LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ທວ ທອ ທັ ທາ ທຳ ທິ ທີ ທຶ ທື ທຸ ທູ ທົ ທ່ ທ້ ທໍ
ຜົນການຊອກຫາ: 138 ໜ້າທີ 5 ຈາກທັງໝົດ 7 ໜ້າ
ທຸງ
ນ. ແຜ່ນຜ້າສີຕ່າງໆ ສຳລັບ 1/ ເປັນເຄື່ອງຫມາຍບອກຊາດ, ບອກຫມວດຫມູ່ ດັ່ງທຸງຊາດ. ທຸງແມ່ທັບ, ທຸງລູກເສືອ ເປັນຕົ້ນ. 2.ເປັນເຄື່ອງອານັດສັນຍາ ຕາມແບບສາກົນນິຍົມດັ່ງ ທຸງກາຊາດບອກ ບ່ອນຕັ້ງກອງພະຍາບານ, ທຸງຂາວ More…
ທຸຈຣິດ - ທຸດຈະຫລິດ
ວ. ປະພຶດຊົ່ວ, ບໍ່ສັດຊື່ (ປ. ທຸຈຈຣິຕ)
ທຸຊົນ
ນ. ຄົນຊົ່ວ.
ທຸຍ
ວ. ພີ, ຕ່ຳ, ພີ ແລະ ຕ່ຳ.
ທຸດົງ
ນ. ອົງຄະຄຸນ ເຄື່ອງກຳຈັດຄວາມຊົ່ວ. ຊື່ຂໍ້ວັດປະຕິບັດຂອງພິກຂຸ ມີ 13 ຢ່າງຄື ການສັນເຂົ້າເທື່ອດຽວ, ການຢູ່ປ່າຊ້າ ເປັນຕົ້ນ (ປ. ທຸຕັງຄ)
ທຸດົງຄະວັດ
ນ. ກິດອັນພິກຂຸຄວນປະຕິບັດ ຄື ທຸດົງ (ປ.)
ທຸຕິຍະ
ນ. ທີສອງ (ປ.)
ທຸປັນຍາ
ນ. ປັນຍາຊົ່ວ
ທຸພົລພາບ - ທຸພົນລະພາບ
ວ. ມີກຳລັງອ່ອນ, ບໍ່ມີເຫື່ອແຮງ ທີ່ຈະເຮັດການ (ປ.)
ທຸມະເກດ
ນ. ໄຟ, ດາວຫາງ, ດາວສະເກັດ, ຫມອກເປັນຄວັນຂື້ນໃນອາກາດຜິດທຳມະດາ ມີຮູບຄືທຸງເປັນຕົ້ນ (ປ. ທຸມເກຕ)
ທຸຣະ - ທຸລະ
1. ນ. ວຽກ, ການງານ, ກິດຈະການໃນ ພຣະພຸທສາສນາ ມີສອງຢ່າງ ຄື ຄັນຖະທຸຣະ: ການຮ່ຳຮຽນນຶ່ງ, ວິປັສນາທຸຣະ: ການປະຕິບັດທາງໃຈໃຫ້ຮູ້ແຈ້ງນຶ່ງ (ປ.) ທຸຣະ ການ ນ. ວຽກຝ່າຍປະຕິບັດ ເປັນຄູ່ກັບວິຊາການ ວຽກຝ່າຍຄວາມຮູ້ More…
ທຸຣະຄົມ
ນ. ການໄປຍາກ (ປ. ທຸຣຄັມມ)
ທຸຣາຈານ
ນ. ຄວາມປະພຶດຊົ່ວ (ປ. ທຸຣາຈາຣ)
ທຸຣຽນ
1. ຊື່ຫມາກໄມ້ແນວນຶ່ງ ມີໜາມຄື ໝາກມີ້ ແລະ ມີບົວຄືກັນ ແຕ່ມີໜ້ອຍ (ໃນໜັງສື ສິນໄຊວ່າ ທຸລັງລຽນລໍ ຫມາກຂນຸນໜັງແປ້ນ)
ທຸລີ
ນ. ຝຸ່ນ, ໄງ່ (ປ.)
ທຸວະ
ວ. ສັ້ນ, ທ່ຽງ (ປ.). ທຸວະດາຣາ ນ. ດາວເໜືອ ຄື ດາວຊ້າງ (ປ.) ທຸວະພາກ ນ.ເສັ້ນແວງອັນບໍ່ຜ່ຽນທີ່ແຫ່ງດາວເຊິ່ງປະຈຳທີ່ຢູ່; ທຸວະມົນທົນ ນ. ລຽບຂວັ້ນຂອງໂລກ, ອ້ອມຂວັ້ນໂລກ; ທຸວະຍັສດີ ນ. ເວລາ ຫລື More…
ທຸສິນ
ວ. ມີສິນຊົ່ວ, ທຳຜິດວິນັຍ, ປະພຶດຊົ່ວ (ປ. ທຸສສິລ)
ທຸ່ຍ
ວ. ກິ່ນເຫມັນຢ່າງນຶ່ງ.
ທຸ້ງ
ກ. ທັ່ງເຂົ້າໄປຢ່າງແຮງ.
ທຸ້ຍ
ວ. ອາການປາຕຳແຫ ຫລື ມອງແລ້ວສະເທືອນເຖິງມື.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑