LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 705 ໜ້າທີ 35 ຈາກທັງໝົດ 36 ໜ້າ
ກ້ອງແຂນ
ນ. ເຄື່ອງເອ້ແຂນ ຢ່າງດຽວກັນກັບກ້ອງຂາ (ປອກແຂນ ກໍວ່າ)
ກ້ອຍ
1 ນ. ອາຫານຢ່າງນຶ່ງ ທຳດ້ວຍຊີ້ນດິບ ຄັ້ນຫມາກສົ້ມ. 2 ນ. ຊື່ນິ້ວມື ແລະນິ້ວຕີນ ທີ່ນ້ອຍ. 3 ວ. ອາການຂອງຜູ່ນ້ອຍ ຫລື ສັດຕົວນ້ອຍ ທີ່ຄ່ອຍລຸກໄປຊ້າໆ. ເກີຍ ນ. ເຊັຍຕ່ຳ, ຊານເຮືອນທາງດ້ານຫນ້າທີ່ມີຫລັງຄາ, More…
ກ້ອດ
ອຸ. ສຽງດັງຢ່າງນຶ່ງ.
ກ້ອນ
ນ. ຂອງທີ່ໂຮມເຂົ້າກັນເປັນຕ່ອນດຽວ, ຫີນທີ່ຕັ້ງພົ້ນຢູ່ກາງນ້ຳ (ເບັດໃສ່ແກ້ງ ແຍງໃສ່ກ້ອນ)
ກ້າ
1 ນ. ຕົ້ນເຂົ້າທີ່ຫວ່ານໄວ້ຖີ່ໆ ສຳລັບຫລົກໄປດຳ, ຫີນ (ພູເຂົາກ້າ). 2 ກ. ເອົາເມັດພືດຜັກຕ່າງໆ ຫວ່ານໄວ້ເພື່ອຫລົກໄປປູກໃຫມ່. 3 ວ. ແຂງ, ບໍ່ຢ້ານ, ກ້າຫານ ວ. ບໍ່ຢ້ານ.
ກ້າກ
ອຸ. ສຽງຮ້ອງດັງໆດ້ວຍຄວາມຕົກໃຈ ຫລື ຮ້າຍ.
ກ້າງ
ນ. ດູດນ້ອຍຂອງປາທີ່ຝັງຢູ່ນຳຊີ້ນ.
ກ້າງປາ
ນ. ຊື່ຕົ້ນໄມ້ແນວນຶ່ງ ໃບນ້ອຍມົນ ຕາມຕົ້ນມີຫນາມ.
ກ້າຍ
ນ. ກ້ວຍແນວຫນ່ວຍໃຫຍ່ໆ.
ກ້ານ
1 ຂວັ້ນໃບໄມ້ທີ່ຍາວໆ, ແກ່ນກາງຂອງໃບໄມ້. 2 ກ. ໄຕ້ໄຟຊອກຫາສັດປ່າ ໃນເວລາກາງຄືນ.
ກ້ານກຸ່ງ
ວ. ຮຸ່ງເຮືອງ, ສຸກສະບາຍ.
ກ້ານຕອງ
ນ. ໃບຕອງກ້ວຍ.
ກ້ານພ້າວ
ນ. ຂວັ້ນຂອງໃບພ້າວ.
ກ້ານສວຍ
ນ. ເຄື່ອງໃສ່ຫລອດ ສຳລັບຕ່ຳຫູກ ຮູບຄືເຮືອ.
ກ້ານເພີງ
(ເບິ່ງ ກ້ານ 2)
ກ້ານເຫລືອງ
ນ. ຕົ້ນໄມ້ແນວນຶ່ງ ແກ່ນໃນສີເຫລືອງ ໃບມົນ.
ກ້ຳ
ນ. ເບື້ອງ, ຝ່າຍ, ທາງ.
ກ້ຽງ
1 ນ. ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ມີຜົນ ຫນ່ວຍມົນ ນວນເປັນງີມ ແລະມີບົວນ້ອຍໆ. 2 ວ. ມື່ນ, ບໍ່ຊາ, ຫມົດ, ບໍ່ເຫລືອ, ແປນ, ສະອາດ.
ກ໊ອກ
ນ. ທໍ່ນ້ຳທີ່ມີເຄື່ອງອັດ ແລະໄຂເອົານ້ຳ.
ກໍ
1 (ອອກສຽງວ່າ ກໍ້) ສັ. ໃຊ້ແທນ ເກ້າະ ເປັນຄຳຕໍ່ ດັ່ງ ກໍດີ ກໍຕາມ ໆລໆ. 2 ນ. ເຫງົ້າ, ຈຸ້ມ, ກົກ, ເຊື້ອແນວ, ຕົ້ນໄມ້ ທີ່ເກີດເປັນຈຸ້ມ ດັ່ງ ກໍໄຜ່.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑