
ກຸລະ
ນ. ສະກຸນ (ປ.)
ກຸລາ
ນ. ຄົນຊາວພະມ້າ, ມ່ານ (ຄຳນີ້ ແຕ່ກ່ອນເຮົາໃຊ້ຮຽກຄົນຕ່າງຊາດ ດັ່ງຮຽກແຂກດຳວ່າ ກຸລາດຳ ພາຍລຸນມາ ເລີຍຮຽກວ່າ ກະລາດຳ)
ກຸລີ
1 ນ. ຄົນເຮັດການຈ້າງ, ລູກຈ້າງ (ຝ.) 2 ນ. ຄຳລັກສະນະນາມບອກປະມານ ຄືຜ້າຫໍ່ນຶ່ງໂຮມກັນ 20 ຜືນ ຮຽກວ່າ ກຸລີນຶ່ງ.
ກຸສຣາດ - ກຸດສະຫຣາດ
ນ. ນາມພຣະກະສັດເມືອງເປັງຈານ ພຣະຣາຊບິດາຂອງທ້າວສິນໄຊ ໃນເລື່ອງ ສິນໄຊ (ປ. ກຸສຣາຊ)
ກຸສະລະ
ນ. ກຸສົນ, ບຸນ, ຄວາມສະຫລາດ (ປ.)
ກຸສະໂລບາຍ
ນ. ອຸບາຍອັນສະຫລາດ (ປ.)
ກຸສິນາຣາ - ກຸສິນາລາ
ນ. ຊື່ເມືອງນຶ່ງໃນປະເທດອິນເດຍ ເປັນເມືອງທີ່ພະພຸດທະເຈົ້ານິພານ ແຕ່ລາວອອກສຽງເປັນ ກຸສິນນາຣາຍ (ປ.)
ກຸສິນາຣາຍ
(ເບິ່ງ ກຸສິນາຣາ)
ກຸສຸມ
ນ. ດອກໄມ້, ດອກຫອນໄກ່ (ປ.) ກຸສຸມາກອນ ນ. ກອງດອກໄມ້ (ສ. ກຸສຸມາກຣ)
ກຸສຸມາ
(ເບິ່ງ ກຸສຸມ)
ກຸສົນ
ນ. ສິ່ງທີ່ດີ, ບຸນ. ວ. ຖືກຕ້ອງ, ສະອາດ, ງາມ (ປ. ກຸສລ)
ກຸສົລກັມ - ກຸສົນລະກຳ
ນ. ກັມອັນດີ, ການເຮັດຄວາມດີ.
ກຸສົລກັມມະບົດ - ກຸສົນລະກຳມະບົດ
ນ. ທາງທີ່ເຮັດດີ, ທາງທີ່ເປັນບຸນ ໄດ້ແກ່ທັມຫມວດນຶ່ງ ມີ 10 ຢ່າງ ຄື: ກາຍສຸຈະຣິດ 3, ວະຈີສຸຈຣິດ 4 ແລະ ມະໂນສຸຈຣິດ 3.
ກຸຫລາບ
ນ. ໄມ້ມີດອກຈຳພວກນຶ່ງ ງ່າ ແລະລຳມີຫນາມ ຂອບໃບເປັນຈັກໆ ດອກຫອມອ່ອນ.
ກຸເລົາ
ນ. ປາທະເລແນວນຶ່ງ ຕົວຂະຫນາດປາແກງ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑