LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 355 ໜ້າທີ 7 ຈາກທັງໝົດ 18 ໜ້າ
ກະທິງ
1 ນ. ສັດສີ່ຕີນຈຳພວກຄ້ຽວເອື້ອງ ຕົວຄ້າຍຄື ງົວປ່າ ແຕ່ໃຫຍ່ກວ່າງົວປ່າ ຂົນແຄ່ງແລະຫນ້າຜາກສີເຫລືອງ. 2 ນ. ບັ້ງທິງ: “ຍັງກະທິງນ້ຳເຜີ້ງອັນຫວານ” (ເວດສັນຕຣະ)
ກະທື
ນ. ຜັກແນວນຶ່ງ ຈຳພວກຫວ້ານ ໃຊ້ຫົວ ແລະ ດອກເປັນອາຫານ (ອືທື ກໍວ່າ): “ສັບຫນໍ່ຂ່າ ຖືກຫມໍ່ອືທື ເຫລືອແຕ່ຄື ມັນຫາກບໍ່ແມ່ນ” (ຄຳກອນບູຮານ)
ກະທູ້
ນ. ຫົວຂໍ້ຄຳເວົ້າ, ຫລັກ, ເລື່ອງ.
ກະທົງ
ນ. ພາຊະນະເຮັດດ້ວຍກາບກ້ວຍ ຫລື ໃບຕອງສຳລັບໃສ່ຂອງຜອກຜີ, ກະທົງຫນ້າງົວ ນ. ກະທົງກາບກ້ວຍ ທີ່ເຮັດເປັນຮູບສາມລ່ຽມ.
ກະທົບ
ກ. ຊູນໂດຍແຮງ, ຕ້ອງ, ຖືກ. (ທ. ກຣະທົບ)
ກະທົບກະເທືອນ
ກ. ສະເທືອນດ ທຳໃຫ້ຮ້ອນເຖິງ. ກ. ທຳໃຫ້ຫວັ່ນໄຫວ.
ກະທົ່ມ
(ເບິ່ງ ທົ່ມ)
ກະທຽມ
ນ. ຜັກແນວນຶ່ງ ຫົວເປັນງີມ ຫລື ງ່ຽງ ເປັນຜັກທີ່ຄົນປູກ (ຜັກທຽມ ກໍວ່າ)
ກະທຽມດອງ
ນ. ຫົວຜັກທຽມ ທີ່ດອງໃສ່ເກືອ ມີລົດເຄັມ ແລະ ສົ້ມ.
ກະທຽວ
ນ. ຖົງສານເປັນຕາຫ່າງໆ ສຳລັບໃສ່ຂອງ (ເອີ້ນ ຖົງກະທຽວ)
ກະທ່ອມ
(ເບິ່ງ ທ່ອມ)
ກະທ່ອມເລືອດ
ນ. ໄມ້ເຄືອແນວນຶ່ງ ບ່ອນເຫງົ້າເປັນຫົວໃຫຍ່ ໃຊ້ເປັນຢາໄດ້.
ກະທ້າງ
ນ. ສັດສີ່ຕີນແນວນຶ່ງ ຈຳພວກໄຕ່ໄມ້ ຕົວຄືກະປອມ ແຕ່ຕົວໃຫຍ່ກວ່າແລະມີຄໍສີແຫລ້.
ກະທໍ
ນ. ເຄື່ອງສານດ້ວຍຕອກ ຫລື ລວດ ຮູບກົມສູງ ສຳລັບໃສ່ຂອງ (ທໍ ກໍວ່າ)
ກະນວນ
(ເບິ່ງ ສະນວນ)
ກະນານ
ນ. ກະໂປະ, ປໍ້ຫມາກໄມ້ ທີ່ມີນວນຢູ່ທາງໃນ, ກະໂປະຫມາກພ້າວ (ທະນານ ກໍວ່າ)
ກະນິດຖາ
ນ. ນ້ອງ, ນິ້ວກ້ອຍ (ປ. ກນິຕຖາ; ກະນິດຖະພາຄິນີ ນ. ນ້ອງສາວ; ກະນິດຖະພາຕາ ນ. ນ້ອງຊາຍ (ປ.)
ກະນູນ
ນ. ແມງຈຳນວນນຶ່ງ ຢູ່ໃນດິນ ມີປີກບິນໄດ້ ກິນໃບໄມ້ອ່ອນ (ຈີ່ນູນ ກໍວ່າ)
ກະນ່ອງ
ນ. ອະໄວຍະວະ ຂອງຄົນແລະສັດ ບ່ອນຂາກັບຕີນຕໍ່ກັນ ທາງດ້ານຫລັງ.
ກະນ່ອງມ້າ
ນ. ຜັກແນວນຶ່ງ ເກີດຢູ່ຕາມຫນອງ ໃບຄືເລັບມ້າ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑