LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 355 ໜ້າທີ 15 ຈາກທັງໝົດ 18 ໜ້າ
ກະເບນ
ນ. ຕ່ຽວຜ້າ: (ຂ.) “ຊຸມນຶ່ງຮູບຊ້າງນ້ອຍ ແຢະຢຽດຢາຍມື ປຸນດັ່ງທັມມະຊາຕັງ ແຕ່ງກະເບນ ຈຳຈ້ອນ” (ສິນໄຊ)
ກະເບືອ
ຊື່ສາກສັ້ນໆ ສຳລັບຕຳອາຫານ ເອີ້ນ ສາກກະເບືອ (ເບິ່ງ ເຂົ້າເບືອ ອີກ)
ກະເບື້ອ
ນ. ແມງແນວນຶ່ງ ຕົວຄືບົ້ງ ປີກມົນ ສີຕ່າງໆກັນ.
ກະເບື້ອງ
ນ. ເຟື້ອງຫມໍ້, ຫມໍ້ດິນທີ່ແຕກອອກ ແຕ່ຍັງໃຊ້ໄດ້ຢູ່, ຖ້ວຍດິນ: “ຢ່າໄດ້ເມົາມົວໄຫ້ ນຳຜີຕາຍ ມັນບໍ່ເປັນປະໂຫຍດ ແຫນງສູ້ໄຫ້ນຳຫມໍ້ກະເບື້ອງ ຍັງຊິໄດ້ອ່ອມກິນ”
ກະເບົາ
ນ. ຕົ້ນໄມ້ແນວນຶ່ງ ຫນ່ວຍມົນ ນວນ ແລະ ໃນ ມີຣົດເມົາ.
ກະເປາະ
ນ. ພາຊະນະສານຢ່າງນຶ່ງ ຮູບມົນໆ ສຳລັບຂົນດິນ ຫລື ຜອງເຂົ້າ (ກະເພາະ ກໍວ່າ)
ກະເປົາ
ນ. ຖົງຮູບສີ່ລ່ຽມ ແລະແພບ ສຳລັບໃສ່ເງິນ ເປັນຕົ້ນ: ຖົງທີ່ຕິດຢູ່ກັບໂສ້ງເສື້ອ.
ກະເພາະ
ນ. ພຸງ, ອະໄວຍະວະ ຂອງຄົນແລະສັດ ເຊິ່ງເປັນບ່ອນໃສ່ອາຫານ ທີ່ກິນລົງໄປ (ເບິ່ງ ພຸງ ດ້ວຍ)
ກະເລວະຣາກ - ກະເລວະລາກ
ນ. ຊາກຄົນຕາຍ, ຮ່າງກາຍທີ່ປາສະຈາກວິນຍານ (ປ.ກເລວ ຣາກ)
ກະເລັນ
1 ນ. ຊື່ສັດແນວນຶ່ງ ຈຳພວກໄຕ່ໄມ້ ຕົວນ້ອຍຂະຫນາດຫນູຊິງ. 2 ນ. ຊື່ແມງແນວນຶ່ງ ຕົວຄືຈັກຈັ່ນແຕ່ໃຫຍ່ກວ່າ ຮ້ອງສຽງມ່ວນ (ແມງງ້ວງ ກໍວ່າ) 3. ນ. ຊື່ດອກໄມ້ແນວນຶ່ງ ກິ່ນຫອມ: “ກາວກະເລັນກ້ຽງ More…
ກະເລີງ
ນ. ຄົນລາວສະກຸນນຶ່ງ ເອີ້ນ ລາວຊົ້ງ ຫລື ໄທກະເລີງ: “ເປັນດັ່ງໄທກະເລີງຫລ້າງ ບາຍຫລາຖແລງແຂກ” (ຄຳກອນບູຮານ)
ກະເລົາ
ນ. ຕົ້ນໄມ້ແນວນຶ່ງ ດອກສີມຸ່ຍ ເປືອກຂອງຫນ່ວຍບໍ່ຫຸ້ມກົ້ນ.
ກະເວກະວາດ
ວ. ເວໄປເວມາ.
ກະເສດ
1 ນ. ຜັກແນວນຶ່ງ ເກີດຢູ່ນ້ຳ ເປັນເຄືອ ມີປອດສີຂາວຕິດຢູ່ນຳເຄືອ. 2 ນ. ທົ່ງນາ, ທີ່ດິນ, ເຂດແດນ (ສ. ກເສຕຣ)
ກະເສຕກັມ - ກະເສດຕະກຳ
ນ. ການປູກຫວ່ານ ແລະການລ້ຽງສັດ; ນ. ການທຳໃຫ້ເກີດຜົນຈາກດິນ. (ສ. ກເສຕຣກັມມ)
ກະເສຕສາດ - ກະເສດຕະສາດ
ນ. ວິຊາກ່ຽວດ້ວຍກະເສດຕະກຳ. (ສ. ກເສຕຣສາຕຣ)
ກະເສນ
ນ. ຊື່ຫມາກມ່ວງແນວນຶ່ງ ຫນ່ວຍໃຫຍ່.
ກະເສມ
(ເບິ່ງກະເສີມ)
ກະເສຣາ - ກະເສລາ
ນ. ນ້ຳທິບ, ນ້ຳສັກສິດ: “ພູມີຜາຍກະເສຣາ ຮວາດລົງມາລ້າງ” (ປ. ກສິຣ) ຄຳ ກສິຣ ຫລື ກະເສຣາ ນີ້ແປວ່າ ນ້ຳນົມ ແຕ່ເດີມຫມາຍເອົານ້ຳນົມສະຫມຸດ; ມີເລື່ອງກ່າວໄວ້ໃນຄຳພີປຸຣະນະວ່າ ເມື່ອຕັ້ງໂລກຂຶ້ນໃຫມ່ໆ More…
ກະເສີມ
ນ. ຄວາມສຳລານ, ຄວາມສະຫນຸກສຸກສະບາຍ, ຄວາມຈະເລີນ (ສ. ກເສມ; ປ. ເຂມ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑