LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 355 ໜ້າທີ 14 ຈາກທັງໝົດ 18 ໜ້າ
ກະເກນ
ກ. ບັງຄັບ (ເບິ່ງ ເກນ ອີກ)
ກະເຈາະກະຈອກ
ວ. ອາການສະແດງຄວາມຍິນດີ ໃນເວລາເວົ້າ ຫລື ທຳ ດັ່ງຄຳກອນ: "ຍາມເມື່ອ ຊົລທານ້ຳ ໄຫລນອງຖ້ວມທົ່ງ ມົດບໍ່ມີບ່ອນຊົ້ນ ປາກັ້ງອະເຫີ່ຍຫົວ ຍາມເມື່ອ ຊົລທາແຫ້ງ More…
ກະເຈິກະເຈີກ - ກະເຈັຍກະຈຽກ - ກະຈົວະກະຈວກ
(ເບິ່ງ ກະເຈາະກະຈອກ)
ກະເຊີ
ນ. ເຄື່ອງສານດ້ວຍໄມ້ໄຜ່ ຮູບຄືກະບຸງ ແຕ່ປາກກວ້່າງ ກົ້ນຮອມ.
ກະເຊົາ
ນ. ກະຊ້າ: “ສາຍກະເຊົາຫ້ອຍບ່າໄວ້ ກໍມາຊູດລູດຕົກເສຍ” (ເວດສັນຕຣະຊາດົກ)
ກະເຊົ້າ
(ເບິ່ງກະເຊົາ)
ກະເຍີມ
ວ. ຕາມແຕ່ຈະເປັນ.
ກະເດບໆ
ວ. ອາການດຶບໄປ ຫລື ໂອບຂຶ້ນ ດັ່ງຄົນໂອບຂຶ້ນຕົ້ນໄມ້ ເປັນຕົ້ນ.
ກະເດັນ
(ເບິ່ງ ສະເດັນ)
ກະເດີດ
ນ. ປາແນວນຶ່ງ ມີເກັດ ຕົວນ້ອຍແພບ ສອງຂ້າງມີເມັດສີດຳ.
ກະເດື່ອງ
ກ. ເດື່ອງ, ຫນັກລົງຂ້າງນຶ່ງ, ຫວັ່ນໄຫວ, ທຳໃຫ້ເກີດຄວາມຕື່ນເຕັ້ນ (ກະເດື່ອງດິນ ດັງສະທ້ານ)
ກະເດົາ
ນ. ໄມ້ແນວນຶ່ງ ເປືອກແລະໃບ ມີລົດຂົມ ຝາດ ໃບອ່ອນແລະດອກ ໃຊ້ເປັນອາຫານໄດ້.
ກະເດ່ວ
ວ. ບາດຍ່າງ ທີ່ບໍ່ສະເຫມີ ຂອງຄົນເຈັບຂາ ຫລື ຕີນ.
ກະເຕັນ
(ເບິ່ງ ເຕັນ)
ກະເຕິ
ນ. ຝາແຕະ ເປັນຕາຫ່າງໆ ພໍຂອງນ້ອຍລອດລົງໄດ້ (ເອີ້ນວ່າ ຝາກະເຕິ ຫລື ຝາເຕິ). ຂີ້ເຫຍື້ອໄຫລມາເກາະກັນ ເປັນແຜ່ນຢູ່ບ່ອນນ້ຳເວີນ (ເອີ້ນຂີ້ກະເຕິ)
ກະເຕິລອດຊ່ອງ
ນ. ຝາກະເຕິ ມີຮູບຄືເຝືອນ ສຳລັບໃສ່ເຂົ້າແປ້ງທີ່ກວນໃຫ້ລອດລົງເປັນກ້ອນນ້ອຍໆ.
ກະເຕົາ
ນ. ປາແຫ້ງທີ່ຕາກຫມົດທັງຂີ້ ໂດຍບໍ່ຄົວ ສ່ວນຫລາຍແມ່ນ ປາຂາວ ປາແຕບ.
ກະເທີຍ
ນ. ຄົນ ຫລື ສັດ ທີ່ບໍ່ປາກົດວ່າເປັນຍິງ ຫລື ຊາຍ ຄັກແນ່ (ເທີຍ ກໍວ່າ)
ກະເທີນ
ວ. ຢູ່ລະຫວ່າງເຄິ່ງກາງ, ກະຈາ.
ກະເທືອນ
(ເບິ່ງ ສະເທືອນ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑