LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 355 ໜ້າທີ 10 ຈາກທັງໝົດ 18 ໜ້າ
ກະມະເລດ
ນ. ດອກບົວຫລວງ (ປ. ກມເລສ)
ກະມັງ
ວ. ເປັນຄຳບອກຄວາມບໍ່ຄັກໃຈ: “ບໍ່ໄດ້ດອກ ກະມັງ”
ກະມັນ
ນ. ປາແນວນຶ່ງ ມີເກັດ ຕົວຄືປາຂາວ ແຕ່ໃຫຍ່ ແລະ ຢູ່ນ້ຳເລິກ.
ກະມັບກະແມບ
ວ. ຫລົບໆລີ້. (ມັບແມບ ກໍວ່າ)
ກະມົນ
ນ. ດອກບົວ (ປ. ກມລ)
ກະມົລນັຍ - ກະມົນລະໄນ
(ເບິ່ງ ກະມົລເນດ)
ກະມົລວັນ - ກະມົນລະວັນ
ນ. ປ່າບົວ (ປ. ກມລວນ)
ກະມົລເນດ - ກະມົນລະເນດ
ວ. ມີຕາງາມຄືດອກບົວ (ປ. ກມລເນຕຕ)
ກະຢ່ອງ
ນ. ພາຊະນະສານດ້ວຍຕອກແຂງ ຮູບມົນ ປາກແລະຕີນທໍ່ກັນ ສຳລັບໃສ່ດອກໄມ້ ຫລື ຖ້ວຍຊາມ ຮຽກວ່າ ພາກະຢ່ອງ ຖ້າແນວນ້ອຍ ແອວກິ່ວ ຮຽກ ຂັນກະຢ່ອງ.
ກະຣະນີ - ກະລະນີ
ນ. ວຽກອັນຄວນທຳ, ເຫດ, ເລື່ອງ, ໃຊ້ເປັນ ກໍຣະນີ ກໍໄດ້ (ປ. ກຣນີຍ)
ກະຣະບູນ - ກະລະບູນ
ນ. ລາວເອີ້ນ ກາຣະບູນ (ສ. ກຣປຸຣ) (ເບິ່ງ ກາຣະບູນ)
ກະຣັຊກາຍ - ກະລັດຊະກາຍ
ນ. ຮ່າງກາຍ (ປ. ກຣຊຊກາຍ)
ກະຣິຍາ - ກະລິຍາ
(ເບິ່ງ ກິຣິຍາ) (ສ. ກຣິຍາ) (ປ. ກິຣິຍາ)
ກະຣິນ - ກະລິນ
ນ. ຊ້າງ (ປ. ກຣິນ)
ກະຣິນີ - ກະລິນີ
ນ. ຊ້າງແມ່ (ປ. ກຣິນີ)
ກະຣີວອນ - ກະລີວອນ
ນ. ຊ້າງຕົວປະເສີດ (ປ. ກລີວຣ)
ກະຣຸນາ - ກະລຸນາ
ນ. ຄວາມອີ່ດູ, ຄວາມປະສົງ ຢາກໃຫ້ຜູ່ອື່ນພົ້ນທຸກ (ປ. ກຣຸນາ)
ກະຣົກ - ກາລົກ
ນ. ຜູ່ທຳ, ຜູ່ເຮັດ, ຊື່ຄຳໃນໄວຍາກອນສ່ວນນຶ່ງ ເຊິ່ງກ່າວດ້ວຍຄຳເວົ້າທີ່ເຂົ້າກັບ ກິຣິຍາ ມີ 6 ຢ່າງຄື: ກັດຕຸກາຣົກ: ຜູ່ທຳເອງ, ກັມມະກາຣົກ: ຜູ່ຖືກທຳ, ກາຣະນະກາຣົກ: ເຄື່ອງທຳ, ສັມປະທານະກາຣົກ: ຜູ່ຮັບທຳ, More…
ກະລວດກະລາດ
ວ. ບໍ່ກ້ຽງບໍ່ມື່ນ, ພໍແຕ່ແລ້ວມື, ບໍ່ແຈ້ງບໍ່ຂາວ (ເວົ້າ ກະລວດກະລາດ)
ກະລອມ
ນ. ເຄື່ອງໃຊ້ສານດ້ວຍຕອກ ເປັນຕາຫ່າງໆ ສຳລັບໃສ່ຂອງ ຮູບຄື ກະທໍ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑