LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 355 ໜ້າທີ 12 ຈາກທັງໝົດ 18 ໜ້າ
ກະສວຍ
(ເບິ່ງ ກ້ານສວຍ)
ກະສວນ
ນ. ສ່ວນ.
ກະສອບ
(ເບິ່ງ ສອບ)
ກະສັງ
ນ. ຊື່ຕົ້ນໄມ້ແນວນຶ່ງ ຄ້າຍຄືຕົ້ນຕູມ ໃບນ້ອຍ ມົນ ມີກິ່ນຂິວ ຫມາກສຸກແລ້ວກິນໄດ້ (ຫມາກຂວິດ ກໍວ່າ) ຊື່ຜັກ ແນວນຶ່ງ ໃບມົນ ກິ່ນຂິວ.
ກະສັຍ - ກະໄສ - ກະສັຍການ - ກະໄສຍະການ
ນ. ການຫມົດສ້ຽງ, ການສູນໄປ, ຊື່ພະຍາດຝີໃນທ້ອງ ຫລື ປອດແຫ້ງ (ສ. ກສຍ) ນ. ເວລາສ້ຽງໂລກ, ເວລາສຸດ ແຫ່ງສິ່ງທັງປວງ (ສ. ກສັຍກາລ)
ກະສັຍໂຣກ - ກະໄສຍະໂລກ
ນ. ຝີໃນທ້ອງ (ສ. ກະສັຍໂຣຄ)
ກະສັດ - ກະສັດຕາ
ນ. ພຣະເຈົ້າແຜ່ນດິນ (ປ.ຂັດຕິຍະ, ສ. ກສັຕຣິຍະ ຫມາຍຄວາມວ່າ ຜູ່ປົກຄອງເຂດ) ນ. ເຈົ້າແຜ່ນດິນ, ກະສັດຕາທິຣາດ ນ. ພຣະເຈົ້າແຜ່ນດິນຜູ່ຍິ່ງໃຫຍ່, ກະສັດຕາໄທ້ ນ. ພຣະເຈົ້າແຜ່ນດິນຜູ່ປະເສີດ.
ກະສັດຕີ
ນ. ນາງກະສັດ (ສ. ກະສັຕຣີ)
ກະສັນ
ກ. ຄະນິງ, ຄຶດ, ຄຶດຢາກໄດ້, ມັກໃນທາງກາມາລົມ.
ກະສາ
ນ. ນົກແນວຫນຶ່ງ ຈຳພວກກິນປາ ຕົວໃຫຍ່ ຄໍຍາວ ຂົນສີຫມົ່ນ (ນົກຄໍກ້າກ ກໍວ່າ).
ກະສາຍ
1 ນ. ການຕິດຕໍ່, ການເປັນສື່, ຢາຕົ້ມ, ຢາປະສົມນ້ຳກິນ, ລົດຝາດ. 2 ວ. ຫອມ, ແດງອ່ອນ, ເຫລືອງເຂັ້ມ (ສ. ກສາຍ)
ກະສາບ
ນ. ນ້ຳຫນັກເງິນຕາທໍ່ກັບ 4 ບາດ (ສ. ກສາປນ): “ຮ້ອຍກະສາບໄດ້ ຍໍໃຫ້ແກ່ພາມ” (ເວດສັນຕຣະ)
ກະສິກອນ
ນ. ຜູ່ທຳການປູກຫວ່ານ ແລະ ລ້ຽງສັດ (ປ. ກສິກຣ)
ກະສິກັມ - ກະສິກຳ
ນ. ການເຮັດໄຮ່ໄຖນາ, ການປູກຫວ່ານແລະລ້ຽງສັດ.
ກະສິການ
(ເບິ່ງ ກະສິກັມ) (ປ. ກສິກາຣ, ກສິກິຈຈ)
ກະສິກິດ
(ເບິ່ງກະສິກັມ)
ກະສິງ
ນ. ນາງຟ້ອນ, ນາງລະຄອນ, ການຟ້ອນລຳ. (ນາງກະສິງປະດັບ ແກວ່ງແຟນເຟືອຍຟ້ອນ) (ສິນໄຊ)
ກະສິນ
ນ. ຊື່ກຳມະຖານຫມວດນຶ່ງ ທີ່ທຳການແອບເຝິກດ້ວຍການເລັງແລ ເພື່ອທຳຈິດໃຈໃຫ້ຕັ້ງຫມັ້ນ ມີ 10 ປະການ ມີ ອາໂປກະສິນ ການເລັງແລເບິ່ງນ້ຳ ເປັນຕົ້ນ (ປ. ກສິນ)
ກະສິຣະ - ກະສິລະ
ນ. ນ້ຳນົມ (ປ.)
ກະສິຣະທາຣາ - ກະສິລະທາລາ
ນ. ສາຍນ້ຳນົມ, ອາການໄຫລອອກແຫ່ງນ້ຳນົມ (ປ.)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑