LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 705 ໜ້າທີ 33 ຈາກທັງໝົດ 36 ໜ້າ
ກົ່ງ
ກ. ທຳໃຫ້ເປັນໂຄງ, ທຳໃຫ້ສ່ວນກາງສູງຂຶ້ນ ແລະສອງສົ້ນຕ່ຳລົງ, ຂຶ້ນຫນ້າ ເພື່ອຈະຍິງ, ຂຶ້ນຣາຄາ, ບໍ່ຍອມຫລຸດຣາຄາລົງ.
ກົ່ນ
ກ. ຂຸດລົງ, ທຳໃຫ້ເປັນຂຸມ.
ກົ່ວ
ນ. ໂລຫະທາດຢ່າງນຶ່ງ ມີລັກສະນະອ່ອນ ສີຂາວຫມົ່ນ.
ກົ້ງ
ກ. ມືນຕາໄວ້ ໂດຍບໍ່ພັບ, ມືນຕາຂຶ້ນກວ້າງໆ.
ກົ້ນ
ນ. ອະວັຍວະ ບ່ອນສຸດຂອງລຳຄີງແຫ່ງຄົນແລະສັດ, ສ່ວນສຸດ (ກົ້ນກອກຢາ). ກົ້ນກົບ ນ. ບ່ອນກະດູກສັນຫລັງສຸດ. ກົ້ນໂລ່ງ ນ. ຊື່ຍຸງແນວນຶ່ງ ເວລາກິນອີ່ມແລ້ວເລືອດໄຫລອອກທາງກົ້ນ. ກົ້ນຫອຍ ນ. ລາຍເປັນເສັ້ນວຽນເຂົ້າ ຄື More…
ກົ້ວ
ກ. ປະສົມກັນຢູ່; ວ. ທົ່ວໄປຫມົດ (ຄວັນກົ້ວ), ກີດຂວາງ.
ກົ້ວເກົ້າ
ກ. ເມົາມົວ, ຫລົງໄຫລຢູ່ດ້ວຍຄວາມອອນຊອນ.
ກຽງ
1 ນ. ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ມີຜົນ ຜົນທໍ່ຫນ່ວຍໄຂ່ໄກ່ ສຸກແລ້ວສີແດງຊ້ຳ ມີຣົດຫວານສົ້ມ. 2 ນ. ຫຍ້າ: “ແມ່ນວ່າ ສັພສິ່ງຊ້າງ ມ້າມິ່ງໃນນະຄອນ ກໍບໍ່ ກິນກຽງກັດ ຢູ່ຊົງຊະລອນງໍ້” (ສິນໄຊ). 3 ນ. More…
ກຽງຄຳ
ນ. ຊື່ນາງກິນນະຣີ ຜູ່ເປັນມະເຫສີ ຂອງທ້າວສິນໄຊ (ໃນນິທານ ສິນໄຊ)
ກຽງປືນ
ນ. ກຽງຫນ້າ, ເຄື່ອງພາໃຫ້ລູກຫນ້າໄປທ່ຽງ, ຊື່ຕົ້ນໄມ້ແນວນຶ່ງ ເປັນໄມ້ພຸ່ມໃບຄືຮູບກຽງຫນ້າ.
ກຽງລົມ
ນ. ພືດແນວນຶ່ງ ເປັນຈຳພວກຫຍ້າ ຕົ້ນຄື ຕົ້ນຫວ້ານ ຕິດຢູ່ກັບຕົ້ນໄມ້ໃຫຍ່ ດອກສີຂາວກິ່ນຫອມ: “ກຽງລົມລຽນ ຍາບຍອຍປະດັບດ້າວ” (ສິນໄຊ)
ກຽດ
1 ກ. ຊັງ, ເບື່ອຫນ່າຍ, ແຄະ, ບໍ່ຄຸ້ມ (ນົກກຽດແຮ້ວ). 2 ນ. ຊື່ສຽງດີ, ຄວາມສໍຣະເສີນ (ປ. ກິຕຕິ)
ກຽດຕິຍົດ
ນ. ຊື່ສຽງດັງ, ມີຄວາມລືຊາຜາກົດ (ປ. ກິຕຕິຍສ)
ກຽນ
1 ນ. ຍານພາຫະນະຢ່າງນຶ່ງ ໃຊ້ງົວ ຫລື ຄວາຍແກ່ (ບູຮານວ່າ ກວຽນ)
ກຽນຕິຍົດ
ນ. ຊື່ສຽງ, ຄວາມລືຊາຜາກົດ: “ປາກຽນນັນ ນອກຊຽງເຊັງອ້າງ” (ສິນໄຊ) (ສ. ກິຣຕິ) ນ. ຊື່ສຽງແລະຍົດ (ສ. ກິຣຕິຍສ - ກຽຣຕິຍສ)
ກ່ວຍ
ກ. ຊວ້ານອອກທາງຂ້າງ, ປ່າຍໄປທາງຂ້າງ.
ກ່ວຍລໍ່
ກ. ຂຸດຮ່ອງໃຫ້ນ້ຳໄຫລ, ເຮັດຮ່ອງນ້ຳຕື້ນໆໃຕ້ຊາຍຄາ.
ກ່ອງ
1 ນ. ເຄື່ອງຫາປາຢ່າງນຶ່ງ ສານດ້ວຍປ່ານ ຫລື ຝ້າຍໃສ່ຄັນຂ້າງດຽວ ສຳລັບຕຶກເອົາປາ. 2 ນ. ພາຊະນະສຳບັລໃສ່ເຂົ້າຫນຶ້ງແລ້ວ (ເອີ້ນ ກ່ອງເຂົ້າ). 3 ນ. ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ມີຜົນ ຫນ່ວຍນ້ອຍມົນ ຄືຫມາກໄຟ. More…
ກ່ອງປາ
ກ. ເອົາຜ້າບາງໆໂຕ່ງໄວ້ບ່ອນນ້ຳໄຫລ ສຳລັບໂຕ່ງເອົາປາຕົວນ້ອຍໆ ທີ່ໄຫລລົງມາຕາມນ້ຳ. ກ້ອງ 1 ນ. ເຄື່ອງທີ່ມີຮູ້ສຳລັບສ່ອງເບິ່ງເງົາ ຫລືເຫັນໄກ, ກວດແກ້ວ. 2 ນ. ທາງລຸ່ມ, ໃຕ້. 3 ວ. ດັງໄປໄກ (ສຽງກ້ອງ)
ກ່ອນ
ວ. ທາງຫນ້າ, ເກົ່າ, ເຫິງ, ດັ້ງເດີມ, ຕັ້ງແຮກ, ບຶດນຶ່ງ (ຟ້າວກ່ອນ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑